ຫຼວງພະບາງ ມີຄວາມພ້ອມຮອບດ້ານ ໃນການກະກຽມໄຂສົກຮຽນໃໝ່ 2026-2027
ເພື່ອເຮັດໃຫ້ພິທີການໄຂສົກຮຽນໃໝ່ ສົກຮຽນ 2026-2027 ໃນວັນທີ 1 ກັນຍາ 2026 ດຳເນີນໄປຢ່າງຮຽບຮ້ອຍ ແລະ ມີບັນຍາກາດຄຶກຄື້ນ ເອກະພາບທົ່ວປະເທດ, ຄະນະນຳພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ເລັ່ງກະກຽມຄວາມພ້ອມຮອບດ້ານ ດ້ວຍການປຸກລະດົມພໍ່ແມ່-ຜູ້ປົກຄອງ ໃຫ້ສົ່ງລູກຫຼານເຂົ້າຮຽນ ແລະ ຮຽນໃຫ້ຈົບ, ພ້ອມກັນນັ້ນ ໄດ້ເນັ້ນໃຫ້ແຕ່ລະໂຮງຮຽນ ກະກຽມຮັບນັກຮຽນ ເຂົ້າຮຽນຕາມປະຕິທິນການສຶກສາ, ຈັດສັນນັກຮຽນ ແລະ ຄູສອນໃຫ້ເໝາະສົມ, ຈັດຕາຕະລາງສອນຕາມຫຼັກສູດ, ກະກຽມອຸປະກອນການຮຽນ-ການສອນ ແລະ ວາງແຜນການນິເທດ ພາຍໃນໂຮງຮຽນ.ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ໃນສົກຮຽນໃໝ່ນີ້...








