ມະຫາວິທະຍາໄລສ້າງຄູແຫ່ງຊາດ ຈັດພິທີເຄົາລົບທຸງຊາດ ພ້ອມໂອ້ລົມ ແລະ ຕ້ອນຮັບນັກສຶກສາໃໝ່ ສົກຮຽນ 2026-2027
ໃນຕອນເຊົ້າຂອງວັນທີ 19 ຕຸລາ 2026, ມະຫາວິທະຍາໄລສ້າງຄູແຫ່ງຊາດ (ມສຊ) ໄດ້ຈັດພິທີເຄົາລົບທຸງຊາດປະຈຳອາທິດຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ນຳພາຂອງ ທ່ານ ຮສ. ປອ ຫຼ້າວັນ ວົງຄຳສານ ຜູ້ອຳນວຍການໃຫຍ່ ມສຊ, ພ້ອມດ້ວຍ ທ່ານ ຮສ ນາງ ວົງເດືອນ ໂອໃສ ຮອງຜູ້ອຳນວຍການໃຫຍ່ ມສຊ, ບັນດາຄູ-ອາຈານ, ພະນັກງານ ແລະ ນັກສຶກສາຕັ້ງແຕ່ຊັ້ນປີທີ 1 ຫາ ປີທີ 4 ຈາກທຸກພາກວິຊາ ແລະ ຄະນະວິຊາ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ.
ການຈັດພິທີເຄົາລົບທຸງຊາດໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອເພີ່ມພູນຄວາມສາມັກຄີ ແລະ ສ້າງຄວາມລື້ງເຄີຍ ຮູ້ຈັກເຊິ່ງກັນ ແລະ ກັນ...








