Skip to main content

ອັງກິດ ໄລ່ຊະນະ ຝຣັ່ງ 6-4 ຄວ້າອັນດັບທີ 3 ບານໂລກ 2026 ມາຄອງ

ເກມນີ້ສຸດເດືອດ ຍິງກະຈາຍ ! ໂດຍທີມຊາດອັງກິດ  ນຳກ່ອນໃນເຄິ່ງເວລາທຳອິດ 4 ລູກ ສ່ວນ ຝຣັ່ງ ມາເລັ່ງເຄື່ອງໃນເຄິ່ງເວລາທີສອງຈັດໄປ 4 ປະຕູ ສຸດທ້າຍ ຈູດ ເບວລິງແຮມ ຕົວສຳຮອງລົງມາຍິງປິດກ່ອງ ສົ່ງໃຫ້ ອັງກິດ ເອົາຊະນະໄປ 6-4 ຄວ້າອັນດັບທີ 3 ໃນການແຂ່ງຂັນບານໂລກ 2026 ມາຄອງ ນີ້ຄືຜົນງານທີ່ດີທີ່ສຸດຂອງພວກເຂົາໃນບານໂລກນັບຕັ້ງແຕ່ປີ 1966. ສ່ວນທີມຊາດຝຣັ່ງ ຈົບອັນດັບທີ 4 ສົ່ງທ້າຍ ທ່ານ ດີດີເຢ ເດຊອງ ໃນຖານະຄູຝຶກ ຂະນະທີ່ ຄີລຽນ ເອັມບັບເປ ຍິງປະຕູທີ 10 ໃນບານໂລກ 2026 ນຳໜ້າ ລິໂອເນວ ເມດຊີ ຢູ່ 2 ປະຕູ ແລະ ຍັງກາຍເປັນຜູ້ເຮັດປະຕູສູງສຸດຕະຫຼອດການຂອງບານໂລກ ດ້ວຍສະຖິຕິ 22 ປະຕູ.  0-1 ເດແຄລນ ໄຣ ນາທີທີ 3  0-2 ແອັດຣີ ຄອນຊາ ນາທີທີ 18  0-3 ບູກາໂຢ...

Continue reading

ຫຼານນ້ອຍ ຢູ-10 ເບ ສະຫວັນ ເດີນທາງກັບເຖິງ ນະຄອນຫຼວງວຽງຈັນແລ້ວ ພ້ອມຖືກຕ້ອນຮັບຢ່າງອົບອຸ່ນ

ສະໂມສອນ ເບ ສະຫວັນ ເອັບຊີ ຫຼື Bay Savanh FC ຈົບຜົນງານຢູ່ທີ່ອັນດັບທີ 5 ລາຍການ PANYI ELITE CUP 2026 ຈາກ 32 ທີມເຂົ້າຮ່ວມຊີງໄຊ ຊຶ່ງໃນຕອນເຊົ້າວັນທີ 18 ກໍລະກົດນີ້ ທີ່ສະໜາມບິນສາກົນ ວັດໄຕ ພໍ່ແມ່ປະຊາຊົນຊາວ ນວ ໄດ້ຕ້ອນຮັບຂະບວນຫຼານນ້ອຍ ທີ່ໄດ້ເດີນທາງມາເຖິງບ້ານເກີດເມືອງນອນ ນວ ນຳໂດຍ ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ປະທານສະໂມສອນ ເບ ສະຫວັນ ເອັບຊີ, ປະທານສະຫະພັນບານເຕະຄົນພິການຄາແຫ່ງຊາດລາວ ທັງເປັນຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ນວ), ທ່ານ ພູວົງ ວົງຄຳຊາວ ອະດີດຮອງເຈົ້າຄອງ ນວ ແລະ ທ່ານ ຖະໜອມ ທຳທອງ ອະດີດປະທານແນວລາວສ້າງຊາດ ນວ...

Continue reading

ສສກ.ນວ ຈັດພິທີສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ພ້ອມມອບໃບຍ້ອງຍໍ ແລະ ທຸງໄຊ 3 ດີ

​ວັນທີ 17 ກໍລະກົດ 2026 ນີ້, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ສສກ.ນວ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ຢ່າງສົມກຽດ ແລະ ມີເນື້ອໃນເລິກເຊິ່ງ ທີ່ໂຮງຮຽນ ມສ ວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ລີປາເອ້ຍ ລີບົວປາວ ກໍາມະການພັກນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ນາງ ວິໄລພອນ ແກ້ວໂພໄຊ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ໄພເລາະ ສັງທອງ ຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ປະທານສະຫະພັນແມ່ຍິງ ສສກ.ນວ; ພ້ອມນີ້ ກໍມີຄະນະບໍລິຫານງານຊາວໜຸ່ມ,...

Continue reading

ຟີຟາ ຢືນຢັນເວລາພັກເຄິ່ງ ນັດຊີງຊະນະເລີດ ບານໂລກ 2026 ມີພຽງແຕ່ 17 ນາທີ

ສະຫະພັນກິລາບານເຕະນານາຊາດ ຫຼື ຟີຟາ (FIFA) ໄດ້ອອກມາຍືນຢັນຢ່າງເປັນທາງການວ່າ ເວລາພັກເຄິ່ງຂອງເກມນັດຊີງຊະນະເລີດຈະຖືກຈຳກັດໄວ້ທີ່ 17 ນາທີເທົ່ານັ້ນ ຊຶ່ງຈະຫຼາຍກວ່າເວລາປົກກະຕິໃນເກມທົ່ວໄປພຽງແຕ່ 2 ນາທີ. ​ ກ່ອນໜ້ານີ້ມີກະແສຂ່າວລືຢ່າງໜັກວ່າ ການສະແດງຄອນເສີດຈາກສິນລະປິນລະດັບໂລກອາດຈະເຮັດໃຫ້ເວລາພັກເຄິ່ງແກ່ຍາວໄປດົນກວ່າເຄິ່ງຊົ່ວໂມງ. ​ ແຕ່ຫຼ້າສຸດ ຟີຟາ ໄດ້ແຈ້ງກຳນົດການໄປຍັງສະຫະພັນບານເຕະແຫ່ງຊາດຂອງທັງສອງປະເທດແລ້ວ ໂດຍລະບຸວ່າ ເວລາຂອງການສະແດງມິນິຄອນເສີດຈາກ 3 ສິນລະປິນຊຸບເປີສະຕາຢ່າງ ຊາກີຣາ (Shakira), ມາດອນນາ (Madonna) ແລະ ຈັດຕິນ ບີເບີ (Justin Bieber) ຈະໃຊ້ເວລາພຽງແຕ່ 11 ນາທີເທົ່ານັ້ນ. ​ ສ່ວນເວລາທີ່ເຫຼືອອີກປະມານ 6...

Continue reading

ສກຂ ອັດຕະປື ປະກາດຜົນສອບເສັງ ມ.7 ມີນັກຮຽນເກັ່ງ 4 ຄົນ ໄດຮັບໃບປະກາດແດງ ແລະ ອັດຕາສອບເສັງໄດ້ສູງເຖິງ 99,48%

ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື (ສກຂ) ໄດ້ຈັດພິທີປະກາດຜົນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ.7) ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2026 ທີ່ຫ້ອງປະຊຸມຂອງພະແນກ ພາຍຫຼັງທີ່ໄດ້ສຳເລັດຂະບວນການກວດກາ, ຄົ້ນຄວ້າ ແລະ ຕັດສິນຜົນການສອບເສັງຢ່າງເຂັ້ມງວດ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ ທີ່ທາງກະຊວງກຳນົດໄວ້ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ໂດຍມີບັນດາຄະນະນຳພະແນກ, ຜູ້ຕາງໜ້າຈາກຂັ້ນແຂວງ, ຂັ້ນເມືອງ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ...

Continue reading

ລັດຖະບານຍີ່ປຸ່ນ ສະໜອງທຶນຊ່ວຍເຫຼືອລ້າ 378 ລ້ານເຢນ ເພື່ອພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ພາຍໃຕ້ໂຄງການ JDS ສົກປີ 2026

ໃນວັນທີ 15 ກໍລະກົດ 2026, ໄດ້ມີພິທີລົງນາມໃນສັນຍາຊ່ວຍເຫຼືອລ້າ ສໍາລັບ “ໂຄງການສະໜອງທຶນການສຶກສາເພື່ອພັດທະນາຊັບພະຍາກອນມະນຸດ (JDS) ສົກປີ 2026” ຢ່າງເປັນທາງການ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ, ​ຕາງໜ້າລົງນາມໂດຍ ທ່ານ ວົງຄໍາແຫງ ວົງທະຈັກ ຫົວໜ້າກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນ ແລະ ທ່ານ ນາງ ໂຄບາຢາຊິ ມິຢາໂກະ ຫົວໜ້າອົງການໄຈກາ (JICA) ປະຈໍາ ສປປ ລາວ, ໂດຍມີຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ​ພາຍໃຕ້ຂໍ້ຕົກລົງສະບັບນີ້, ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນຊ່ວຍເຫຼືອລ້າ ຈຳນວນ 378 ລ້ານເຢນ ຫຼື ປະມານ 2,3 ລ້ານໂດລາສະຫະລັດ...

Continue reading

ສປປ ລາວ ຮ່ວມເປັນປະເທດຜູ້ສ້າງຕັ້ງ “ອົງການຮ່ວມມືປັນຍາປະດິດໂລກ” ທີ່ນະຄອນຊຽງໄຮ້ ມຸ່ງເນັ້ນພັດທະນາ AI ຢ່າງປອດໄພ ແລະ ຍຸຕິທຳ

ຕາມຂ່າວສານວິທະຍຸ-ໂທລະພາບ ສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 16 ກໍລະກົດ 2026 ນີ້, ໄດ້ມີພິທີລົງນາມໃນສັນຍາສ້າງຕັ້ງ “ອົງການຮ່ວມມືປັນຍາປະດິດໂລກ” (World Artificial Intelligence Cooperation Organization ຫຼື WAICO) ຢ່າງເປັນທາງການ ທີ່ນະຄອນຊຽງໄຮ້, ສປ ຈີນ. ໃນໂອກາດອັນສະຫງ່າລາສີນີ້, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ລັດຖະບານຈີນ ເປັນຜູ້ລົງນາມໃນສັນຍາປະຫວັດສາດສະບັບນີ້. ສັນຍາສ້າງຕັ້ງດັ່ງກ່າວ ໄດ້ລະບຸຢ່າງຈະແຈ້ງວ່າ: ອົງການຮ່ວມມືປັນຍາປະດິດໂລກ...

Continue reading

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ປາກປ່າສັກ ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຢ່າງຟົດຟື້ນ

ໃນວັນທີ 16 ກໍລະກົດ 2026 ທີ່ເດີ່ນເຕະບານວິກຕໍຣີ ນະຄອນຫຼວງວຽງຈັນ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ວິທະຍາໄລເຕັກນິກ ປາກປ່າສັກ ໄດ້ຮ່ວມກັນຈັດກິດຈະກຳແຂ່ງຂັນກິລາມິດຕະພາບຢ່າງຟົດຟື້ນ ເພື່ອສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026)ື​ໃຫ້ກຽດເຂົ້າຮ່ວມຂອງ ​ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງກະຊວງສຶກສາທິການ ແລະ ກິລາ, ​ທ່ານ ປອ ສາຍສະໝອນ ງາມສີ ຄະນະໜ່ວຍພັກກົມ, ຮອງຫົວໜ້າກົມອາຊີວະສຶກສາ, ​ທ່ານ ສຸລິຍາ ປ່າໄຊ ເລຂາຄະນະພັກຮາກຖານ, ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ​ທ່ານ ໂພໄຊ ບູລົມ...

Continue reading