Skip to main content

ສຊປລ ສະເໜີ 5 ວິໄສທັດ ເພື່ອເຮັດໃຫ້ສື່ມວນຊົນກາຍເປັນກະບອກສຽງທັນສະໄໝ ຊາວໜຸ່ມໃນເງື່ອນໄຂໃໝ່

ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ປະກອບຄຳເຫັນຕໍ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນຫົວຂໍ້: “ສື່ມວນຊົນເປັນກະບອກສຽງໃນການສຶກສາອົບຮົມຊາວໜຸ່ມ-ໄວໜຸ່ມ ໃນເງື່ອນໄຂໃໝ່” ໃນວັນທີ 14 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ. ທ່ານ ທອງລີ ສີສຸລິດ ກ່າວວ່າ: ເພື່ອເຮັດໃຫ້ສື່ມວນຊົນກາຍເປັນ “ກະບອກສຽງ” ທີ່ມີຄວາມສັກສິດ, ທັນສະໄໝ ແລະ ເຂົ້າເຖິງໃຈຂອງຊາວໜຸ່ມໃນເງື່ອນໄຂໃໝ່ ໄດ້ສະເໜີ 5 ວິໄສທັດ ດັ່ງນີ້: 1. ການຫຼັ່ງໄຫຼເຂົ້າມາຂອງສື່ອອນລາຍ ແມ່ນກະແສຟອງທີ່ພວກເຮົາປະຕິເສດບໍ່ໄດ້, ແຕ່ທ່າມກາງຜົນປະໂຫຍດອັນມະຫາສານກໍໄດ້ເຊື່ອງຊ້ອນໄພຄຸກຄາມອັນຮ້າຍແຮງຕໍ່ສັງຄົມ...

Continue reading

16 ປີທີ່ລໍຄອຍ! ແອັດສະປາຍ ຊະນະ ຝຣັ່ງ 2-0 ຜ່ານເຂົ້າຊີງບານໂລກ 2026

​ທີມຊາດແອັດສະປາຍ (ສະເປນ) ເດີນໜ້າສ້າງປະຫວັດສາດອີກຄັ້ງ ຫຼັງເອົາຊະນະ ທີມຊາດຝຣັ່ງ 2-0 ໃນຮອບຮອງຊະນະເລີດ ຜ່ານເຂົ້າສູ່ຮອບຊີງຊະນະເລີດ ການແຂ່ງຂັນບານໂລກໄດ້ເປັນຄັ້ງທຳອິດໃນຮອບ 16 ປີ ນັບຕັ້ງແຕ່ຄວ້າແຊ້ມໂລກສະໄໝທຳອິດເມື່ອປີ 2010. ​ເກມນີ້ ແອັດສະປາຍ ຫຼິ້ນໄດ້ຢ່າງເດັດຂາດ ແລະ ມີວິໄນ ໂດຍໄດ້ປະຕູຂຶ້ນນຳຕັ້ງແຕ່ນາທີ 22 ຈາກລູກຈຸດໂທດຂອງ ມິເກວ ໂອຢາຊາບາວ (Mikel Oyarzabal) ກ່ອນທີ່ເຄິ່ງເວລາຫຼັງ ເປໂດຣ ປໍໂຣ (Pedro Porro) ຈະຍິງປະຕູຢ້ຳໄຊໃນນາທີ 58 ສົ່ງ ແອັດສະປາຍ ຄວ້າໄຊ 2-0 ແລະ ຜ່ານເຂົ້າສູ່ຮອບຊີງຊະນະເລີດເປັນທີມທຳອິດ ໄປລໍຖ້າພົບຜູ້ຊະນະລະຫວ່າງ ອັງກິດ ຫຼື ອາກຊັງຕິນ (ອາເຈນຕິນາ) ໃນວັນອາທິດທີ 19 ກໍລະກົດນີ້. ​ໄຊຊະນະນັດນີ້ຍັງເຮັດໃຫ້...

Continue reading

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ເປີດຮັບສະໝັກນັກສຶກສາໃໝ່ ສົກ 2026-2027 ພ້ອມມີນະໂຍບາຍເບ້ຍລ້ຽງ ແລະ ທຶນການສຶກສາ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ເຊິ່ງເປັນສະຖານອາຊີວະສຶກສາຂອງລັດ ທີ່ຂຶ້ນກັບກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ປະກາດຄວາມພ້ອມ 100% ໃນການເປີດຮັບສະໝັກນັກຮຽນ-ນັກສຶກສາໃໝ່ ເຂົ້າຮຽນໃນສົກຮຽນ 2026-2027 ໂດຍໄດ້ເລີ່ມປະກາດຮັບນັກຮຽນມາຕັ້ງແຕ່ວັນທີ 22 ມິຖຸນາ 2026 ເປັນຕົ້ນມາ ເພື່ອຕອບສະໜອງຄວາມຕ້ອງການຂອງນ້ອງໆ ທີ່ຈົບການສຶກສາມັດທະຍົມຕອນຕົ້ນ (ມ.4), ມັດທະຍົມຕອນປາຍ (ມ.7) ຫຼື ທຽບເທົ່າ ທີ່ກໍາລັງຊອກຫາສະຖານທີ່ຮຽນຕໍ່ໃນສາຂາວິຊາຊີບ. ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກະຊວງສຶກສາທິການ ແລະ ກິລາ ວ່າ...

Continue reading

ວິທະຍາໄລເຕັກນິກປາກປ່າສັກ ຮ່ວມກັບ ໂຄງການສ້າງວິຊາຊີບ-ສ້າງອະນາຄົດ SOS Children’s Villages Laos ສຳເລັດການຝຶກອົບຮົມວິຊາຊີບໄລຍະສັ້ນ ຊຸດທີ 1 ສ້າງຊາວໜຸ່ມເຂົ້າສູ່ຕະຫຼາດແຮງງານ

ໃນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມວິຊາຊີບໄລຍະສັ້ນ (3 ເດືອນ) ຊຸດທີ 1 ເພື່ອສ້າງທັກສະອາຊີບໃຫ້ແກ່ຊາວໜຸ່ມ ສາມາດກ້າວເຂົ້າສູ່ຕະຫຼາດແຮງງານໄດ້ຢ່າງມີຄຸນນະພາບ ເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພໄຊ ບູລົມ ຜູ້ອຳນວຍການ ວິທະຍາໄລເຕັກນິກປາກປ່າສັກ ແລະ ທ່ານ ນາງ ບຸນຍັງ ສິດທິນາຣົງສີ ຫົວໜ້າໂຄງການສ້າງວິຊາຊີບສ້າງອະນາຄົດ ຂອງອົງການ SOS Children’s Villages Laos ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຝຶກອົບຮົມຢ່າງພ້ອມພຽງ. ໂຄງການຝຶກອົບຮົມໃນຄັ້ງນີ້...

Continue reading

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາຂອງພັກ ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງແຂງແຮງ” ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 14 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ໂດຍການເປັນປະທານຂອງທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ຮອງປະທານສະພາທິດສະດີສູນກາງພັກ, ມີທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະເລຂາທິການສູນກາງພັກ,...

Continue reading

ແຂວງວຽງຈັນ ສະຫຼອງວັນກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ ຢ່າງຄຶກຄື້ນ

ໃນຕອນເຊົ້າວັນທີ 14 ກໍລະກົດ 2026 ນີ້, ພະແນກສຶກສາທິການ ແລະກິລາ ແຂວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ຂຶ້ນຢ່າງເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ມີ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ປອ ບົວຄ່ອງ ແກ້ວອາສາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ພ້ອມດ້ວຍບັນດາທ່ານການນໍາຂັ້ນແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດ, ພະນັກງານວິຊາການ ແລະ ພໍ່ແມ່ປະຊາຊົນ...

Continue reading

ສສກ ຈັດກິດຈະກຳໃຫຍ່ສະຫຼອງ 60 ປີ ວັນສ້າງຕັ້ງກິລາລາວ, ທ່ານຮອງນາຍົກ ເນັ້ນ 4 ເປົ້າໝາຍຫຼັກ ຍົກລະດັບກິລາລາວສູ່ຄຸນນະພາບໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກິດຈະກຳສະຫຼອງວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດ ຄົບຮອບ 60 ປີ (13 ກໍລະກົດ 1966 – 13 ກໍລະກົດ 2026) ແລະ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909-13 ກໍລະກົດ 2026) ຢ່າງຍິ່ງໃຫຍ່ ແລະ ຟົດຟື້ນ. ຂະນະທີ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ໄດ້ເນັ້ນໜັກ 4 ເປົ້າໝາຍສຳຄັນ ເພື່ອເຮັດໃຫ້ວຽກງານກິລາ-ກາຍຍະກຳ ເປັນກຳລັງຂັບເຄື່ອນໃນການສ້າງຄົນລາວຮຸ່ນໃໝ່ໃຫ້ມີຄຸນນະພາບ ຕອບສະໜອງການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 13 ກໍລະກົດ 2026...

Continue reading

ສະຫາຍ ກິແກ້ວ ໄຂຄຳພິທູນ ເນັ້ນໃຫ້ສື່ມວນຊົນ ຍຶດໝັ້ນຈັນຍາບັນຕາມ 5 ຫຼັກການ

ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້ງຊາດ, ປະທານສະພາທິດສະດີສູນກາງພັກ ໄດ້ກ່າວໃນກອງປະຊຸມສຳມະນາເຊື່ອມຊຶມເອກະສານກະກຽມໃຫ້ການດຳເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 13 ກໍລະກົດນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍເນັ້ນວ່າ: ໃນຍຸກສະໄໝປັດຈຸບັນການຂະຫຍາຍຕົວຂອງວິທະຍາສາດເຕັກໂນໂລຊີ ມີຄວາມກ້າວໜ້າກະໂດດ, ການຫັນເປັນດີຈີຕອນແມ່ນຄວາມຮຽກຮ້ອງຕ້ອງການ ທັງເປັນບັນຫາເລັ່ງທວງໃນການພັດທະນາປະເທດຊາດ ເພື່ອຕອບສະໜອງກັບລະດັບຄາດໝາຍນັບມື້ສູງຂຶ້ນ. ສະນັ້ນ, ການຍົກສູງຈັນຍາບັນສື່ມວນຊົນຕ້ອງຍຶດໝັ້ນຈັນຍາບັນຕາມ 5 ຫຼັກການ ຄື: 1. ຄວາມຖືກຕ້ອງ ແລະ ສັດຈະທຳ: ຕ້ອງນຳສະເໜີຄວາມຈິງ...

Continue reading