Skip to main content

ເປີດໂຄງການອາສາສະໝັກຕະລຸມບອນບຳລຸງນັກຮຽນ ແລະ ນຳນ້ອງຄືນສູ່ໂຮງຮຽນ ໄລຍະພັກແລ້ງ ສົກຮຽນ 2025-2026 ໃນ 8 ແຂວງເປົ້າໝາຍ

ພິທີເປີດໂຄງການ “ອາສາສະໝັກຕະລຸມບອນບຳລຸງນັກຮຽນ ຢູ່ເຂດຫ່າງໄກສອກຫຼີກ ເມືອງຈຸດສຸມພັດທະນາ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແລະ ນຳນ້ອງຄືນສູ່ໂຮງຮຽນ” ໄລຍະພັກແລ້ງ ປະຈຳສົກຮຽນ 2025-2026 ໄດ້ມີຂຶ້ນໃນວັນທີ 6 ກໍລະກົດ 2026 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ຄະນະປະຈຳພັກກະຊວງ, ປະທານຄະນະກວດກາພັກ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງເລຂາຄະນະພັກ, ຮອງຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ປະທານສະຫະພັນຊາວໜຸ່ມລາວ...

Continue reading

ແບນຊິກ ໄລ່ຖະຫຼົ່ມ ສະຫະລັດອາເມຣິກາ ເຈົ້າພາບຮ່ວມ 4-1 ຈອດປ້າຍພຽງຮອບ 16 ທີມສຸດທ້າຍ

ຊານ ເດ ເຄເຕລາເລີ ຍິງ 2 ປະຕູ ບວກກັບ ຮານ ຟານາເກັນ ແລະ ໂຣເມລູ ລູກາກູ ຊ່ວຍໃຫ້ ທີມຊາດແບນຊິກ (ເບວຢ້ຽມ) ເອົາຊະນະ ສະຫະລັດອາເມຣິກາ 4-1 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ໄປພົບກັບ ແອັດສະປາຍ (ສະເປນ) ໃນວັນເສົາທີ 11 ກໍລະກົດ 2026. ໃນຂະນະທີ່ ສະຫະລັດອາເມຣິກາ ຍັງຄົງມີສະຖິຕິທີ່ບໍ່ໜ້າຈົດຈໍາ ໂດຍຕົກຮອບ 16 ທີມສຸດທ້າຍ 4 ສະໄໝຕິດຕໍ່ກັນ.ໄຮໄລ້ຂອງເກມ: 0-1 ຊານ ເດ ເຄເຕລາເລີ ນາທີທີ 9 1-1 ມາລິກ ທິວແມນ ນາທີທີ 31 1-2 ຊານ ເດ ເຄເຕລາເລີ ນາທີທີ 33 1-3 ຮານ ຟານາເກັນ ນาທີທີ 57 1-4 ໂຣເມລູ ລູກາກູ ນາທີທີ 90+3

Continue reading

“ໂຣແບໂຕ ມາດຕິເນດ” ປະກາດອຳລາຕຳແໜ່ງຄູຝຶກທີມຊາດປອກຕຸຍການ ຫຼັງຕົກຮອບ 16 ທີມ ບານໂລກ 2026

ທ່ານ ​ໂຣແບໂຕ ມາດຕິເນດ (Roberto Martínez) ຕັດສິນໃຈປະກາດອຳລາຕຳແໜ່ງຄູຝຶກໃຫຍ່ ທີມຊາດປອກຕຸຍການ ຢ່າງເປັນທາງການ ຫຼັງຈາກພານັກເຕະຢຸດເສັ້ນທາງໃນການແຂ່ງຂັນເຕະບານໂລກ 2026 ໄວ້ພຽງແຕ່ຮອບ 16 ທີມສຸດທ້າຍ. ​ສັນຍາຂອງ ທ່ານ ໂຣແບໂຕ ມາດຕິເນດ ກັບທີມຊາດປອກຕຸຍການ ແມ່ນຈະໝົດລົງຫຼັງວັນທີ 31 ກໍລະກົດ 2026 ນີ້ ເຊິ່ງຖືວ່າເປັນການສິ້ນສຸດລົງພໍດີ ຫຼັງຈົບທົວນາເມນບານໂລກ 2026. ​ກ່ອນໜ້ານີ້ ມີລາຍງານວ່າ ເຂົາຈະບໍ່ຕໍ່ສັນຍາສະບັບໃໝ່ ບໍ່ວ່າຜົນງານຂອງ ປອກຕຸຍການ ໃນບານໂລກ 2026 ຈະອອກມາເປັນແນວໃດກໍຕາມ.

Continue reading

“ໂຣນັນໂດ” ເຖິງກັບນ້ຳຕາຊຶມເບົ້າ ຫຼັງ ປອກຕຸຍການ ຈອດປ້າຍ ພຽງຮອບ 16 ທີມ ບານໂລກ 2026

​ຄຣິດເຕຍໂນ ໂຣນັນໂດ ເຖິງກັບກັ້ນນ້ຳຕາໄວ້ບໍ່ຢູ່ ຫຼັງຈາກທີ່ ທີມຊາດປອກຕຸຍການ (ໂປຣຕຸເກດ) ຕ້ອງມາຢຸດເສັ້ນທາງການແຂ່ງຂັນເຕະບານໂລກ 2026 ໄວ້ພຽງແຕ່ຮອບ 16 ທີມສຸດທ້າຍເທົ່ານັ້ນ ແລະ​ທີ່ສຳຄັນ, ເສັ້ນທາງຂອງດາວເຕະໄວ 41 ປີ ໃນການລົງຫຼິ້ນ 6 ສະໄໝ ແມ່ນໄດ້ຈົບລົງເປັນທີ່ຮຽບຮ້ອຍແລ້ວ. ​ຕະຫຼອດການລົງຫຼິ້ນ 6 ສະໄໝ ໂຣນັນໂດ ສ້າງຜົນງານໄດ້ດີທີ່ສຸດກັບທີມຊາດປອກຕຸຍການ ຄືການເຂົ້າສູ່ຮອບຮອງຊະນະເລີດ ໃນການແຂ່ງຂັນບານໂລກຄັ້ງທຳອິດຂອງຕົນເອງ ເມື່ອປີ 2006. ​ ສະຖິຕິໃນບານໂລກ ຮອບສຸດທ້າຍ ​ ລົງສະໜາມ: 27 ເກມ ​ ຍິງໄດ້: 11 ປະຕູ ​ ແອັດຊິດ (ສົ່ງໃຫ້ໝູ່ຍິງ): 2 ຄັ້ງ ​ ເຂົ້າຮ່ວມການແຂ່ງຂັນບານໂລກ ຮອບສຸດທ້າຍ (ປີ 2006, 2010, 2014, 2018, 2022 ແລະ 2026)

Continue reading

ລັດຖະບານ ຈະເລີ່ມໃຊ້ລະບົບການສຶກສາໃໝ່ “6+3+3” ປ.6 ໃນສົກປີ 2028-2029

ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີບົດລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026. ໃນນັ້ນ, ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນໜຶ່ງໃນຂົງເຂດຈຸດສຸມ ທີ່ໄດ້ມີການຫັນປ່ຽນ ແລະ ປະຕິຮູບໂຄງສ້າງໃນຫຼາຍດ້ານ ເພື່ອແນໃສ່ຍົກລະດັບຄຸນນະພາບການຮຽນ-ການສອນໃຫ້ທັນສະໄໝ. ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ...

Continue reading

“ມິເກວ ເມຣີໂນ” ຮີໂຣຍິງປະຕູໄຊພາ ແອັດສະປາຍ ບຽດຊະນະ ປອກຕຸຍການ 1-0 ຜ່ານສູ່ຮອບ 8 ທີມສຸດທ້າຍ ບານໂລກ 2026

​ເກມນີ້ເຮັດຄືວ່າຈະແກ່ຍາວໄປຮອດໄລຍະຕໍ່ເວລາພິເສດ ແຕ່ແລ້ວໃນໄລຍະທົດເວລາບາດເຈັບ ນາທີ 90+1 ສອງຕົວສຳຮອງປະສານງານກັນໄດ້ຢ່າງດີ ເມື່ອ ເຟຣານ ຕໍເຣດ ສົ່ງບານໃຫ້ ມິເກວ ເມຣີໂນ ຫຼຸດເຂົ້າໄປຍິງສຽບເສົາທຳອິດ ກາຍເປັນປະຕູໄຊພາ ທີມຊາດແອັດສະປາຍ (ສະເປນ) ບຽດເອົາຊະນະ ທີມຊາດປອກຕຸຍການ (ໂປຣຕຸເກດ) ໄປໄດ້ ແບບຫວຸດຫວິດ 1-0 ຜ່ານເຂົ້າໄປຫຼິ້ນໃນຮອບ 8 ທີມສຸດທ້າຍ ເປັນຄັ້ງທຳອິດໃນຮອບ 16 ປີ ນັບຕັ້ງແຕ່ປີທີ່ພວກເຂົາຄວ້າແຊ້ມໂລກ ເມື່ອປີ 2010 ທີ່ອາຟຣິກາໃຕ້. ​ສ່ວນ ປອກການ ຕ້ອງຢຸດເສັ້ນທາງການແຂ່ງຂັນບານໂລກ 2026 ໄວ້ພຽງແຕ່ຮອບ 16 ທີມສຸດທ້າຍຢ່າງໜ້າເສຍດາຍ ພາດໂອກາດເຂົ້າໄປຫຼິ້ນໃນຮອບກ່ອນຮອງຊະນະເລີດເປັນສະໄໝທີສອງຕິດຕໍ່ກັນ ແລະ ຖືເປັນການປິດສາກເວທີເວີຄັບ...

Continue reading

ຟີຟາ ສັ່ງລະງັບໂທດໃບແດງຂອງ “ບາໂລກັນ” ໂດຍໃຫ້ຄາດໂທດໄວ້ກ່ອນ 1 ປີ ພ້ອມລົງສະໜາມພົບກັບ ແບນຊິກ ໄດ້

ສະຫະພັນກິລາບານເຕະສາກົນ ຫຼື ຟີຟາ ໄດ້ສັ່ງພັກໂທດໃບແດງທີ່ ໂຟລາຣິນ ບາໂລກັນ ກອງໜ້າທີມຊາດສະຫະລັດອາເມຣິກາ ໄດ້ຮັບໃນເກມທີ່ເອົາຊະນະ ບອດນີ (ບອດເນຍ) 2-0 ເມື່ອວັນທີ 1 ກໍລະກົດ ທີ່ຜ່ານມາ ສົ່ງຜົນໃຫ້ນັກເຕະໄວ 24 ປີຜູ້ນີ້ ສາມາດລົງຫຼິ້ນໃນເກມທີ່ຈະພົບກັບ ທີມຊາດແບນຊິກ (ເບວຢຽມ) ໃນການແຂ່ງຂັນເຕະບານໂລກ 2026 ຮອບ 16 ທີມສຸດທ້າຍ ເຊິ່ງຈະແຂ່ງຂັນກັນໃນວັນອັງຄານ ທີ 7 ກໍລະກົດນີ້. ຟີຟາ ລະບຸໃນຖະແຫຼງການວ່າ: “ຕາມມາດຕາ 27 ຂອງລະບຽບວິໄນຟີຟາ (FDC), ການບັງຄັບໃຊ້ໂທດແບນຫ້າມລົງສະໜາມໂດຍອັດຕະໂນມັດຂອງ ໂຟລາຣິນ ບາໂລກັນ ຜູ້ຫຼິ້ນທີມຊາດສະຫະລັດອາເມຣິກາ ຈະໄດ້ຮັບການລໍຖ້າລົງອາຍາ (ພັກໂທດ) ເປັນໄລຍະເວລາ 1 ປີ.” ຂະນະທີ່...

Continue reading

“ເນມາ” ປະກາດອຳລາທີມຊາດບຣາຊິນຢ່າງເປັນທາງການ ຫຼັງຕົກຮອບ 16 ທີມສຸດທ້າຍ ບານໂລກ 2026

ເນມາ ນັກເຕະຊູເປີສະຕາ ອາຍຸ 34 ປີ ທີ່ຢູ່ໃນໄລຍະຂາລົງ ຍິງປະຕູປອບໃຈໃນໄລຍະທ້າຍເກມຈາກລູກຈຸດໂທດ ໃນນັດທີ່ ບຣາຊິນ ເສຍໃຫ້ກັບ ນອກແວ (ນໍເວ) 1-2 ສົ່ງຜົນໃຫ້ ບຣາຊິນ ຕົກຮອບໃນການແຂ່ງຂັນເຕະບານໂລກໄວທີ່ສຸດນັບຕັ້ງແຕ່ປີ 1990. ເນມາ ກ່າວວ່າ: “ຂ້ອຍພະຍາຍາມແລ້ວ ພະຍາຍາມອີກ ຕອນນີ້ມັນຈົບແລ້ວ ຂ້ອຍເລີ່ມຕົ້ນຢູ່ທີ່ນີ້ ແລະ ຂ້ອຍກໍຈົບຢູ່ທີ່ນີ້.” ຖືເປັນການປິດຕຳນານການຫຼິ້ນໃຫ້ກັບທີມຊາດບຣາຊິນ ໃນຖານະຜູ້ຍິງປະຕູສູງສຸດໃນປະຫວັດສາດຂອງທີມ ດ້ວຍຈຳນວນ 80 ປະຕູ (ຫຼາຍກວ່າ ເປເລ 3 ປະຕູ) ຈາກການລົງສະໜາມ 130 ນັດ ຊຶ່ງເປັນອັນດັບ 2 ຮອງຈາກ ຄາຟູ (142 ນັດ) ໃນທຳນຽບນັກເຕະທີ່ລົງຫຼິ້ນຫຼາຍທີ່ສຸດຕະຫຼອດການຂອງບຣາຊິນ. ສ່ວນຈຸດເລີ່ມຕົ້ນນັ້ນ...

Continue reading