Skip to main content

ສສກ ຮ່ວມມືກັບ ບໍລິສັດ ຄອນເກດ ສືບຕໍ່ໂຄງການສົ່ງເສີມສຸຂະພາບຜົ້ງປາກ ແລະ ແຂ້ວ ນັກຮຽນລາວ ໃນ 8 ແຂວງທົ່ວປະເທດ

ກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຮ່ວມມືກັບ ບໍລິສັດ ຄອນເກດ-ປາມໂອລິບ (ປະເທດໄທ) ຈຳກັດ ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອສືບຕໍ່ຈັດຕັ້ງປະຕິບັດ “ໂຄງການສົ່ງເສີມການຮັກສາສຸຂະພາບຜົ້ງປາກ ແລະ ແຂ້ວ ໃຫ້ນັກຮຽນຊັ້ນປະຖົມສຶກສາ” ຫຼື “Bright Smiles, Bright Futures : BSBF” ໄລຍະປີ 2025-2028 ໃນ 8 ແຂວງເປົ້າໝາຍຂອງ ສປປ ລາວ ໃນຕອນເຊົ້າວັນທີ 6 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດຮ່ວມລົງນາມຂອງ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເພສັດຊະກອນ ຊຸຕິມາ ພິພັດຜົນສະກຸນ ຜູ້ຈັດການອາວຸໂສ ພາກພື້ນອິນໂດຈີນ, ພະແນກ Professional...

Continue reading

10 ຄົນບໍ່ມີບັນຫາ! ອັງກິດ ບຽດຊະນະ ເມັກຊິໂກ 3-2 ຜ່ານເຂົ້າຮອບ 8 ທີມ ໄປພົບ ນອກແວ

​ເກມສຸດດຣາມ້າ ແລະ ເປັນແມັດຄວາມເມົາມັນລະດັບ 5 ດາວຢ່າງແທ້ຈິງ! ເມື່ອທີມຊາດອັງກິດ ສວມບົດຫົວໃຈນັກສູ້ໃນສະຖານະການເຫຼືອຜູ້ຫຼິ້ນ 10 ຄົນ ບຽດເອົາຊະນະເຈົ້າພາບຮ່ວມ ທີມຊາດເມັກຊິໂກ ໄປແບບສຸດມ່ວນ 3-2 ໃນການແຂ່ງຂັນເຕະບານໂລກ 2026 ຮອບ 16 ທີມສຸດທ້າຍ ເມື່ອຕອນເຊົ້າວັນທີ 6 ກໍລະກົດນີ້ ທີ່ສະໜາມເອັດຕາດິໂອ ອັດເຕກ້າ ປະເທດເມັກຊິໂກ. ເຄິ່ງທຳອິດ ອັງກິດ ອອກນຳກ່ອນ 2-1 ຈາກການເໝົາຄົນດຽວສອງປະຕູຂອງ ຈູດ ເບວລິງແຮມ ກ່ອນທີ່ ຮູລຽນ ກິນໂຍເນດ ຈະຍິງຕີໄຂ່ແຕກໃຫ້ເຈົ້າພາບຍັງຢູ່ໃນເກມ. ກັບ​ເຂົ້າສູ່ເຄິ່ງຫຼັງໃນນາທີທີ 54 ສະຖານະການຂອງອັງກິດ ຕ້ອງຕົກຢູ່ໃນສະຖານະການທີ່ນາກລຳບາກ ເມື່ອ ຈາກາເຣວ ຄວານຊາ ພຸ່ງສຽບສະກັດບານໃສ່ ຮໍເຄ ຊານເຊດ...

Continue reading

ທັບນັກເຕະທີມຊາດແຄບເວີດ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງ ເດີນທາງເຖິງບ້ານເກີດ

ຂຸນພົນນັກເຕະທີມຊາດແຄບເວີດ ເດີນທາງເຖິງບ້ານເກີດ ທີ່ສະໜາມບິນໃນນະຄອນຫຼວງໄປຣຢາ ໂດຍມີແຟນບານມາຕ້ອນຮັບຢ່າງຫຼວງຫຼາຍ ຫຼັງຈາກສ້າງຜົນງານໄດ້ຢ່າງປະທັບໃຈໃນການເຂົ້າມາຫຼິ້ນໃນບານໂລກ ຮອບສຸດທ້າຍຄັ້ງທຳອິດ ດ້ວຍການສະເໝີໃນຮອບແບ່ງກຸ່ມ 3 ນັດ ຜ່ານເຂົ້າສູ່ຮອບ 32 ທີມສຸດທ້າຍ ໃນຖານະຮອງແຊ້ມກຸ່ມ ກ່ອນຈະເສຍໃຫ້ກັບ ອາເຈນຕິນາ ໃນໄລຍະຕໍ່ເວລາພິເສດ 2-3 ຫຼັງຈາກສະເໝີກັນໃນ 90 ນາທີ 2-2. ແຄບເວີດ ເປັນປະເທດໝູ່ເກາະພູໄຟ 10 ເກາະ ມີປະຊາກອນປະມານ 500,000 ຄົນ ຕັ້ງຢູ່ບໍລິເວນຝັ່ງຕາເວັນຕົກຂອງອາຟຣິກາ ແລະ ຢູ່ວັນດັບທີ 67 ຂອງໂລກກ່ອນເລີ່ມການແຂ່ງຂັນບານໂລກ 2026. ພາບໂດຍ : REUTERS

Continue reading

“ຮາລັນ” ຍິງສອງປະຕູ ພາ ນອກແວ ເອົາຊະນະ ບຣາຊິນ 2-1 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ບານໂລກ 2026

ທັບນັກເຕະທີມຊາດ​ບຣາຊິນ ຕ້ອງຢຸດຕິເສັ້ນທາງໄວ້ພຽງແຕ່ຮອບ 16 ທີມສຸດທ້າຍ ຫຼັງເສຍໃຫ້ກັບ ທີມຊາດນອກແວ (ນໍເວ) ໄປ 1-2 ໂດຍເກມນີ້ ບຣາຊິນ ພາດໂອກາດຂຶ້ນນຳກ່ອນຕັ້ງແຕ່ເຄິ່ງເວລາທຳອິດ ທີ່ ບຣູໂນ ກີມາໄຣ ຍິງຈຸດໂທດໄປຕິດເຊັບຂອງ ອໍຢານ ນີລັນ. ​ເຄິ່ງເວລາຫຼັງ ບຣາຊິນ ເປີດເກມບຸກໜັກ ແລະ ສົ່ງທັງ ເອນດຣິກ ລວມເຖິງ ເນມາ ລົງມາຫວັງຍິງປະຕູ ແຕ່ກໍຍັງເຈາະບໍ່ເຂົ້າ. ຈົນຮອດນາທີ 79 ກາຍເປັນ ນອກແວ ທີ່ພິກຂຶ້ນນຳຈາກຈັງຫວະທີ່ ອັນເດຣຍ ເຊວເດີຣຸບ ເປີດໃຫ້ ເອີລິງ ຮາລັນ ໂໝ່ງເນັ້ນໆເຂົ້າໄປ. ກ່ອນທີ່ນາທີສຸດທ້າຍ ຮາລັນ ຈະໂຊຄວາມຄົມ ຍິງປະຕູທີສອງນຳຫ່າງເປັນ 2-0 ເຖິງວ່າ ເນມາ ຈະມາຍິງຈຸດໂທດໃນໄລຍະທົດເວລາບາດເຈັບ ແຕ່ກໍໄລ່ບໍ່ທັນ. ຈົບເກມ ນອກແວ ເອົາຊະນະ ບຣາຊິນ 2-1...

Continue reading

“ເອັມບັບເປ” ຍິງປະຕູໄຊພາ ຝຣັ່ງ ດັບຝັນ ປາຣາໄກວ 1-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍ ໄປພົບ ມາຣົກ ໃນບານໂລກ 2026

ກ່ອນການແຂ່ງຂັນຄູ່ລະຫວ່າງ ທີມຊາດປາຣາໄກວ ພົບ ທີມຊາດຝຣັ່ງ ໃນການແຂ່ງຂັນເຕະບານໂລກ 2026 ຮອບ 16 ທີມສຸດທ້າຍ ເມື່ອຕອນເຊົ້າມືດວັນທີ 5 ກໍລະກົດ 2026 ຕາມເວລາ ໃນສປປ ລາວ ທີ່ສະໜາມ ລິນຄອນ ໄຟແນນຊຽວ ຟີວ (Lincoln Financial Field) ເມືອງຟິລາເດວເຟຍ ສະຫະລັດອາເມຣິກາ ໄດ້ມີການສະແດງໂດຍມີ ໄອດິນາ ເມນເຊວ (Idina Menzel) ຂັບຮ້ອງເພງຊາດສະຫະລັດອາເມຣິກາ ໃນໂອກາດສະຫຼອງຄົບຮອບ 250 ປີ ວັນປະກາດເອກະລາດ ວັນທີ 4 ກໍລະກົດ ພ້ອມທັງມີການບິນໂຊຂອງກອງທັບກ່ອນເລີ່ມເກມ. ເກມນີ້, ຝຣັ່ງ ຕ້ອງພົບກັບວຽກໜັກຕະຫຼອດກວ່າ 1 ຊົ່ວໂມງ ເມື່ອ ປາຣາໄກວ ວາງແຜນຕັ້ງເກມຮັບໄດ້ຢ່າງໜຽວແໜ້ນ ຈົນເກືອບຫາໂອກາດເຈາະບໍ່ໄດ້ ແຕ່ເກມປ່ຽນທັນທີຫຼັງຈາກທີ່ ດີດີເຢ ເດຊອງ ສົ່ງ ເດຊີເຣ...

Continue reading

ມາຣົກ ໄລ່ຕ້ອນ ເຈົ້າພາບຮ່ວມ ການາດາ 3-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026

ທີມຊາດມາຣົກ (ໂມຣັອກໂຄ) ມາໂຊຟອມຮ້ອນແຮງໃນເຄິ່ງເວລາຫຼັງ ໄລ່ຖະຫຼົ່ມ ເຈົ້າພາບຮ່ວມ ທີມຊາດການາດາ ໄປແບບຂາດຮອຍ 3-0 ຈາກການເໝົາຄົນດຽວສອງປະຕູຂອງ ອັດເຊດິນ ອູນາຮີ ກ່ອນທີ່ ໂຊຟີຢານ ຣາຮີມີ ຕົວສຳຮອງຈະຍິງປິດທ້າຍ ພານຳທີມຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ ຫຼື ຮອບ 8 ທີມສຸດທ້າຍ ໃນການແຂ່ງຂັນເຕະບານໂລກໄດ້ເປັນສະໄໝທີ 2 ຕິດຕໍ່ກັນ. ໂດຍ ມາຣົກ​ ຈະເຂົ້າໄປຖ້າພົບກັບຜູ້ຊະນະລະຫວ່າງ ຝຣັ່ງ ຫຼື ປາຣາໄກວ ໃນວັນທີ 9 ກໍລະກົດ 2026 ເພື່ອລຸ້ນສ້າງປະຫວັດສາດໜ້າໃໝ່ອີກຄັ້ງ. ​ດ້ານ ການາດາ ເຖິງວ່າຕ້ອງຢຸດຕິເສັ້ນທາງ ເວີ ຄັບ 2026 ໄວ້ພຽງຮອບ 16 ທີມ ແຕ່ພວກເຂົາກໍສ້າງປະຫວັດສາດຄັ້ງສຳຄັນ ດ້ວຍການຜ່ານເຂົ້າສູ່ຮອບນັອກເອົາ ແລະ ຜ່ານເຂົ້າເຖິງຮອບ 16...

Continue reading

ໂຄລອມບີ ບຽດຊະນະ ການາ ຫວຸດຫວິດ 1-0 ຜ່ານເຂົ້າຮອບ 16 ທີມ ໄປພົບກັບ ສະວິດເຊີແລນ

​ເກມຕັດສິນສຸດທ້າຍຂອງຮອບ 32 ທີມ ການແຂ່ງຂັນເຕະບານໂລກ 2026 ທີ່ສະໜາມ ແອໂຣເຮດ ສະເຕດ້ຽມ ໃນຕອນເຊົ້າວັນທີ 4 ກໍລະກົດ 2026 ຕາມເວລາໃນ ສປປ ລາວ ທີມຊາດໂຄລອມບີ ບຽດເອົາຊະນະ ທີມຊາດການາ ໄປແບບຫວຸດຫວິດ 1-0 ຄວ້າໂຄຕ້າສຸດທ້າຍຜ່ານເຂົ້າຮອບ 16 ທີມຕໍ່ໄປໄດ້ສຳເລັດ. ​ໂຄລອມບີ ໄດ້ປະຕູປົດລັອກຕັ້ງແຕ່ນາທີທີ 14 ຈາກລູກແປໂລ່ງໆ ສຸດເດັດຂາດຂອງ ຈອນ ອາຣຽດ ພາທີມຂຶ້ນນຳກ່ອນ 1-0. ​ຫຼັງຈາກນັ້ນ ເກມຂ້ອນຂ້າງອຶດອັດ, ໂຄລອມບີ ພາດໂອກາດໄດ້ປະຕູຕອກຝາໂລງ ຈາກຈັງຫວະທີ່ ຫຼຸຍ ດີອາດ ເຂົ້າຊາດຈໍ້ໆ ສົ່ງບານເຂົ້າກົ້ນຕາໜ່າງ ແຟນບານເຮລັ່ນສະໜາມ ແຕ່ສຸດທ້າຍຖືກ VAR ຮິບປະຕູຄືນ ຈາກຈັງຫວະລ້ຳໜ້າຢ່າງໜ້າເສຍດາຍ. ​ທາງຝັ່ງທີມຊາດການາ...

Continue reading

ສຶກສາ-ກິລາ ນວ ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ

ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2026 ທີ່ ໂຮງຮຽນ ມັດທະຍົມສົມບູນ ວຽງຈັນ (ມສ ວຽງຈັນ) ໂດຍການເປັນປະທານ ແລະ ເຂົ້າຮ່ວມເຜີຍແຜ່ຂອງ ສະຫາຍ ປອ ນາງ ວິໄລວອນ ຈັນທະລາຕີ ກຳມະການປະຈຳພັກ, ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ, ມີສະຫາຍ ນາງ ລີປ່າເອ້ຍ ລີບົວປາວ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຄະນະນໍານະຄອນຫຼວງ, ສະມາຊິກພັກ, ພະນັກງານ ແລະ ຄູອາຈານພາຍໃນເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ. ...

Continue reading