ອານັນໄຊ ແລະ ພູຄູນ ຄວ້າແຊ້ມລົດຖີບ ຊີງແຊ໋ມປະເທດລາວ ປະຈຳປີ 2026 ໄປຄອງຢ່າງຍິ່ງໃຫຍ່
ສະຫະພັນກິລາລົດຖີບແຫ່ງຊາດລາວ ປະສົບຜົນສຳເລັດຢ່າງຈົບງາມໃນການຈັດການແຂ່ງຂັນລົດຖີບ ຊີງແຊ໋ມປະເທດລາວ ປະຈຳປີ 2026 ລະຫວ່າງວັນທີ 27-28 ມິຖຸນາ 2026 ທີ່ຜ່ານມາ ໂດຍມີນັກປັ່ນມືດີຈາກທົ່ວປະເທດເຂົ້າຮ່ວມຊີງໄຊຢ່າງຄຶກຄື້ນ ພາຍໃຕ້ສະພາບອາກາດທີ່ຮ້ອນເອົ້າ ແຕ່ເຕັມໄປດ້ວຍຄວາມດຸເດືອດ.
ການແຂ່ງຂັນໃນຄັ້ງນີ້ ມີການຊີງໄຊກັນທັງໝົດ 6 ລາຍການ ໃນ 4 ຮຸ່ນອາຍຸ ໂດຍແບ່ງການແຂ່ງຂັນອອກເປັນ 2 ມື້ ໃນເສັ້ນທາງທີ່ແຕກຕ່າງກັນ ເພື່ອທົດສອບຄວາມສາມາດ ແລະ ສະມັດຖະພາບຂອງນັກກິລາຢ່າງຮອບດ້ານ ໂດຍມື້ທຳອິດ (27 ມິຖຸນາ) ແຂ່ງຂັນຢູ່ເສັ້ນທາງບໍລິເວນບຶງທາດຫຼວງ ນະຄອນຫຼວງວຽງຈັນ ປະກອບມີ 2...








