ຖະແຫຼງຜົນສຳເລັດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ເປັນເຈົ້າພາບ
ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ (AMMSTI) ຄັ້ງທີ 22, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ (COSTI) ຄັ້ງທີ 89 ແລະ ກອງປະຊຸມປິ່ນອ້ອມອື່ນໆ ເຊິ່ງໄດ້ດຳເນີນໄປໃນລະຫວ່າງວັນທີ 22-26 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ ໂດຍໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ມີໝາກຜົນຫຼາຍດ້ານ.ອີງຕາມການລາຍງານຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ທັງເປັນເຈົ້າໜ້າທີ່ອາວຸໂສ ວ່າດ້ວຍວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຝ່າຍລາວ ໄດ້ໃຫ້ຮູ້ເຖິງລາຍລະອຽດ ແລະ...








