Skip to main content

ໂຮງຮຽນ ມ.ປາຍ ພອນສະຫວັນ ມິດຕະພາບ ຈຳປາສັກ-ເລີ່ມດົງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຟົດຟື້ນ

ໃນວັນທີ 5 ຕຸລາ 2026 ທີ່ໂຮງຮຽນ ມັດທະຍົມປາຍ ພອນສະຫວັນ ມິດຕະພາບ ຈຳປາສັກ-ເລີ່ມດົງ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026) ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ໂພໄຊ ວົງຄຳຊາວ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຈຳປາສັກ. ພ້ອມນີ້, ຍັງມີຜູ້ຕາງໜ້າຈາກກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງຈຳປາສັກ, ທ່ານ ເກດ ແສງດາວ, ຮັກສາການຜູ້ອໍານວຍການໂຮງຮຽນ, ພ້ອມດ້ວຍສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນຕາແສງ-ບ້ານ, ຄູ-ອາຈານ ແລະ ນ້ອງໆນັກຮຽນ ຢ່າງພ້ອມພຽງ. ໃນພິທີ, ທ່ານ ໂພໄຊ ວົງຄຳຊາວ...

Continue reading

ວລ ເຕັກນິກປາກປ່າສັກ ສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2025-2026 ພ້ອມໄຂສົກຮຽນໃໝ່ 2026-2027

ວິທະຍາໄລເຕັກນິກປາກປ່າສັກ ຈັດພິທີສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກຮຽນ 2025-2026 ແລະ ໄຂສົກຮຽນໃໝ່ ສົກຮຽນ 2026-2027 ຢ່າງເປັນທາງການ ໃນຕອນເຊົ້າວັນທີ 2 ຕຸລາ 2026 ທີ່ວິທະຍາໄລດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບປະກາສະນີຍະບັດຂອງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກ ປາກປ່າສັກ ພ້ອມດ້ວຍຄະນະອຳນວຍການ, ແຂກຖືກເຊີນຈາກບັນດາກົມ, ວິທະຍາໄລ, ບໍລິສັດຫ້າງຮ້ານ ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນ້ອງນັກສຶກສາຢ່າງພ້ອມພຽງ. ໃນພິທີ, ທ່ານ ໂພໄຊ ບູລົມ...

Continue reading

ສວສ ກວດຜ່ານປຶ້ມແບບຮຽນ ແລະ ຄູ່ມືຄູ ກ່ຽວກັບລະເບີດບໍ່ທັນແຕກ ຊັ້ນມັດທະຍົມສຶກສາຕອນຕົ້ນ

ໃນວັນທີ 5 ຕຸລາ 2026 ນີ້, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຂຽນ ແລະ ກວດຜ່ານປຶ້ມແບບຮຽນ ແລະ ຄູ່ມືຄູ ຄວາມຮູ້ກ່ຽວກັບລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ສປປ ລາວ ສຳລັບຊັ້ນມັດທະຍົມສຶກສາຕອນຕົ້ນ ຂຶ້ນທີ່ແຂວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊລບ), ມີຜູ້ແທນ, ນັກວິຊາການ, ຄູ-ອາຈານ ແລະ...

Continue reading

ສສກ ຮ່ວມກັບລັດຖະບານອົດສະຕຣາລີ ພັດທະນາຄູ່ມືແນະນຳໃໝ່ ທີ່ຊ່ວຍຄູສອນຫ້ອງຄວບຊັ້ນປະຖົມ ເພື່ອການສະໜັບສະໜູນນັກຮຽນທຸກຄົນ

ຫຼາຍກວ່າ 40% ຂອງຫ້ອງຮຽນຊັ້ນປະຖົມໃນທົ່ວ ສປປ ລາວ ເປັນຫ້ອງຮຽນຄວບ, ເຊິ່ງມີນັກຮຽນ 2 ຂັ້ນຮຽນຂຶ້ນໄປ ຮຽນຮ່ວມກັນໃນຫ້ອງດຽວ. ຫ້ອງຮຽນປະເພດນີ້ ແມ່ນຍັງມີຫຼາຍ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ. ຄາດວ່າການຫຼຸດລົງຂອງຈຳນວນຄູ ໃນໄລຍະຜ່ານມານີ້ ຈະເຮັດໃຫ້ຫ້ອງຮຽນປະເພດດັ່ງກ່າວມີຈຳນວນເພີ່ມຂຶ້ນຕື່ມອີກ. ສະນັ້ນ, ເພື່ອສະໜອງການສະໜັບສະໜູນ ທີ່ສາມາດນຳໄປປະຕິບັດໄດ້ຈິງໃຫ້ແກ່ຄູ-ອາຈານ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ກຳລັງທົດລອງນຳໃຊ້ຄູ່ມືແນະນຳໃໝ່ສຳລັບການສອນຫ້ອງຄວບ ໃນໂຮງຮຽນ 30 ແຫ່ງ ຢູ່ໃນບັນດາເມືອງເປົ້າໝາຍຂອງແຂວງຫຼວງນ້ຳທາ, ຊຽງຂວາງ ແລະ ສະຫວັນນະເຂດ ໃນລະຫວ່າງ ເດືອນ ຕຸລາ ແລະ ເດືອນ...

Continue reading

ໂຮງຮຽນ ຊັບປັນຍາ ຈັດກິດຈະກຳສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຄຶກຄື້ນ

ໂຮງຮຽນ ສາມັນສຶກສາ ຊັບປັນຍາ ເຂດບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັດງານສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994–7 ຕຸລາ 2026) ເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ ເພື່ອຫວນຄືນເຖິງຂະບວນວິວັດທະນາການ, ຄຸນງາມຄວາມດີ ແລະ ບຸນຄຸນອັນໃຫຍ່ຫຼວງຂອງຄູ-ອາຈານ ທີ່ໄດ້ສຸມສະຕິປັນຍາ, ເຫື່ອແຮງ ໃນການອົບຮົມສັ່ງສອນ ແລະ ສຶກສາຮ່ຳຮຽນໃຫ້ທຸກອາຊີບທຸກຊັ້ນຄົນ ຂອງພໍ່ແມ່ປະຊາຊົນບັນດາເຜົ່າກາຍເປັນບຸກຄະລາກອນທີ່ມີຄຸນນະພາບຂອງຊາດ. ເມື່ອວັນທີ 2 ຕຸລາ 2026 ຜ່ານມາ ທີ່ໂຮງຮຽນ ຊັບປັນຍາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ, ໂດຍໃຫ້ກຽດເຂົ້າຮ່ວມຂອງ...

Continue reading

ຄະນະວິທະຍາສາດທຳມະຊາດ ມຊ ແຂ່ງຂັນກິລາບານເຕະຊາຍ ມິດຕະພາບ 4 ພາກສ່ວນ ສະຫຼອງວັນຊາດ ແລະ ວັນສ້າງຕັ້ງ ມຊ ຄົບຮອບ 30 ປີ ຢ່າງຟົດຟື້ນ

ໜ່ວຍຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳການແຂ່ງຂັນກິລາບານເຕະຊາຍ (7 ຮັບ 1) ແບບມິດຕະພາບ 4 ພາກສ່ວນຂຶ້ນເມື່ອວັນທີ 30 ກັນຍາ ຜ່ານມາ ທີ່ເດີ່ນບານເຕະ ຫຍ້າທຽມ ສາທິດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມມີທ່ານ ຮສ.ປອ ນາງ ວັນແສງ ຈູນລະມານີ ຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ປອ ສອນໄຊ ຊົງວິໄລ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ທ່ານ ປອ ເພັງໄຊ ດີວັນໄຊ ຮອງຫົວໜ້າຄະນະວິຊາ ຄະນະວິທະຍາສາດທຳມະຊາດ, ຕາງໜ້າຄະນະບໍລິຫານງານຊາວໝຸ່ມ ມຊ, ບໍລິສັດ Sonsacksith Exploration and Mining ຈຳກັດ ແລະ ບໍລິສັດ GeoX ຈຳກັດ ພ້ອມດ້ວຍຄູອາຈານ ແລະ...

Continue reading

ສສກ ຍ້ອງຍໍຜູ້ຕາງໜ້າ JICA ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ

ໃນວັນທີ 30 ກັນຍາ 2026 ຢູ່ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ແກ່ ທ່ານ ນາງ ລີຊ້າ ສິບະຕະ (Ms. Risa Shibata) ຜູ້ຕາງໜ້າຮັບຜິດຊອບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ຈາກອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈຳ ສປປ ລາວ ເນື່ອງໃນໂອກາດສຳເລັດວາລະການປະຈຳການ (1 ກໍລະກົດ 2023 – 30 ກັນຍາ 2026) ໃຫ້ກຽດມອບຂອງ ທ່ານ ນາງ ພຸດສະຫວາດ ວົງພະຈັນ ຮອງຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ມີຄະນະຜູ້ແທນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ​ການມອບໃບຍ້ອງຍໍໃນຄັ້ງນີ້ ເປັນການຢັ້ງຢືນ ແລະ ຍ້ອງຍໍສັນລະເສີນເຖິງຜົນງານດີເດັ່ນ, ຄວາມທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ ແລະ ຄວາມສາມາດຂອງ ທ່ານ ນາງ ລີຊ້າ ສິບະຕະ ຕະຫຼອດໄລຍະເວລາ 3...

Continue reading

ກົມຈັດຕັ້ງ ສສກ ສະຫຼຸບວຽກງານຂໍ້ແຂ່ງຂັນ 3 ອົງການຈັດຕັ້ງມະຫາຊົນ ປະຈຳປີ 2026 ພ້ອມປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜ່ງບໍລິຫານ

ໃນວັນທີ 25 ກັນຍາ 2026, ທີ່ຫ້ອງປະຊຸມ 425 ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມສະຫຼຸບວຽກງານແຂ່ງຂັນ 3 ອົງການຈັດຕັ້ງມະຫາຊົນ ປະຈຳປີ 2026 ພ້ອມທັງປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານດຳລົງຕຳແໜງບໍລິຫານ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ກຳມະການປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ, ຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຄະນະໜ່ວຍພັກ-ຄະນະນຳ, ຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ, ຫົວໜ້າ-ຮອງພະແນກ, ຕະຫຼອດຮອດພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ,...

Continue reading