Skip to main content

ປະຖົມລ້ອງລານ ໂຮງຮຽນຕົວແບບດີເດັ່ນດ້ານການຄຸ້ມຄອງບໍລິຫານ ແລະ ການມີສ່ວນຮ່ວມຂອງຊຸມຊົນ

ການພັດທະນາວຽກງານການສຶກສາຂັ້ນພື້ນຖານ ໂດຍສະເພາະແມ່ນການສຶກສາຊັ້ນປະຖົມ ຖືເປັນເສົາຄ້ຳອັນສຳຄັນໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ເພື່ອຮັບໃຊ້ຊາດໃນອະນາຄົດ. ພາຍໃຕ້ແນວທາງນະໂຍບາຍພັດທະນາການສຶກສາຂອງ ພັກ ແລະ ລັດຖະບານ ໃນໄລຍະໃໝ່, ການສ້າງໂຮງຮຽນໃຫ້ກາຍເປັນ “ໂຮງຮຽນຕົວແບບ” ທີ່ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ມີການບໍລິຫານທີ່ເຂັ້ມແຂງ ຖືເປັນເປົ້າໝາຍຍຸດທະສາດທີ່ສຳຄັນ. ເຖິງຢ່າງໃດກໍຕາມ, ໃນເຂດຊົນນະບົດຫ່າງໄກສອກຫຼີກ ແລະ ເຂດພູດອຍ, ການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ການບໍລິຫານໂຮງຮຽນໃຫ້ມີປະສິດທິພາບ ສ່ວນຫຼາຍມັກຈະພົບກັບອຸປະສັກນານາປະການ ບໍ່ວ່າຈະເປັນດ້ານງົບປະມານ, ພື້ນຖານໂຄງລ່າງ ຫຼື...

Continue reading

ຮອງລັດຖະມົນຕີ ສສກ ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ສະພາບັນດິດວິທະຍາສາດ ແຫ່ງ ສປ ຈີນ

ໃນວັນທີ 15 ມິຖຸນາ 2026 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມຂອງ ຄະນະຜູ້ແທນຈາກສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ສະພາບັນດິດວິທະຍາສາດ ແຫ່ງ ສປ ຈີນ, ເຊິ່ງນຳໂດຍ ທ່ານ ສຈ.ປອ ເຈິ້ງ ຊືລີ່ (Zhe ng Shili) ຮອງຜູ້ອຳນວຍການໃຫຍ່ ສະຖາບັນຄົ້ນຄວ້າໜອງເກືອຊິງໄຮ ສະພາບັນດິດວິທະຍາສາດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ມີຫົວໜ້າຫ້ອງການ, ຫົວໜ້າກົມ, ພ້ອມມດວ້ຍຄະນະຮັບຜິດຊອບເຂົ້າຮ່ວມຢ່າງພ້ອມພຽງ. ການເຂົ້າພົບປະຢ້ຽມຢາມໃນຄັ້ງນີ້, ກໍເພື່ອເປັນການປຶກສາຫາລືການຮ່ວມມືລະຫວ່າງ...

Continue reading

ສສກ-ທະນາຄານໂລກ ສຳເລັດການຊຸກຍູ້ຊ່ວຍເຫຼືອ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາໄລຍະສາມ

ກອງປະຊຸມສະຫຼຸບການຊຸກຍູ້ຊ່ວຍເຫຼືອ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະສາມ: ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ (GPE III: LEAP) ໄດ້ຈັດຂຶ້ນເມື່ອວັນທີ 12 ມິຖຸນາ 2026 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວຽງສະໄໝ ສຣິດທິຣາດ ເຈົ້າໜ້າທີ່ອາວຸໂສ ຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີ ທ່ານ ໄມເຄິ້ນ ດັບໂບ ນັກເສດຖະສາດອາວຸໂສ, ຫົວໜ້າຄະນະທີມງານ ຈາກທະນາຄານໂລກ, ທ່ານ ລຣໍລີ້ ປິນໂນເນັ້ນ ຊ່ຽວຊານອາວຸໂສດ້ານການສຶກສາ, ຮ່ວມຫົວໜ້າຄະນະທີມງານ ຈາກທະນາຄານໂລກ, ບັນທ່ານຫົວໜ້າກົມ-ຮອງຫົວໜ້າກົມ,...

Continue reading

ສກຂ ສະຫວັນນະເຂດ ຮ່ວມກັບ ແຜນງານບີຄວາ ຖອດຖອນບົດຮຽນການຈັດຕັ້ງປະຕິບັດທຶນ CPD ປະຈຳສົກຮຽນ 2025-2026

ໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2026 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ສະຫວັນນະເຂດ ໄດ້ມີການເປີດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດທຶນສະໜັບສະໜູນວຽກງານດັ່ງກ່າວ (ສຳລັບກຸ່ມທີ 2) ຢ່າງເປັນທາງການ ເພື່ອເປັນການທົບທວນຄືນ ແລະ ຕີລາຄາການຈັດຕັ້ງປະຕິບັດວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ໃນໄລຍະ 1 ປີຜ່ານມາ ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ແລະ ທ່ານ ນາງ ຄຳມາພອນ ນະສະໄໝ ທີ່ປຶກສາດ້ານການສຶກສາ ແຜນງານບີຄວາ ປະຈຳເຂດບໍລິການ ວິທະຍາໄລຄູສະຫວັນນະເຂດ; ມີຜູ້ເຂົ້າຮ່ວມຈາກກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ຄະນະນຳ ແລະ...

Continue reading

ແຂວງໄຊສົມບູນ ມອບ-ຮັບຫົວບົດສອບເສັງ ແລະ ແນະນຳການລົງຊີ້ນຳສູນສອບເສັງຈົບຊັ້ນ ມ.7 ປະຈຳສົກຮຽນ 2025-2026

ໃນຕອນບ່າຍຂອງວັນທີ 12 ມິຖຸນາ 2026 ນີ້, ພະແນກສຶກສາທິການ ແລະ ກິລາແຂວງໄຊສົມບູນ ໄດ້ຈັດກອງປະຊຸມໂອ້ລົມຄະນະກຳມະການລົງຊີ້ນຳສູນສອບເສັງ ແລະ ມອບ-ຮັບຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ພຸດລຳໄພ ທຽມພຣະສອນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊສົມບູນ, ມີປະທານ-ຮອງປະທານສູນອັດສຳເນົາຫົວບົດສອບເສັງ, ປະທານ-ຮອງປະທານສູນສອບເສັງແຕ່ລະແຫ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ​ໃນກອງປະຊຸມ, ຄະນະຮັບຜິດຊອບໄດ້ຜ່ານຄຳແນະນຳກ່ຽວກັບວຽກງານວິຊາການ ແລະ ກົດລະບຽບການສອບເສັງໃຫ້ແກ່ປະທານສູນສອບເສັງທົ່ວແຂວງຮັບຮາບ. ຈາກນັ້ນ,...

Continue reading

ຫັກປະກາຊຽນ! ເຄັບເວີດ ນ້ອງໃໝ່ ຢັນສະເໝີ ແອັດສະປາຍ ດີກຣີແຊ້ມເອີໂຣ ແບບບໍ່ມີສະກໍ ປະເດີມບານໂລກ 2026 ກຸ່ມ H

ການແຂ່ງຂັນເຕະບານໂລກ 2026 ໃນວັນທີ 15 ມິຖຸນາ 2026 ຫຼື ກົງກັບຕອນເຊົ້າວັນທີ 16 ມິຖຸນານີ້ ຕາມເວລາໃນ ສປປ ລາວ ເປັນການລົງສະໜາມຂອງກຸ່ມ H ທີ່ສະໜາມເມັດໄລ້ ສະເຕດ້ຽມ ສະຫະລັດອາເມລິກາ ລະຫວ່າງ ທີມຊາດແອັດສະປາຍ (ສະເປນ)  ດີກຣີແຊ້ມໂລກ 1 ສະໄໝ ແລະ ແຊ້ມເອີໂຣ ພົບກັບ ທີມຊາດເຄັບເວີດ ທີມນ້ອງໃໝ່ຂອງລາຍການນີ້. ເກມນີ້ກໍຖືວ່າເປັນໄປຕາມທີ່ຄາດໄວ້ ພໍແຕ່ກຳມະການເປົ່າໝາກຫວີດເລີ່ມຕົ້ນການແຂ່ງຂັນ ກໍເປັນ ແອັດສະປາຍ ທີ່ເປີດເກມບຸກເຂົ້າກົດດັນໃສ່ທັນທີ ແລະ ກໍຖືວ່າ ເປັນການພັບສະໜາມບຸກໃສ່ ເຄັບເວີດ (Cape...

Continue reading

​ຝົນຕົກໜັກຢູ່ນະຄອນໂຮ່ຈີມິນ ນໍ້າຖ້ວມສູງຮອດແອວ ລົດເພຕາຍກາງທາງຫຼາຍຈຸດ

​ໃນຕອນແລງຂອງວັນທີ 15 ມິຖຸນາ 2026, ນະຄອນໂຮ່ຈີມິນ ປະເທດຫວຽດນາມ ໄດ້ປະເຊີນກັບຝົນຕົກໜັກ ແລະ ລົມພັດແຮງເປັນເວລາດົນກວ່າ 1 ຊົ່ວໂມງ ສົ່ງຜົນໃຫ້ຫຼາຍພື້ນທີ່ເກີດນໍ້າຖ້ວມຂັງ ໂດຍສະເພາະແມ່ນເຂດເຖົາດ້ຽນ (Thao Dien) ແລະ ເຂດອານຄານ (An Khanh) ເຊິ່ງລະດັບນໍ້າບາງຈຸດສູງເກືອບຮອດແອວ ເຮັດໃຫ້ລົດຈັກ ແລະ ລົດໃຫຍ່ຈຳນວນຫຼາຍເພຕາຍຢູ່ກາງທາງ ປະຊາຊົນຕ້ອງໄດ້ຍູ້ລົດຝ່ານໍ້າເພື່ອຮີບກັບເຮືອນ. ​ເສັ້ນທາງສາຍສໍາຄັນຫຼາຍສາຍ ເປັນຕົ້ນແມ່ນ ຖະໜົນ ກວກເຮືອງ (Quoc Huong), ຊວນຖຸຍ (Xuan Thuy), ດິງໂບ້ລີງ (Dinh Bo...

Continue reading

ສກຂ ຜົ້ງສາລີ ຖອດຖອນບົດຮຽນວຽກງານບໍລິຫານການເງິນ ປະຈໍາປີ 2025 ພ້ອມວາງທິດທາງແຜນການຕໍ່ໜ້າ

ໃນລະຫວ່າງວັນທີ 11-12 ມິຖຸນາ 2026 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານບໍລິຫານການເງິນ ປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ມີບັນດາຫົວໜ້າໜ່ວຍງານບໍລິຫານ, ຜູ້ຮັບຜິດຊອບວຽກງານການເງິນ ບັນຊີ ແລະ ຊັບສິນຈາກ 7 ເມືອງທົ່ວແຂວງ ພ້ອມດ້ວຍຜູ້ຮັບຜິດຊອບວຽກງານດັ່ງກ່າວຂອງໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ໂຮງຮຽນ ມສ ຊົນເຜົ່າແຂວງ ແລະ...

Continue reading