ສາມອົງການຈັດຕັ້ງມະຫາຊົນ ສສກ ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025
ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດ ປີ 2025 ໂດຍໄດ້ຮັບການສະໜັບມະໜູນຈາກ ຄະນະຊີ້ນຳລະດັບຊາດເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນ ເມື່ອວັນທີ 10 ມິຖຸນາ 2026 ທີ່ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ວາດສະໜາ ຈັນທະນະສິນ ເລຂາຄະນະພັກຮາກຖານ ຄສບ, ຫົວໜ້າຄະນະວິຊາ ຄສບ, ສະຫາຍ ນາງສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ມີຄະນະຮັບຜິດຊອບ, ຄູ-ອາຈານ, ນັກສຶກສາ ແລະ...








