ສກຂ ຫຼວງພະບາງ ແລະ ອົງການລີອ໋ອດ ຮ່ວມລົງນາມໂຄງການໂອກາດດ້ານການສຶກສາລາວ ໄລຍະທີ V

ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ ແລະ ອົງການລີອ໋ອດ ໄດ້ຮ່ວມກັນລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການໂອກາດດ້ານການສຶກສາລາວ (ລີອ໋ອດ) ໄລຍະ V ໃນວັນທີ 31 ຕຸລາ 2025 ນີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ເປັນກຽດລົງນາມໂດຍ ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ນາງ ຈີ່ເນັດ ທາຍເລີ ຫົວໜ້າຄະນະກຳມະການກອງທຶນໂຄງການໂອກາດດ້ານການສຶກສາລາວອົງການລີອ໋ອດ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກິລາ, ພະແນກການອ້ອມຂ້າງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ນະຄອນ-ຫຼວງພະບາງ, ຫົວໜ້າ-ຮອງຫົວໜ້າຂະເເໜງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ສາຍສະຫວາດ ປັນຍາໄຊ ຫົວໜ້າພະແໜງການສຶກສານອກໂຮງຮຽນ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງການຕ່າງປະເທດ ສະບັບເລກທີ 6598/ຕປທ.ຈສກ, ນະຄອນຫຼວງວຽງຈັນ ວັນທີ 13 ຕຸລາ 2025 ວ່າດ້ວຍການຮັບເອົາການຊ່ວຍເຫຼືອຈາກອົງການລີອ໋ອດ ແລະ ໃບມອບສິດຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1953/ສສກ, ນະຄອນຫຼວງວຽງຈັນ ວັນທີ 24 ຕຸລາ 2025 ວ່າດ້ວຍການມອບສິດໃຫ້ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຕາງໜ້າກະຊວງສຶກສາທິການ ແລະ ກິລາ ເປັນຜູ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບອົງການລີອ໋ອດ, ໂຄງການໂອກາດດ້ານການສຶກສາລາວ (ລີອອດ) ແມ່ນໂຄງການເພື່ອການກຸສົນຂອງປະເທດອັງກິດທີີ່ໄດ້ດໍາເນີນວຽກງານໃນ ສປປ ລາວ ເປັນວເລາ 17 ປີ. ໂຄງການນີ້ ມີ 4 ກິດຈະກໍາຫຼັກຄື: ຝຶກອົບຮົມພາສາອັງກິດ, ທຶນການສຶກສາ, ຝຶກອົບຮົມການຕັດຫຍິບ ແລະ ຊ່ວຍເຫຼືອຊຸມຊົນ, ກິດຈະກໍາຂອງໂຄງການແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ 6 ແຫຼ່ງຄື: ການບໍລິຈາກ ຂອງຄົນທົ່ວໄປ, ການບໍລິຈາກຂອງຄະນະກໍາມະການກອງທຶນ, ການບໍລິຈາກຂອງສະຖາບັນອື່ນໆ, ການບໍລິຈາກຂອງກອງທຶນຕ່າງໆ, ກິດຈະກໍາລະດົມທຶນ ແລະ ທຶນສົມທົບຂອງລັດຖະບານປະເທດອັງກິດ ຊຶ່ງທຸກການລະດົມທຶນທີີ່ໄດ້ຢູ່ຕາງປະເທດແມ່ນຈະເຂົ້າບັນຊີຢູ່ປະເທດອັງກິດ ແລະ ໄດ້ມີການຄຸ້ມຄອງຕາມລະບຽບການຂອງ ລັດຖະບານອັງກິດ. ຊຶ່ງກິດຈະກຳດັ່ງກ່າວຈະໄດ້ຈັດຕັັ້ງປະຕິບັດຢູ່ 7 ເມືອງຂອງແຂວງຫຼວງພະບາງ ຄຶ: ນະຄອນຫຼວງພະບາງ, ເມືອງຈອມເພັດ, ເມືອງປາກອູ, ເມືອງປາກແຊງ, ເມືອງງອຍ, ເມືອງຊຽງເງິນ ແລະ ເມືອງນໍໍ້າບາກ ໂດຍຈະເລີ່ມຈັດຕັ້ງປະຕິບັດແຕ່ມື້ໄດ້ຮັບການອະນຸມັດຈົນເຖິງວັນທີ 31 ກໍລະກົດ 2028.
ຈຸດປະສົງຂອງໂຄງການແມ່ນເພື່ອເປີດໂອກາດໃຫ້ຜູ້ດ້ອຍໂອກາດໄດ້ເຂົ້າເຖິງການສຶກສາ, ມີວິຊາອາຊີບ, ມີວຽກເຮັດງານທໍາ, ຍົກລະດັບພາສາອັງກິດໃຫ້ພະນັກງານໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີີ່ວຽກງານໃນໄລຍະໃໝ່, ເຮັດໃຫ້ສະພາບແວດລ້ອມໂຮງຮຽນເຂດຊົນນະບົດຫ່າງໄກສອກຫຼີກໄດ້ຮັບການປັບປຸງດີຂຶ້ນ, ຊ່ວຍຍົກລະດັບ ພາສາອັງກິດ ໃຫ້ແກ່ຄູສອນຊັັ້ນປະຖົມສຶກສາເພື່ອປັບປຸງໃຫ້ມີຄຸນນະພາບດີຂຶ້ນ ແລະ ສອດຄ່ອງກັບຍຸດທະສາດການສຶກສາແຫ່ງຊາດ.
ພາບ-ຂ່າວໂດຍ: ສອນອາຄົມ ແກ້ວຄຳເພັດ
















