Skip to main content

ທ່ານຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານທູດຍີ່ປຸ່ນ ໂອກາດສຳເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ

03/11/2026
ໃນຕອນບ່າຍວັນທີ 2 ພະຈິກ 2026 ທີ່ສຳນັກງານກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາຂອງ ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດທີ່ທ່ານສຳເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານເອກອັກຄະຣາຊະທູດ ແຫ່ງ ປະເທດຍີ່ປຸ່ນ ທີ່ໄດ້ປະຕິບັດໜ້າທີ່ດ້ວຍຜົນສຳເລັດອັນຈົບງາມ ຕະຫຼອດວາລະການດຳລົງຕຳແໜ່ງ ແລະ ປະຕິບັດໜ້າທີ່ຢູ່ ສປປ ລາວ. ພ້ອມທັງສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ສະຖານທູດຍີ່ປຸ່ນ ປະຈຳ ລາວ ທີ່ໄດ້ເຮັດໜ້າທີ່ເປັນຂົວຕໍ່ໃນການເສີມສ້າງສາຍພົວພັນໄມຕີຈິດມິດຕະພາບ ແລະ ການຮ່ວມມືລະຫວ່າງສອງລັດຖະບານ, ໂດຍສະເພາະແມ່ນການພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ມີຄວາມກ້າວໜ້າຢ່າງຕໍ່ເນື່ອງ.
ນອກນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ລາຍງານໃຫ້ ທ່ານທູດຍີ່ປຸ່ນ ຮັບຊາບກ່ຽວກັບຄວາມຄືບໜ້າຂອງການປະຕິຮູບລະບົບການສຶກສາສາຍສາມັນຂອງ ສປປ ລາວ ເປັນ 6+3+3 ເຊິ່ງປັດຈຸບັນພວມຢູ່ໃນໄລຍະປັບປຸງຫຼັກສູດໃໝ່ ແລະ ຈະເລີ່ມຈັດຕັ້ງປະຕິບັດໃນສົກຮຽນ 2027-2028 (ຊັ້ນ ປ.1-ປ.3) ໃຫ້ຄົບຖ້ວນໃນສົກຮຽນ 2030-2031. ນອກຈາກນີ້, ຍັງໄດ້ຍົກໃຫ້ເຫັນການສ້າງຕັ້ງມະຫາວິທະຍາໄລສ້າງຄູແຫ່ງຊາດ ເພື່ອຍົກຄຸນະພາບການສິດສອນ ແລະ ການກຽມຄວາມພ້ອມຈັດພິທີມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຢ່າງເປັນທາງການ. ຢ່າງໃດກໍດີ, ຂໍສະແດງຄວາມຂອບໃຈຕໍ່ລັດຖະບານຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງກວ້າງຂວາງ ເປັນຕົ້ນແມ່ນ ການສະໜັບສະໜູນທຶນການສຶກສາ, ການຝຶກອົບຮົມ, ການປັບປຸງຫຼັກສູດວິຊາຄະນິດສາດຊັ້ນປະຖົມ, ການພັດທະນາຄູ, ການກໍ່ສ້າງ-ປັບປຸງໂຄງຮ່າງພື້ນຖານ ແລະ ການສົ່ງຊ່ຽວຊານ-ອາສາສະໝັກມາຊ່ວຍເຫຼືອທັງຢູ່ສູນກາງ ແລະ ທ້ອງຖິ່ນ.
ໂອກາດດັ່ງກ່າວ, ທ່ານ ໂຄອິຊຸມິ ຊຶໂຕະມຸ ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ກໍຄື ກະຊວງ ສສກ ທີ່ໄດ້ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກຢ່າງດີຕະຫຼອດໄລຍະການປະຕິບັດໜ້າທີ່. ພ້ອມທັງຕີລາຄາສູງຕໍ່ການຊີ້ນຳ-ນຳພາຂອງ ທ່ານ ຮອງນາຍົກລັດຖະມົນຕີ ທີ່ເຮັດໃຫ້ວຽກງານການສຶກສາຂອງລາວມີການປ່ຽນແປງ ແລະ ພັດທະນາຢ່າງຮອບດ້ານ. ທ່ານທູດ ຍັງໄດ້ຢືນຢັນອີກວ່າ ລັດຖະບານຍີ່ປຸ່ນ ຈະຍັງຄົງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງ ໃນຂົງເຂດການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອຮ່ວມກັນຊຸກຍູ້ ສປປ ລາວ ໃຫ້ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນຕໍ່ໜ້າ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ