ສກຂ ຫຼວງພະບາງ ແລະ ມະຫາວິທະຍາໄລ ທາຍຫງວຽນ ຫາລືຮ່ວມມືວຽກງານຮອບດ້ານ
03/11/2026

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລ ທາຍຫງວຽນ ສສ ຫວຽດນາມ ໄດ້ຫາລືຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ວິທະຍາສາດ, ເທັກໂນໂລຊີ ແລະ ການແລກປ່ຽນຊັບພະຍາກອນມະນຸດ ໃນວັນທີ 29 ຕຸລາ 2026 ທີ່ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ອ່ອນຈັນ ແສງຄໍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ຮສ.ປອ ຫງວຽນ ແທງ ຮາ ຮອງຜູ້ອຳນວຍການ ມະຫາວິທະຍາໄລທາຍຫງວຽນ ທັງເປັນຜູ້ອຳນວຍການ ສາຂາມະຫາວິທະຍາໄລທາຍຫງວຽນ ທີ່ແຂວງດຽນບຽນ ສສ ຫວຽດນາມ ພ້ອມດ້ວຍຄະນະທີມງານ, ມີທ່ານຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ທັງສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນກ່ຽວກັບຄວາມຕ້ອງການດ້ານການບຳລຸງສ້າງຊັບພະຍາກອນມະນຸດ ແລະ ການພັດທະນາການສຶກສາ, ການຮ່ວມມືໃນການສອນພາສາຫວຽດນາມ, ການຍົກລະດັບ ແລະ ການແລກປ່ຽນນັກຮຽນ, ນັກສຶກສາ ແລະ ຄູ-ອາຈານ, ການຮັບນັກສຶກສາຂອງ ສປປ ລາວ ມາຮຽນຢູ່ມະຫາວິທະຍາໄລທາຍຫງວຽນ, ເຊື່ອມຕໍ່ບັນດາສະຖາບັນການສຶກສາຂອງແຂວງ ກັບບັນດາມະຫາວິທະຍາໄລທີ່ເປັນສາຂາຂອງມະຫາວິທະຍາໄລທາຍຫງວຽນ, ເພື່ອສ້າງແຜນການຮ່ວມມື ໃນໄລຍະ 2026-2030.
ຈຸດປະສົງໃນກັນຫາລືໃນຄັ້ງນີ້ກໍເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານການສຶກສາ, ການຝຶກອົບຮົມ, ວິທະຍາສາດ, ເທັກໂນໂລຊີ ແລະ ການແລກປ່ຽນຊັບພະຍາກອນມະນຸດ ລະຫວ່າງ ມະຫາວິທະຍາໄລ ທາຍຫງວຽນ ແລະ ບັນດາອົງການ, ສະຖາບັນສຶກສາຂອງແຂວງຫຼວງພະບາງ ແລະ ມະຫາວິທະຍາໄລ ທາຍຫງວຽນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂື້ນ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ສກຂ














