ຮອງລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທູດທີ່ປຶກສາຝ່າຍການພັດທະນາຂອງອັງກິດ
03/11/2026

ໃນວັນທີ 29 ຕຸລາ 2026 ທີ່ຫ້ອງຮັບແຂກກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ປີເຕີ ຣາຈາດີດຕັນ ທູດທີ່ປຶກສາຝ່າຍການພັດທະນາຂອງສະຫະຣາຊະອານາອັງກິດ ປະຈຳອິນໂດເນເຊຍ, ຕີມໍໍ-ເລັດສະເຕ ແລະ ອາຊຽນ, ມີຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ຄະນະທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ສະແດງຄວາມຂອບໃຈ ແລະ ຕ້ອນຮັບຢ່າງອົບອຸ່ນ ຕໍ່ທູດທີ່ປຶກສາຝ່າຍການພັດທະນາຂອງສະຫະຣາຊະອານາຈັກອັງກິດ ປະຈຳອິນໂດເນເຊຍ, ຕີມໍໍ-ເລັດສະເຕ ແລະ ອາຊຽນ ທີ່ໃຫ້ຄວາມສຳຄັນ ແລະ ສົ່ງເສີມໂອກາດດ້ານການສຶກສາຂອງເດັກຍິງໃນໄລຍະຜ່ານມາ ທັງນີ້, ເພື່ອເຮັດໃຫ້ເດັກຍິງທຸກຄົນສາມາດເຂົ້າເຖິງການສຶກສາທີ່ດີຂຶ້ນເທື່ອລະກ້າວ.
ການເຂົ້າຢ້ຽມຂ່ຳນັບໃນຄັ້ງນີ້, ເພື່ອລາຍງານກ່ຽວກັບການເປີດໂຄງການອາຊຽນ-ອັງກິດ ເພື່ອສົ່ງເສີມໂອກາດດ້ານການສຶກສາຂອງເດັກຍິງ (ASEAN-UK SAGE Programmer) ໄລຍະທີ 2, ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນ ໂດຍລັດຖະບານແຫ່ງສະຫະຣາຊະອານາຈັກອັງກິດ. ພ້ອມດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຮ່ວມກັນແລກປ່ຽນທັດສະນະ ກ່ຽວກັບແແຜນບູລິມະສິດໃນການສືບຕໍ່ຮ່ວມມືດ້ານວຽກງານໃນຂະແໜງການສຶກສາ ເພື່ອເສີມສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍໂອກາດທາງດ້ານການສຶກສາໃຫ້ຂະຫຍາຍຕົວ ແລະ ພັດທະນາຂຶ້ນເທື່ອລະກ້າວ.
ພາບ-ຂ່າວ: ບົວລະພາ













