ກົມຄຸ້ມຄອງວິທະຍາສາດ ສສກ ຝຶກອົບຮົມວິທີການຂັ້ນສູງ ໃນການການຊອກຄົ້ນ ບົ່ງຊີ້ ແລະ ປ້ອງກັນຄວາມປອດໄພແຫຼ່ງກຳເນີດລັງສີ ຍົກລະດັບຄວາມປອດໄພທາງນິວເຄລຍ
03/11/2026

ກອງປະຊຸມຝຶກອົບຮົມວິທີການຂັ້ນສູງ ໃນການການຊອກຄົ້ນ ບົ່ງຊີ້ ແລະ ປ້ອງກັນຄວາມປອດໄພແຫຼ່ງກຳເນີດລັງສີ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ 2026 ທີ່ໂຮງແຮມຄຣາວພາລາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ນາງ ມາແກນຊີ ໂຣ (Mackenzie Rowe) ຫົວໜ້າພະແນກເສດຖະກິດ ແລະ ການຄ້າ ສະຖານເອກອັກຄະລັດຖະທູດ ແຫ່ງ ສ. ອາເມຣິກາ ປະຈຳ ສປປ ລາວ ແລະ ທ່ານ ວິກເຕີ ໂຈນ (Victor Jones) ຜູ້ຈັດການຈາກຫ້ອງການຄວາມໝັ້ນຄົງທາງນິວເຄຼຍ, ສຳນັກງານຄວາມໝັ້ນຄົງທາງນິວເຄລຍແຫ່ງຊາດ, ກະຊວງພະລັງງານ ແຫ່ງ ສ. ອາເມຣິກາ, ມີຄະນະຊ່ຽວຊານຈາກ ສ. ອາເມຣິກາ, ຕະຫຼອດຮອດຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໂອກາດດັ່ງກ່າວ, ທ່ານ ສຸກສະຫວາດ ສີຫາປັນຍາ ໄດ້ກ່າວວ່າ: ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ມີຄວາມໝາຍສຳຄັນທາງຍຸດທະສາດ ເນື່ອງຈາກເປັນການສືບຕໍ່ ແລະ ຍົກລະດັບ ຈາກຫຼັກສູດຂັ້ນພື້ນຖານ ທີ່ພວກເຮົາໄດ້ຮ່ວມກັນຈັດຕັ້ງປະຕິບັດຢ່າງມີຜົນສຳເລັດໃນປີ 2023 ຜ່ານມາ ແລະ ກ້າວສູ່ການຝຶກອົບຮົມໃນຂັ້ນລະດັບສູງ (Advanced Level) ເຊິ່ງເປັນການຢັ້ງຢືນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືດ້ານວິຊາການອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ອາເມຣິກາ. ການຝຶກອົບຮົມ ໄດ້ຖືກອອກແບບຢ່າງຮອບດ້ານ ໂດຍລວມເອົາທັງ ພາກທິດສະດີ ປະກອບດ້ວຍວິເຄາະຫຼັກການ, ມາດຕະຖານສາກົນ ແລະ ລະບຽບການດ້ານຄວາມໝັ້ນຄົງທາງນິວເຄຼຍ ແລະ ພາກປະຕິບັດຕົວຈິງ ປະກອບດ້ວຍ ການຈຳລອງສະຖານະການ, ການນຳໃຊ້ອຸປະກອນກວດວັດລັງສີທີ່ທັນສະໄໝ ແລະ ເຕັກນິກການຊອກຄົ້ນ-ບົ່ງຊີ້ແຫຼ່ງກຳເນີດລັງສີໃນພາກສະໜາມຕົວຈິງ.
ກອງປະຊຸມຄັ້ງນີ້, ເປັນການຮ່ວມມືຈາກ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຫ້ອງການຄວາມໝັ້ນຄົງທາງນິວເຄລຍແຫ່ງຊາດ, ກະຊວງພະລັງງານ ແຫ່ງ ສ. ອາເມຣິກາ, ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງການເງິນ (ກົມພາສີ), ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມະຫາວິທະຍາໄລແຫ່ງຊາດ, ແລະ ກະຊວງສຶກສາທິການ ແລະ ກິລາ ເພື່ອສ້າງເປັນຕາໜ່າງປ້ອງກັນ ແລະ ປະສານງານກັນຢ່າງກົມກຽວ ໃນການສະກັດກັ້ນ ແລະ ແກ້ໄຂບັນຫາທີ່ອາດເກີດຂຶ້ນຈາກແຫຼ່ງກຳເນີດລັງສີ ແລະ ວັດສະດຸນິວເຄລຍ ຢ່າງມີປະສິດທິພາບສູງສຸດ.
ກອງປະຊຸມໄດ້ດຳເນີນໄປເປັນເວລາ ວັນທີແຕ່ວັນທີ 2-6 ພະຈິກ 2026.














