Skip to main content

ອົງການອາຫານໂລກ ຮ່ວມກັບສື່ມວນຊົນ ເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ຢູ່ສອງແຂວງພາກໃຕ້

22/12/2025

ໃນລະຫວ່າງວັນທີ 15-19 ທັນວາ 2025, ອົງການອາຫານໂລກ (WFP) ໄດ້ນຳພາສື່ມວນຊົນຈາກສູນກາງ ລົງຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ທີ່ໄດ້ຮັບການສະໜັບສະໜູນຈາກ WFP ຢູ່ ແຂວງຈໍາປາສັກ ແລະ ແຂວງເຊກອງ ໂດຍໃຫ້ກຽດນຳພາການເຄື່ອນໄຫວຂອງ   ທ່ານ ນາງ ອິວດີໂກ ຮາໂມດ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ ປະຈໍາ ສປປ ລາວ, ທ່ານ ວິລະກອນ ສີປະເສີດ ຜູ້ປະສານງານວຽກງານສື່ມວນຊົນ ອົງການອາຫານໂລກ ພ້ອມດ້ວຍຄະນະທີມງານອົງການ, ສື່ມວນຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ການລົງເຄື່ອນໄຫວໃນຄັ້ງນີ້, ກໍເພື່ອເປັນການຮັດແໜ້ນການພົວພັນຮ່ວມມືລະຫວ່າງອົງການອາຫານໂລກ ກັບບັນດາສື່ມວນຊົນລາວ ໃຫ້ມີຄວາມເລິກເຊິ່ງຫຼາຍຂຶ້ນ ພ້ອມທັງເປັນການເປີດປະສົບການຮຽນຮູ້ ແລະ ຕິດຕາມກິດຈະກຳທີ່ພົ້ນເດັ່ນການສະໜັບສະໜູນຂອງອົງການ WFP ຕໍ່ກັບວຽກງານຂອງລັດຖະບານ ສປປ ລາວ ໃນຂົງເຂດຕ່າງໆ ເຊັ່ນ: ການສົ່ງເສີມອາຫານໃນໂຮງຮຽນ, ໂພຊະນາການ, ການສ້າງຄວາມເຂັ້ມແຂງຂອງແມ່ຍິງ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານເປັນຕົ້ນ.

 

ໂອກາດດັ່ງກ່າວ, ທ່ານ ນາງ ອິວດີໂກ ຮາໂມດ ໄດ້ກ່າວວ່າ: WFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງໆແຂວງຂອງ ສປປ ລາວ ທຸກໆປີ ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກ ຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ ແລະ ໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ, ຊຶ່ງນັບແຕ່ໄດ້ມາເຮັດວຽກງານອົງການອາຫານໂລກແຕ່ ປີ 2009 ເຫັນວ່າ ສປປ ລາວ ພາຍໃນຕົວເມືອງແມ່ນມີການປ່ຽນແປງ ແລະ ພັດທະນາໄວຫຼາຍ ແຕ່ກໍຍັງເຫັນວ່າປະຊາຊົນຢູ່ເຂດຫ່າງໄກສອກຫຼີກຍັງບໍ່ທັນໄດ້ເຂົ້າເຖິງເລື່ອງບັນຫາວຽກງານໂພຊະນາການ, ສະບຽງອາຫານ, ເດັກນ້ອຍຍັງຂາດສານອາຫານ. ດັ່ງນັ້ນ, ຂ້າພະເຈົ້າຈະພະຍາຍາມໃຫ້ການສະໜັບສະໜູນຕໍ່ວຽກງານດັ່ງກ່າວໃຫ້ເຂົາເຈົ້າໄດ້ເຂົ້າເຖິງ ແລະ ໄດ້ຍົກລະດັບສູງຂຶ້ນໃນຕໍ່ໜ້າ.

ສຳລັບການລົງເຄື່ອນໄຫວຄັ້ງນີ້, ໄດ້ເດີນທາງໄປຢ້ຽມຢາມໂຮງຮຽນປະຖົມບ້ານແກ້ງກຸ່ມ ເມືອງໂຂງ ແຂວງຈຳປາສັກ ເພື່ອເບິ່ງການປຸ່ງແຕ່ງອາຫານ ແລະ ການແຈກຢາຍອາຫານທ່ຽງໃນໂຮງຮຽນ, ແລກປ່ຽນທັດສະນະກັບໂຮງຮຽນ, ຄູ ແລະ ຜູ້ຮັບຜິດຊອບວຽກງານອາຫານທ່ຽງໃນໂຮງຮຽນ, ສົນທະນາກັບອຳນາດການປົກຄອງທ້ອງຖິ່ນ ກ່ຽວກັບຜົນໄດ້ຮັບ ແລະ ຜົນປະໂຫຍດຂອງໂຄງການຕໍ່ຊຸມຊົນ; ຢ້ຽມຢາມໂຄງການກະສິກຳເພື່ອໂພຊະນາການ (AFN) ໄລຍະ 2 ທີ່ບ້ານວັງຊ້າງ ເມືອງລະມານ ແຂວງເຊກອງ ເພື່ອຮຽນຮູ້ກ່ຽວກັບຈຸດປະສົງ ແລະ ຄວາມຄືບໜ້າຂອງຊົມກິດການຈັດຕັ້ງປະຕິບັດໂຄງການ, ເບິ່ງການຝຶກອົບຮົມການປຸ່ງແຕ່ງ ແລະ ການແປຮູບອາຫານຈາກຜະລິດຕະພັນ AFN, ແລກປ່ຽນກັບສະມາຊິກ AFN, ຜູ້ອຳນວຍຄວາມສະດວກຂັ້ນບ້ານ ຊາວກະສິກອນ ແລະ ອື່ນໆ; ຢ້ຽມຢາມການເຊື່ອມໂຍງຊາວກະສິກອນກັບໂຮງຮຽນ ທີ່ບ້ານ ພາແລງ ເມືອງທ່າແຕງ ແຂວງເຊກອງ, ແລກປ່ຽນທັດສະນະກັບຊາວກະຊິກອນໃນການຈັດສົ່ງຜົນຜະລິດໃຫ້ແກ່ໂຮງຮຽນ ແລະ ຢ້ຽມຢາມກິດຈະກຳລ້ຽງໄກ່ພັນໄຂ່ຂອງຊາວກະສິກອນທ້ອງຖິ່ນ ເພື່ອສະໜອງໃຫ້ແກ່ວຽກງານອາຫານທ່ຽງໃນໂຮງຮຽນ. ທັ້ງນີ້, ເພື່ອເປັນການຊຸກຍູ້ສົ່ງເສີມວຽກງານໃນຂະແໜງການສຶກສາໃຫ້ນັບມື້ນັບດີຂຶ້ນ, ດຶງດູດໃຫ້ນັກຮຽນຢາກມາໂຮງຮຽນ ແລະ ໄດ້ຮັບໂພສະນາການທີ່ດີອີກດ້ວຍ.

ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ