ຕົວແທນຈາກ ສປປ ລາວ ຍາດໄດ້ລາງວັນທີ 1 ແຂ່ງຂັນ “ຄູຕົວແບບສອນດີ-ສອນເດັ່ນພາສາຈີນ” ປະຈໍາປີ 2025 ຢູ່ ສປ ຈີນ

ໃນລະຫວ່າງວັນທີ 11-20 ທັນວາ 2025, ສູນການຮ່ວມມື ແລະ ແລກປ່ຽນພາສາຈີນ-ຕ່າງປະເທດ ກະຊວງສຶກສາທິການ ສປ ຈີນ ແລະ ມະຫາວິທະຍາໄລສ້າງຄູປັກກິ່ງ ໄດ້ຈັດຝຶກອົບຮົມຄູສອນພາສາຈີນສໍາລັບຄູທ້ອງຖິ່ນ ປະຈໍາປີ 2025 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ແລະ ການແຂ່ງຂັນແລກປ່ຽນທັກສະການສອນພາສາຈີນສາກົນໃນຮູບແບບບຸກຄົນ ແລະ ເປັນທີມ ໃນຫົວຂໍ້ “ຄູຕົວແບບສອນດີ-ສອນເດັ່ນພາສາຈີນ” ປະຈໍາປີ 2025 ຮອບຊີງຊະນະເລີດ, ໂດຍມີຄູສອນພາສາຈີນ ຈໍານວນ 55 ທ່ານ ທີ່ມາຈາກ 20 ກວ່າປະເທດ ຈາກອາຊີຕາເວັນອອກສຽງໃຕ້, ອາຊີກາງ, ອາຟຣິກາ ແລະ ອາເມຣິກາລາຕິນ, ໂດຍແຂ່ງຂັນເປັນທີມແມ່ນມີຈໍານວນ 36 ທີມ ໂດຍຄັດເລືອກຈາກ 182 ທີມພາຍໃນ 140 ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງທົ່ວປະເທດຂອງ ສປ ຈີນ, ຊຶ່ງມີຄູສອນ, ນັກສຶກສາຈີນ ແລະ ນັກສຶກສາຕ່າງປະເທດຫຼາຍກວ່າ 950 ຄົນທີ່ມາຈາກ 39 ປະເທດເຂົ້າຮ່ວມໂຄງການແຂ່ງຂັນດັ່ງກ່າວ.
ໂຄງການນີ້, ແມ່ນມີຄວາມໝາຍຄວາມສໍາຄັນດ້ານວຽກງານການຮຽນການສອນພາສາຈີນໃນທົ່ວໂລກ, ເປັນເວທີໃນການເພີ່ມທັກສະການຮຽນການສອນພາສາຈີນ, ການນໍາໃຊ້ນະວັດຕະກໍາໃໝ່ສໍາລັບຄູສອນພາສາຈີນສາກົນ, ການຮຽນຮູ້ ແລະ ສໍາຜັດວັດທະນະທໍາຈີນ, ທັງເປັນການແລກປ່ຽນຄວາມຮູ້ປະສົບການ ແລະ ການສ້າງເຄື່ອຂ່າຍປະສານງານວຽກງານການຮຽນການສອນພາສາຈີນໃນທົ່ວໂລກ ແລະ ສໍາລັບການແຂ່ງຂັນທັກສະການສອນພາສາຈີນສາກົນ “ຄູຕົວແບບສອນດີ-ສອນເດັ່ນພາສາຈີນ ” ພາຍໃຕ້ຫົວຂໍ້ ” ຮ່ວມພະລັງຄວາມສາມາດໃນການສອນ ແລະ ໃຫ້ AI ນໍາທາງ”, ຊຶ່ງການແຂ່ງຂັນມີທັງໝົດ 3 ລາງວັນ ຄື: ລາງວັນການອອກແບບການສອນດີເດັ່ນ, ລາງວັນການສະແດງການສອນດີເດັ່ນ ແລະ ລາງວັນສະໄຕ໌ການສອນດີເດັ່ນ ໂດຍແບ່ງເປັນໃນຮູບແບບບຸກຄົນ ແລະ ຮູບແບບເປັນທີມ.
ທ່ານ ປອ ສີສະຫວາດ ພອນນະໄຊ ຜູ້ທີ່ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນ “ຄູຕົວແບບສອນດີສອນເດັ່ນ” ໃນພາກພື້ນອາຊີອາຄະເນ ທີ່ປະເທດມາເລເຊຍ ຊຶ່ງໄດ້ເປັນໜຶ່ງຕົວແທນໃຫ້ກັບມະຫາວິທະຍາໄລແຫ່ງຊາດ ຕາງໜ້າໃຫ້ແກ່ ສປປ ລາວ ແລະ ຕາງໜ້າຂົງເຂດອາຊີຕາເວັນອອກສຽງໃຕ້ ເຂົ້າຮ່ວມແຂ່ງຂັນ ແລະ ທ່ານ ນາງ ມະນີສາຄອນ ທິບທິລາດ ທີ່ໄດ້ລາງວັນການອອກແບບສອນພາສາຈີນດີເດັ່ນໄດ້ເຂົ້າເປັນຜູ້ສັງເກດການເຂົ້າຮ່ວມໂຄງການດັ່ງກ່າວທີ່ນະຄອນຫຼວງ ປັກກິ່ງ ສປ ຈີນ.
ສຳລັບການແຂ່ງຂັນປະເພດທີມທີ່ໄດ້ຮັບການຄັດເລືອກໃຫ້ເຂົ້າຮ່ວມການແຂ່ງຂັນພາຍໃນປະເທດຈີນ ຄື ທ້າວ ຍ່າ ນູປ້າວຫວາ ນັກສຶກສາຫຼັກສູດ 2+2 ສາຂາຄູພາສາຈີນຂອງສະຖາບັນຂົງຈື ທີ່ກໍາລັງສຶກສາຢູ່ປີ 3 ທີ່ມະຫາວິທະຍາໄລຊົນເຜົ່າກວາງຊີ ເຂົ້າຮ່ວມແຂ່ງຂັນໃນນາມທີມມະຫາວິທະຍາໄລຊົນເຜົ່າກວາງຊີທີ່ເປັນ 1 ໃນ 36 ທີມທີ່ຜ່ານການຄັດເລືອກຈາກ 182 ທີມທົ່ວປະເທດຈີນ. ການແຂ່ງຂັນຮອບຊີງຊະນະເລີດ ຈັດຂຶ້ນໃນລະຫວ່າງວັນທີ 18-19 ທັນວາ 2025. ຜ່ານການແຂ່ງຂັນຜົນປາກົດວ່າ ປະເພດບຸກຄົນແມ່ນ ທ່ານ ປອ ສີສະຫວາດ ພອນນະໄຊ ໄດ້ຮັບລາງວັນ “ຄູຕົວແບບສອນດີ-ສອນເດັ່ນພາສາຈີນ” ສ່ວນປະເພດທີມ ແມ່ນທີມມະຫາວິທະຍາໄລຊົນເຜົ່າກວາງຊີ ທ້າວ ຍ່າ ນູປ້າວຫວາ ໄດ້ຮັບລາງວັນ “ຄູຕົວແບບສອນດີ-ສອນເດັ່ນພາສາຈີນ” ປະເພດທີມ.
ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ຍາມໃດກໍໄດ້ຄວາມສໍາຄັນ ແລະ ສ້າງໂອກາດຕໍ່ການພັດທະນາຂອງພະນັກງານ-ຄູອາຈານ ແລະ ການສຶກສາຂອງນັກຮຽນ-ນັກສຶກສາພາສາຈີນ ເພື່ອສ້າງບຸກຄະລາກອນທີ່ດີ, ມີຄຸນນະພາບເຂົ້າໃນການພັດທະນາສັງຄົມ ໂດຍສະເພາະເປັນຂົວຕໍ່ສົ່ງເສີມສາຍສໍາພັນ ລາວ-ຈີນ ໃນການຈັດຕັ້ງປະຕິບັດຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຄູຮ່ວມຊາຕາກໍາດຽວກັນ ລາວ-ຈີນ ຕາມທິດທາງ 4 ດີຄື: ບ້ານໃກ້ເຮືອນຄຽງທີ່ດີ ເພື່ອນທີ່ດີ ຄູຮ່ວມທີ່ດີ ແລະ ສະຫາຍທີ່ດີ.
ຂໍ້ມູນ: ສະຖາບັນຂົງຈື ມຊ














