Skip to main content

ສສກ-ອົງການຣູມທູຣີດ ທົບທວນການຈັດຕັ້ງປະຕິບັດກິດຈະກໍາ ປີ 2025 ແລະ ຜ່ານແຜນປີ 2026

23/12/2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ອົງການຣູມທູຣີດ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດກິດຈະກໍາ ປະຈໍາປີ 2025 ແລະ ຜ່ານແຜນປີ 2026 ພາຍໃຕ້ໂຄງການຮ່ວມມືລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການຣູມທູລີດ ປະຈຳ ສປປ ລາວ ກ່ຽວກັບໂຄງການສົ່ງເສີມທັກສະຊີວິດເພື່ອຄວາມສະເໝີພາບຍິງ-ຊາຍ ຢູ່ແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ ແລະ ໂຄງການສົ່ງເສີມການສຶກສາສຳລັບເດັກນ້ອຍລາວ ໄລຍະ VI ຢູ່ແຂວງຫຼວງພະບາງ ເມື່ອວັນທີ 23 ທັນວາ 2025 ທີ່ໂຮງແຮມວຽງຈັນພລາຊາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ວົງສິນ ໃຊຍະວົງ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ໜໍ່ຄໍາ ສຸພານຸວົງ ຜູ້ອໍານວຍການອົງການຣູມທູຣີດ ປະຈໍາ ສປປ ລາວ, ມີບັນດາຄູຝຶກຫຼັກແຫຼ່ງ, ຜູ້ອຳນວຍການໂຮງຮຽນ, ຄູສອນທັກສະຊີວິດຈາກແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ຕະຫຼອດຮອດພະນັກງານອົງການຣູມທູຣີດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວວມ.

ກອງປະຊຸມໃນຄັ້ງນີ້, ໄດ້ສົນທະນາກ່ຽວກັບຜົນສໍາເລັດ, ສິ່ງທ້າທາຍ ແລະ ວິທີແກ້ໄຂ ຂອງກິດຈະກໍາໂຄງການສົ່ງເສີມການສຶກສາທັກສະຊີວິດ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ຢູ່ແຂວງຈໍາປາສັກ ແລະ ຫຼວງພະບາງ ໃນໄລຍະ 6 ເດືອນຜ່ານມາ ແລະ ໂຄງການສົ່ງເສີມການສຶກສາສຳລັບເດັກນ້ອຍລາວ ໄລຍະ VI ໃນປີ 2025 ຢູ່ແຂວງຫຼວງພະບາງ. ການຈັດຕັ້ງປະຕິບັດກິດຈະກໍາຫຼັກໃນໄລຍະ 6 ເດືອນຜ່ານມາ ຂອງໂຄງການທັກສະຊີວິດ ເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແມ່ນບັນລຸຜົນສໍາເລັດຢ່າງມີປະສິດທິພາບ ແລະ ເປັນທີ່ໜ້າພໍໃຈ, ຊຶ່ງມີຜົນສໍາເລັດທີ່ພົ້ນເດັ່ນໃນການພັດທະນາຄູ່ມືແນະນໍາການສອນທັກສະຊີວິດ, ຄູ່ມືການເປັນຄູຝຶກທັກສະຊີວິດ, ການຊຸກຍູ້ຊ່ວຍເຫຼືອຄູ, ການຍົກລະດັບຄວາມຮູ້ ແລະ ທັກສະການສອນໃຫ້ແກ່ຄູຝຶກຫຼັກ 26 ທ່ານ, ຜູ້ອຳນວຍການໂຮງຮຽນ 16 ທ່ານ ແລະ ຄູສອນທັກສະຊີວິດ ຈໍານວນ 236 ທ່ານ, ເພື່ອສືບຕໍ່ຜົນສໍາເລັດດັ່ງກ່າວ, ໃນປີ 2026 ແມ່ນຈະສືບຕໍ່ສຸມໃສ່ການສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນທາງການສຶກສາໃນແຂວງເປົ້າໝາຍຢ່າງຕໍ່ເນື່ອງ. ພ້ອມກັນນັ້ນ, ໂຄງການຍັງຈະມີສ່ວນຮ່ວມສຳຄັນໃນການປັບປຸງຫຼັກສູດຊັ້ນມັດທະຍົມສຶກສາແຫ່ງຊາດ ແລະ ຜັນຂະຫຍາຍວິຊາທັກສະຊີວິດເຂົ້າໃນຫຼັກສູດສ້າງຄູ ແລະ ຫຼັກສູດພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນທົ່ວປະເທດ.

ໃນຂະນະດຽວກັນ, ໃນປີ 2025 ໂຄງການສົ່ງເສີມການສຶກສາສຳລັບເດັກນ້ອຍລາວໄລຍະ VI ກໍໄດ້ມີບາດກ້າວຂະຫຍາຍຕົວທີ່ສຳຄັນ ໂດຍກະຊວງສຶກສາທິການ ແລະ ກິລາ ໄດ້ເຫັນດີອະນຸມັດໃຫ້ “ວິຊາມູມອ່ານ” ເປັນໜຶ່ງໃນວິຊາບັງຄັບ ໃນຫຼັກສູດສ້າງຄູສຶກສາກ່ອນໄວຮຽນ ແລະ ສ້າງຄູປະຖົມສຶກສາ, ອີງຕາມການເຫັນດີດັ່ງກ່າວ, ກົມສ້າງຄູກະຊວງສຶກສາທິການ ແລະ ກິລາ ກໍໄດ້ແນະນໍາໃຫ້ວິທະຍາໄລຄູທັງ 8 ແຫ່ງ ເລີ່ມຈັດຕັ້ງການຮຽນການສອນວິຊານີ້ ນັບແຕ່ສົກຮຽນ 2025-2026 ເປັນຕົ້ນໄປ.

ນັບແຕ່ປີ 2026 ອົງການຣູມທູຣີດ ຈະຮ່ວມມືກັບສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ເພື່ອຍົກສູງຄຸນນະພາບການກວດແກ້ປຶ້ມອ່ານ ແລະ ຈະຮ່ວມມືກັບສະຖາບັນວິຈິດສິນແຫ່ງຊາດ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ [PS1.1] ເພື່ອເຊື່ອມສານເຕັກນິກການເລົ່າເລື່ອງຜ່ານຮູບພາບເຂົ້າໃນຫຼັກສູດການຮຽນການສອນ ພ້ອມທັງສົ່ງເສີມການສ້າງຕັ້ງສະມາຄົມສຳນັກພິມລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ ແລະ ການເຂົ້າເຖິງປຶ້ມອ່ານສຳລັບເດັກໃນໄລຍະຍາວ. ຜ່ານຜົນສຳເລັດ ແລະ ແຜນທີ່ໄດ້ວາງໄວ້, ກະຊວງ ສສກ ແລະ ອົງການຣູມທູຣີດ ໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຍົກລະດັບມາດຕະຖານການສຶກສາໃຫ້ມີຄວາມທົ່ວເຖິງ ແລະ ມີຄຸນນະພາບ ໂດຍສຸມໃສ່ການປູກຝັງທັກສະການອ່ານ, ນິດໄສຮັກການອ່ານ ແລະ ການສ້າງຄວາມເຂັ້ມແຂງດ້ານທັກສະຊີວິດ, ດ້ວຍມຸ່ງຫວັງທີ່ຈະສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ເປີດໂອກາດໃຫ້ເດັກນ້ອຍລາວທຸກຄົນໄດ້ພັດທະນາຕົນເອງ ເພື່ອສ້າງອະນາຄົດທີ່ດີ ແລະ ສັງຄົມທີ່ຍືນຍົງ.

ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ