ເຜີຍແຜ່ບົດລາຍງານລະດັບຊາດ ແລະ ຜົນການວິເຄາະຂໍ້ສອບການປະເມີນຜົນການຮຽນຂອງນັກຮຽນ ຊັ້ນປະຖົມສຶກສາ ປີທີ 5 SEA-PLM ໃນລາວ
25/03/2026

ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານລະດັບຊາດ ແລະ ຜົນການວິເຄາະຂໍ້ສອບການປະເມີນຜົນການຮຽນຂອງນັກຮຽນ ຊັ້ນປະຖົມສຶກສາ ປີທີ5 SEA-PLM ໃນ ສປປ ລາ ເມື່ອວັນທີ 24 ມີນາ 2026 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາຄູ່ຮ່ວມພັດທະນາ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວວ່າ: ໂຄງການ SEA-PLM ແມ່ນການຮ່ວມມືລະຫວ່າງ ກອງເລຂາ SEAMEO ແລະ ອົງການ UNICEF, ຫຼັງຈາກຜົນສໍາເລັດໃນຮອບປີ 2019, ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມໃນຮອບທີສອງ ປີ 2024 ເພື່ອເກັບກຳຂໍ້ມູນຜົນການຮຽນຂອງນັກຮຽນຊັ້ນປະຖົມສຶກສາ ປີທີ 5 ໃນດ້ານການອ່ານ, ການຂຽນ ແລະ ຄະນິດສາດ ຊຶ່ງບົດລາຍງານລະດັບພາກພື້ນໄດ້ເປີດໂຕສໍາເລັດແລ້ວ ໃນທ້າຍປີ 2025 ທີ່ມະນີລາ ປະເທດຟີລິບປິນ ແລະ ກະຊວງສຶກສາທິການ ແລະ ກິລາ ກໍໄດ້ນໍາມາເຜີຍແຜ່ໃນກອງປະຊຸມ ສໍາມະນາວິທະຍາສາດການສຶກສາ ໃນເດືອນທ້າຍເດືອນມັງກອນ 2026 ແລະ ກອງປະຊຸມຄັ້ງນີ້ ແມ່ນການຢືນຢັນເຖິງຄວາມພະຍາຍາມຮ່ວມກັນຂອງພວກເຮົາ ໃນການສ້າງລະບົບການສຶກສາທີ່ເຂັ້ມແຂງ ແລະ ມີຄຸນນະພາບ ໃຫ້ແກ່ລູກຫຼານຂອງພວກເຮົາໃນທົ່ວປະເທດ.
ໂຄງການ SEA-PLM ໄດ້ກາຍເປັນເຄື່ອງມືທີ່ສໍາຄັນຂອງການວັດຜົນການຮຽນຮູ້ຂອງນັກຮຽນຊັ້0ປະຖົມສຶກສາໃນ ສປປ ລາວ ເພາະມັນໄດ້ສະໜອງຂໍ້ມູນທີ່ໜ້າເຊື່ອຖື ເພື່ອຊ່ວຍໃຫ້ພວກເຮົາເຂົ້າໃຈ ເຖິງລະດັບຄວາມຮູ້ພື້ນຖານ ດ້ານການອ່ານ ແລະ ຄິດໄລ່ເລກ ຂອງນັກຮຽນຊັ້ນປະຖົມສຶກສາ ປີທີ 5 ໃນສະພາບການທີ່ທົ່ວໂລກພວມຜະເຊີນກັບສິ່ງທ້າທາຍຮອບດ້ານ ລວມທັງຂົງເຂດສຶກສາ, ຊຶ່ງພວກເຮົາຍຶດຖືເອົາການສຶກສາເປັນເສົາຄໍ້າທີ່ ສໍາຄັນຂອງການພັດທະນາຊັບພະຍາກອນມະນຸດ, ຜົນໄດ້ຮັບຈາກລາຍງານສະບັບນີ້ ຈະເປັນຫຼັກຖານ ຊ່ວຍໃຫ້ພວກເຮົາໄດ້ຮັບຮູ້ ແລະ ເຂົ້າໃຈສະພາບການພັດທະນາການສຶກສາວ່າ ຈຸດໃດທີ່ຄວນປັບປຸງ ເພື່ອໃຫ້ພວກເຮົາຮູ້ວ່າ ນະໂຍບາຍການສຶກສາທີ່ພວກເຮົາຈັດຕັ້ງປະຕິບັດຜ່ານມານັ້ນ ມີປະສິດທິຜົນພຽງໃດ; ການວາງແຜນການຫັນປ່ຽນການສຶກສາສາຍສາມັນ ຈາກລະບົບ 5+4+3 ມາເປັນ 6+3+3 ຂໍ້ມູນເຫຼົ່ານີ້ຈະຖືກນໍາໄປໃຊ້ໃນການປັບປຸງຫຼັກສູດ ເຈາະຂົງໃສ່ທັກສະການອ່ານ ແລະ ຄິດໄລ່ຂັ້ນພື້ນຖານ (Foundational Literacy and Numeracy) ໃຫ້ເຂັ້ມແຂງ, ການພັດທະນາຄູ ແລະ ການອອກແບບກິດຈະກຳການຮຽນການສອນ ທີ່ເນັ້ນໃສ່ນັກຮຽນເປັນໃຈກາງ, ການສອນຖືກກັບລະດັບເໝາະສົມກັບນັກຮຽນ ແລະ ການຫຼຸດຜ່ອນຄວາມແຕກໂຕນ ເພື່ອຮັບປະກັນວ່າ ເດັກນ້ອຍທຸກຄົນ, ບໍ່ວ່າຈະຢູ່ເຂດຫ່າງໄກ ສອກຫຼີກ ຫຼື ນັກຮຽນຍິງ-ຊາຍ, ນັກຮຽນທີ່ບໍ່ເວົ້າພາສາລາວ ລ້ວນແຕ່ໄດ້ຮັບໂອກາດໃນການ ເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມກັນ.
ສຳລັບກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບົດລາຍງານລະດັບຊາດ SEA-PLM 2024, ຈຸດເດັ່ນຂອງຜົນໄດ້ຮັບຂອງການຄົ້ນພົບ ແລະ ຄຳແນະນຳທີ່ສຳຄັນ, ການນຳສະເໜີກ່ຽວກັບຜົນຂອງການວິເຄາະລະດັບລາຍການ ແລະ ຄຳແນະນຳທີ່ສຳຄັນ ພ້ອມທັງສົນທະນາຫົວຂໍ້ທີ່ສຳຄັນ ເປັນຕົ້ນແມ່ນການຄາດຄະເນກ່ຽວກັບການປະຕິຮູບ ແລະ ການວາງແຜນລະບົບການສຶກສາ, ການວາງງົບປະມານ ແລະ ການຕິດຕາມກວດກາການແກ້ໄຂບັນຫາຜົນໄດ້ຮັບການຮຽນຮູ້ທີ່ບໍ່ດີ; ການຄາດຄະເນກ່ຽວກັບການເສີມສ້າງຄວາມສາມາດຂອງຄູຜ່ານການພັດທະນາວິຊາຊີບຢ່າງຕໍ່ເນື່ອງທີ່ມີປະສິດທິພາບເພື່ອປັບປຸງຜົນໄດ້ຮັບການຮຽນຮູ້ຂອງນັກຮຽນ; ວິທີການມີສ່ວນຮ່ວມ ແລະ ສ້າງຄວາມເຂັ້ມແຂງໃຫ້ພໍ່ແມ່ ແລະ ຊຸມຊົນເພື່ອສະໜັບສະໜູນ ແລະ ຕິດຕາມການຮຽນຮູ້ຂອງນັກຮຽນ; ການແລກປ່ຽນປະສົບການກ່ຽວກັບການເສີມສ້າງຄວາມສາມາດຂອງຄູ, ການຄຸ້ມຄອງໂຮງຮຽນ ແລະ ວິທີແກ້ໄຂດິຈິຕອນເພື່ອເລັ່ງການຮຽນຮູ້ຂັ້ນພື້ນຖານ; ຄວາມຄາດຫວັງໃນການເສີມຂະຫຍາຍນະໂຍບາຍພາກພື້ນ ແລະ ການຮ່ວມມືດ້ານວິຊາການລະຫວ່າງບັນດາປະເທດທີ່ເຂົ້າຮ່ວມເພື່ອສົ່ງເສີມຜົນໄດ້ຮັບການຮຽນຮູ້ໃນພາກພື້ນ; ການສິດສອນໃນລະດັບທີ່ເໝາະສົມ – ປະສົບການຂອງປະເທດກຳປູເຈຍ ແລະ ຄວາມພ້ອມຂອງໂຮງຮຽນ ແລະ ການຫັນປ່ຽນໄປສູ່ຊັ້ນປະຖົມ.
ພາບ-ຂ່າວ: ບົວລະພາ















