Skip to main content

ປັບລະບົບການສຶກສາ​ ແກ້ບັນຫາຂາດຄູສອນ ແລະ ບັນຫານັກຮຽນປະລະການຮຽນ

25/03/2026
ອີງຕາມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງ​ຊາດ 5 ປີ ຄັ້ງທີ X (2026-2030) ຂອງລັດຖະບານດ້ານຂົງເຂດການສຶກສາ ໄດ້ລະບຸວ່າ: ສືບຕໍ່ສຸມໃສ່ສົ່ງເສີມໃຫ້ມີການພັດທະນາເດັກ, ເບິ່ງແຍງ, ລ້ຽງດູ ແລະ ກຽມຄວາມພ້ອມຂອງເດັກຢ່າງໜ້ອຍ 1 ປີ ກ່ອນເຂົ້າຮຽນຊັ້ນປະຖົມສຶກສາຢ່າງເທົ່າທຽມ; ພັດທະນາ ແລະ ສ້າງຄວາມເຂັ້ມ​ແຂງໃຫ້ແກ່ສະຖາບັນຄອບຄົວ ໄດ້ມີສ່ວນຮ່ວມໃນການພັດທະນາເດັກ ແລະ ການກຽມຄວາມພ້ອມຂອງເດັກ ກ່ອນເຂົ້າຮຽນຊັ້ນປະຖົມສຶກສາ; ສ້າງແຜນທີ່ການສຶກສາຄືນໃໝ່ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການຮຽນ-ການສອນ; ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບນິເທດພາຍໃນກຸ່ມໂຮງຮຽນ ຫຼື ພາຍໃນສຶກສາຕາແສງ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ການປະເມີນຜົນການຮຽນຂອງນັກຮຽນ ພ້ອມທັງປັບປຸງລະບົບການສອບ​ເສັງເລື່ອນຂັ້ນ ແລະ ຈົບຊັ້ນໃຫ້ມີຄຸນນະພາບ; ແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ໂດຍສ້າງແຜນງານການນໍານ້ອງກັບຄືນສູ່ໂຮງຮຽນ; ປັບປຸງລະບົບການສຶກສາສາຍສາມັນຈາກ 5+4+3 ເປັນ 6+3+3 (ປະຖົມ 6 ປີ, ມ.ຕົ້ນ 3 ປີ ແລະ ມ.ປາຍ 3 ປີ).
ພ້ອມດຽວກັນນັ້ນ, ສົ່ງເສີມໃຫ້ບັນດາວິທະຍາໄລຄູ ເຮັດ​ໜ້າທີ່ໃນການກໍ່ສ້າງຄູ, ຝຶກອົບຮົມຄູ; ກໍານົດເງື່ອນໄຂ ແລະ ມາດຖານນັກສຶກສາທີ່ຈະເຂົ້າຮຽນໃນສາຍສ້າງຄູ ພ້ອມທັງຄັດເລືອກ ແລະ ສະໜອງທຶນການສຶກສາທີ່ເໝາະສົມ; ພັດ​ທະນາຫຼັກສູດ AI ເຂົ້າໃນຫຼັກສູດການກໍ່ສ້າງ ແລະ ຫຼັກສູດການຝຶກອົບຮົມຄູ ລວມທັງສ້າງຖານຂໍ້ມູນສໍາລັບການຮຽນຮູ້, ການຝຶກອົບຮົມຄູ, ການຕິດຕາມການປະຕິບັດໜ້າທີ່ຂອງຄູ.
ແກ້ໄຂບັນຫາການຂາດແຄນຄູ ຊຸກຍູ້ສົ່ງເສີມໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ສຶກສາອົບຮົມການເມືອງ-ແນວຄິດຄູ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ແລະ ຕິດຕາມການຮຽນ-ການສອນຂອງຄູ ຢ່າງຕໍ່ເນື່ອງ, ສົ່ງເສີມອົງການປົກຄອງທ້ອງຖິ່ນ, ຊຸມຊົນ ແລະ ຄອບຄົວ ເບິ່ງແຍງຊ່ວຍເຫຼືອຊີວິດການເປັນຢູ່ຂອງຄູ ຕາມຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ.
ແກ້ໄຂບັນຫາການປະລະການຮຽນ: ສືບຕໍ່ຈັດຕັ້ງປະຕິ​ບັດນະໂຍບາຍໃຫ້ເງິນເບ້ຍລ້ຽງນັກສຶກສາສາມັນ ຜູ້ທຸກ​ຍາກດ້ອຍໂອກາດ ແລະ ສືບຕໍ່ສະໜອງອາຫານທ່ຽງໃນໂຮງຮຽນ;ຈັດບຳລຸງນັກຮຽນທີ່ມີການຮຽນອ່ອນ; ສະໜອງ​ປື້ມແບບຮຽນ ແລະ ອຸປະກອນການຮຽນ; ສ້າງ ແລະ ຂະ​ຫຍາຍຫໍພັກໃຫ້ນັກຮຽນທີ່ຢູ່ບ້ານໄກ; ສະໜອງເບ້ຍລ້ຽງໃຫ້ນັກ ຮຽນອາຊີວະສຶກສາ ໃນວິຊາທີ່ມີຄວາມຕ້ອງການຂອງສັງຄົມ; ປັບປຸງຫຼັກສູດ, ບຸກຄະລາກອນ, ສະພາບແວດລ້ອມ ແລະ ສິ່ງອໍານວຍຄວາມສະດວກ ຂອງອາຊີວະ​ສຶກສາ ແລະ ສະຖານການສຶກສາຊັ້ນສູງ ໃຫ້ດີຂຶ້ນ ເພື່ອສ້າງແຮງຈູງໃຈໃຫ້ນັກຮຽນເຂົ້າຮຽນຫຼາຍຂຶ້ນ.
#ແຫຼ່ງຂ່າວ: ເສດຖະກິດ-ການຄ້າ
#ພາບຈາກ: ອິນເຕີເນັດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ