Skip to main content

ເປີດບັ້ນສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈໍາສົກຮຽນ 2025-2026

20/04/2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດບັ້ນສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ທົ່ວປະເທດ ປະຈໍາສົກຮຽນ 2025-2026 ໃນຕອນເຊົ້າວັນທີ 20 ເມສາ 2026 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຫົວໜ້າ-ຮອງຫ້ອງການ, ກົມ, ສະຖາບັນ, ສູນ, ຄູນໍາພາ, ນ້ອງນັກສອບເສັງ ແລະ ຄະນະຮັບຜີດຊອບວຽກງານກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ຮຽກຮ້ອງຕໍ່ກັບຄະນະກຳມະການ, ອະນຸກຳມະການທຸກຝ່າຍ ຕ້ອງຍົກສູງການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້; ຕໍ່ກັບຄູນໍາພານັກຮຽນ ໃຫ້ມີຄວາມຮັບຜິດຊອບ ໃນການຊີ້ນໍາ ນໍາພານັກຮຽນຂອງຕົນປະຕິບັດລະບຽບການຕ່າງໆຢ່າງເຂັ້ມງວດ, ຮັກສາຄວາມປອດໄພ, ປະຕິບັດໂມງເວລາ, ການໄປ-ມາ. ນອກນັ້ນ, ກໍຕ້ອງເອົາໃຈໃສ່ເກັບກຳ ຮູບແບບການຈັດກິດຈະກໍາຕ່າງໆ ກ່ຽວກັບການສອບເສັງແຂ່ງຂັນ ແລະ ຖອດຖອນບົດຮຽນດ້ານດີ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດທີ່ຕົນເອງຮັບຜິດຊອບ ສ່ວນນັກສອບເສັງແຂ່ງຂັນ ກໍຕ້ອງມີຄວາມຊື່ສັດ, ປະຕິບັດຕາມກົດລະບຽບຂອງການສອບເສັງຢ່າງເຂັ້ມງວດ, ມີສະມາທິ ແລະ ຕັ້ງໃຈຈົດຈໍ່ຕໍ່ຄຳຖາມໃນການສອບເສັງ, ສ້າງຄວາມຮັກແພງສາມັກຄີກັບໝູ່ເພື່ອນທີ່ເປັນນັກສອບເສັງດ້ວຍກັນ, ເວລາໄປທັດສະນະສຶກສາກໍຕ້ອງຈົດຈໍາ ຮຽນຮູ້ ບົດຮຽນ ຕ່າງໆ ເພື່ອໄປບອກເລົ່າໃຫ້ໝູ່ເພື່ອນພີ່ນ້ອງໃນທ້ອງຖິ່ນຂອງຕົນ.
ການສອບເສັງແຂ່ງຂັນນັກຮຽນເກັັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈຳສົກຮຽນ 2025-2026 ມີການສອບເສັງໃນ 4 ວິຊາຫຼັກ ຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ວິຊາເຄມີສາດ ພ້ອມທັງມີການສອບເສັງ ຖາມ-ຕອບວິທະຍາສາດ ສຳລັບ ຊັ້ນ ມ.4 ແລະ ມ.7 ໂດຍມີນັກສອບເສັງທີ່ມາຈາກ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ລວມທັງໝົດ 288 ຄົນ, ຍິງ 165 ຄົນ (ໃນນັ້ນມີ ສຳມະເນ 2 ອົງ ແລະ ຕົວແທນຈາກ ໂຮງຮຽນເອກະຊົນ 59 ຄົນ).
ການສອບເສັງຄັ້ງນີ້, ເປັນກິດຈະກຳບຸລິມະສິດທີ່ມີຄວາມສໍາຄັນ ແລະ ໄດ້ຈັດຕັ້ງປະຕິບັດທຸກສົກຮຽນ ເພື່ອວັດ ແລະ ປະເມີນຜົນ ຜົນສໍາເລັດດ້ານການສິດສອນ ຂອງຄູ ແລະ ຜົນການຮຽນຂອງນັກຮຽນ; ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກ ດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ; ສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງ ຢູ່ໃນໂຮງຮຽນມັດທະຍົມ ໃນຂອບເຂດທົ່ວປະເທດ ໃຫ້ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ ແລະ ໃຫ້ນັກຮຽນໄດ້ ມີຄວາມບຸກບືນ ແລະ ແຂ່ງຂັນກັນຮຽນຫຼາຍຂື້ນ. ນອກຈາກການສອບເສັງແລ້ວຍັງຈະໄດ້ນໍາພານັກຮຽນໄປທັດສະນະສຶກສາ ສະຖານທີ່ປະຫັວດສາດ, ມູນເຊື້້ອວັດທະນະທໍາ ແລະ ໂຮງຮຽນມັດທະຍົມນານາຊາດ ຕື່ມອີກ.
ສໍາລັບຜົນການສອບເສັງແມ່ນຈະໄດ້ປະກາດໃນວັນທີ 24 ເມສາ 2026 ນີ້.
ຂ່າວ-ພາບໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ