Skip to main content

ເມືອງຊົນນະບູລີ ກຽມພ້ອມຮອບດ້ານໃນການເສັງເລື່ອນຂັ້ນ ແລະ ຈົບຊັ້ນ ສົກຮຽນ 2025-2026 ພ້ອມຕັ້ງເປົ້າສູ້ຊົນ ໃຫ້ໄດ້ 100%

18/05/2026
ຫ້ອງການສຶກສາທິການ ແລະ ກິລາ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຖະແຫຼງຄວາມພ້ອມ ແລະ ວາງຄາດໝາຍສູ້ຊົນສຳລັບບັ້ນການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນ ພາກຮຽນທີ II ປະຈຳສົກຮຽນ 2025-2026 ເພື່ອຮັບປະກັນຄຸນນະພາບການສຶກສາ ແລະ ຍົກລະດັບການພັດທະນາຊັບພະຍາກອນມະນຸດພາຍໃນທ້ອງຖິ່ນ.
ທ່ານ ກໍລະກັນ ໄຊຍະລິນ ກຳມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຊົນນະບູລີ ໄດ້ໃຫ້ສຳພາດວ່າ: ໃນສົກຮຽນນີ້ ທົ່ວເມືອງ ຊັ້ນປະຖົມສຶກສາ ມີໂຮງຮຽນທັງໝົດ 89 ແຫ່ງ, ມີນັກຮຽນຊັ້ນ ປ.1 – ປ.5 ທັງໝົດ 7,323 ຄົນ (ຍິງ 3,618 ຄົນ); ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.1 – ມ.4) ມີໂຮງຮຽນທັງໝົດ 18 ແຫ່ງ, ມີນັກຮຽນທັງໝົດ 1,926 ຄົນ (ຍິງ 1,030 ຄົນ); ຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ມີໂຮງຮຽນທັງໝົດ 6 ແຫ່ງ, ມີນັກຮຽນທັງໝົດ 121 ຄົນ (ຍິງ 64 ຄົນ). ສະນັ້ນ, ເພື່ອເປັນການຊຸກຍູ້ຄຸນນະພາບການຮຽນ-ການສອນ, ທາງຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຕັ້ງເປົ້າໝາຍສູ້ຊົນໃຫ້ການສອບເສັງເລື່ອນຊັ້ນປະຖົມ (ປ.1 – ປ.4) ແລະ ຊັ້ນມັດທະຍົມຕອນຕົ້ນ (ມ.1 – ມ.4) ຕ້ອງໃຫ້ໄດ້ຮັບຜົນສຳເລັດ ແລະ ເສັງຜ່ານ 100%.
ສຳລັບການຈັດຕັ້ງບັ້ນສອບເສັງຈົບຊັ້ນໃນສົກຮຽນ 2025-2026 ນີ້, ທາງເມືອງໄດ້ມີການກະກຽມຄວາມພ້ອມດ້ານສະຖານທີ່ ແລະ ບຸກຄະລາກອນຄູຢ່າງຄົບຖ້ວນ ໂດຍແບ່ງອອກເປັນ ຊັ້ນປະຖົມ ປ.5 ຈັດຕັ້ງສູນສອບເສັງທັງໝົດ 9 ສູນ, ມີ 43 ຫ້ອງເສັງ, ຄາດຄະເນມີນັກຮຽນເຂົ້າຮ່ວມ 954 ຄົນ ແລະ ຕັ້ງເປົ້າໝາຍສູ້ຊົນໃຫ້ເສັງໄດ້ 100% (954 ຄົນ); ຊັ້ນມັດທະຍົມ ມ.4 ຈັດຕັ້ງສູນສອບເສັງທັງໝົດ 3 ສູນ, ມີ 15 ຫ້ອງເສັງ, ຄາດຄະເນມີນັກຮຽນເຂົ້າຮ່ວມ 289 ຄົນ ແລະ ຕັ້ງເປົ້າໝາຍສູ້ຊົນໃຫ້ເສັງໄດ້ 100% (289 ຄົນ); ຊັ້ນມັດທະຍົມ ມ.7 ຈັດຕັ້ງສູນສອບເສັງທັງໝົດ 1 ສູນ, ມີ 6 ຫ້ອງເສັງ, ຄາດຄະເນມີນັກຮຽນເຂົ້າຮ່ວມ 121 ຄົນ ແລະ ຕັ້ງເປົ້າໝາຍສູ້ຊົນໃຫ້ເສັງໄດ້ 100% (121 ຄົນ).\
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ກໍລະກັນ ໄຊຍະລິນ ໄດ້ຮຽກຮ້ອງມາຍັງອຳນາດການປົກຄອງບ້ານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ຕິດຕາມ, ໃກ້ຊິດຕິດແທດ, ຊຸກຍູ້ ແລະ ປຸກລະດົມລູກຫຼານຂອງຕົນໃຫ້ມີຄວາມຫ້າວຫັນໃນການຄົ້ນຄວ້າບົດຮຽນ ແລະ ສົ່ງເສີມໃຫ້ນັກຮຽນເຂົ້າຮ່ວມການສອບເສັງໃຫ້ທັນເວລາ ຕາມກຳນົດການຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະອຳນວຍການໂຮງຮຽນ ແລະ ຄູ-ອາຈານທຸກທ່ານ ເອົາໃຈໃສ່ໃນການອອກຫົວບົດສອບເສັງ, ດຳເນີນການສອບເສັງ ແລະ ຕີລາຄາຜົນການຮຽນດ້ວຍຄວາມຍຸຕິທຳ, ໂປ່ງໃສ ແລະ ມີຄວາມພາວະວິໄສທີ່ສຸດ ເພື່ອຮັບປະກັນ ແລະ ວັດແທກລະດັບຄວາມຮູ້ ຄວາມສາມາດທີ່ແທ້ຈິງຂອງນັກຮຽນແຕ່ລະຄົນ.
ໃນຕອນທ້າຍ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຍັງໄດ້ຝາກຄວາມຫວັງ ແລະ ຄວາມເຊື່ອໝັ້ນມາຍັງນ້ອງໆນັກຮຽນທຸກຄົນ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ດຸໝັ່ນຂະຫຍາຍເພື່ອກາຍເປັນລູກທີ່ດີຂອງພໍ່ແມ່, ເປັນສິດທີ່ດີຂອງຄູ-ອາຈານ ແລະ ເປັນພົນລະເມືອງທີ່ມີຄຸນນະພາບຂອງປະເທດຊາດໃນອະນາຄົດ ພ້ອມທັງອວຍພອນໃຫ້ບັ້ນສອບເສັງໃນຄັ້ງນີ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ຮັບຜົນດີຕາມຄາດໝາຍທີ່ວາງໄວ້ທຸກປະການ.
ພາບ-ຂ່າວ: ສກມ ເມືອງຊົນນະບູລີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ