ສສກ-ອົດສະຕຣາລີ ສ້າງຄວາມເຂັ້ມແຂງດ້ານການຊ່ວຍເຫຼືອການຮຽນການສອນແບບຮຽນຮ່ວມ ຢູ່ແຂວງຫຼວງນໍ້າທາ
25/05/2026

ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດການຝຶກອົບຮົມຄູຝຶກ ສໍາລັບຜູ້ເຮັດວຽກສຶກສາພາຍໃນ (IPS) ຄັ້ງທີ 7 ເພື່ອເນັ້ນໃສ່ການສອນຫ້ອງຄວບ, ຄວາມສະເໝີພາບຍິງ-ຊາຍ, ບັນທັດຖານທາງສັງຄົມ ແລະ ການຊ່ວຍເຫຼືອນັກຮຽນທີ່ມີຄວາມພິການ ເມື່ອວັນທີ 25 ພຶດສະພາ 2026 ທີ່ສະໂມສອນ ວິທະຍາໄລຄູຫຼວງນໍ້າທາ, ແຂວງຫຼວງນ້ຳທາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ນວນຈັນ ທິບພະວົງ ຜູ້ອຳນວຍການ ວິທະຍາໄລຄູຫຼວງນໍ້າທາ, ມີຜູ້ຕາງໜ້າຈາກວິທະຍາໄລຄູຫຼວງນ້ຳທາ, ຈາກກົມສາມັນສຶກສາ ສສກ, ຈາກພະແນກສຶກສາທິການ ແລະ ກິລາແຂວງຫຼວງນໍ້າທາ, ຜົ້ງສາລີ ແລະ ແຂວງບໍ່ແກ້ວ, ວິທະຍາໄລຄູຫຼວງພະບາງ, ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງຈາກແຜນການບີຄວ້າແຂວງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ນາງ ນວນຈັນ ທິບພະວົງ ໄດ້ກ່າວວ່າ: ຄູແມ່ນຫົວໃຈຂອງລະບົບການສຶກສາ ແລະ ເປັນຜູ້ສ້າງຄົນຮຸ່ນຕໍ່ໄປ. ສະນັ້ນ, ການສະໜອງງົບປະມານໃຫ້ແກ່ການສ້າງທັກສະຂອງຄູ ແມ່ນການລົງທຶນໃຫ້ອະນາຄົດຂອງ ສປປ ລາວ, ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ແມ່ນສິ່ງຈຳເປັນ ເພື່ອປັບປຸງຄຸນນະພາບການສອນ ແລະ ການສະໜັບສະໜູນຄູ ໃຫ້ປະຕິບັດໜ້າທີ່ໃຫ້ດີທີ່ສຸດ, ຜ່ານລະບົບການສະໜັບສະໜູນຜ່ານຜູ້ເຮັດວຽກສຶກສານິເທດພາຍໃນ, ສສກ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແມ່ນສິ່ງທີ່ສຳຄັນເພື່ອຮັບປະກັນວ່າ ຄູຈະໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການທີ່ເປັນປະໂຫຍດໃຫ້ແກ່ການສອນຢ່າງເປັນປົກກະຕິ ເພື່ອຕອບສະໜອງຄວາມຕ້ອງການຕົວຈິງໃນຫ້ອງຮຽນທົ່ວປະເທດ, ໂດຍລະບົບຜູ້ເຮັດວຽກສຶກສານິເທດພາຍໃນ ໄດ້ຖືກນຳສະເໜີໃນປີ 2023 ເພື່ອໃຫ້ການສະໜັບສະໜູນຄູຊັ້ນປະຖົມໃນໂຮງຮຽນ, ໂດຍສະເພາະໃນເຂດຫ່າງໄກ ແລະ ດ້ອຍໂອກາດ, ລະບົບດັ່ງກ່າວ ສ້າງຕັ້ງຂຶ້ນໂດຍກະຊວງສຶກສາທິການ ແລະ ກິລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ, ໄດ້ຮວບຮວມຄູທີ່ມີປະສົບການ ແລະ ຜູ້ອຳນວຍການໂຮງຮຽນ ເຮັດວຽກຮ່ວມກັນ ເພື່ອປະຕິບັດໜ້າທີ່ ເປັນຜູ້ໃຫ້ຄຳປຶກສາ ແລະ ແນະນຳ, ການຊ່ວຍເຫຼືອຄູໃນໂຮງຮຽນດຽວກັນແມ່ນຜ່ານການສັງເກດການສອນ, ການສອນເປັນຄູ່, ການສະທ້ອນຄືນ ແລະ ການຕິດຕາມການປະຕິບັດຂໍ້ແນະນຳ. ໃນເບື້ອງຕົ້ນໄດ້ ລະບົບດັ່ງກ່າວໄດ້ປະຕິບັດໃນ 30 ເມືອງເປົ້າໝາຍ ໃນ 7 ແຂວງທີ່ໄດ້ຮັບການສະໜັບສະໜູນຈາກແຜນງານບີຄວາຄື: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ຄຳມ່ວນ ແລະ ສະຫວັນນະເຂດ. ລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຂອງ ສສກ ກຳລັງໄດ້ຮັບການຜັນຂະຫຍາຍໃຫ້ກ້ວາງຂຶ້ນ ໂດຍກະຊວງສຶກສາທິການ ແລະ ກິລາ ຮ່ວມກັບບັນດາຄູ່ຮ່ວມພັດທະນາ.
ການຝຶກອົບຮົມຄູຝຶກຄັ້ງນີ້, ແມ່ນເນັ້ນການຝຶກອົບຮົມທັກສະຕົວຈິງໃນການການຊ່ວຍເຫຼືອຄູ ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ວິທີການດັດປັບບົດຮຽນ ສຳລັບຫ້ອງຄວບ, ສົ່ງເສີມການສອນທີ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການຊ່ວຍເຫຼືອນັກຮຽນທີ່ມີຄວາມພິການ ແລະ ນຳໃຊ້ເຄື່ອງມືປະເມີນຕົນເອງສຳລັບຄູ ເພື່ອນຳພາການພັດທະນາທັກສະຂອງຄູ. ນອກຈາກນີ້, ຜູ້ເຂົ້າຮ່ວມຈະໄດ້ຄົ້ນຄິດກ່ຽວກັບກໍລະນີສຶກສາຕົວຈິງ, ສ້າງແຜນການສອນຂອງຫ້ອງຄວບ ແລະ ຝຶກຊ້ອມເຄື່ອງມືທີ່ຄູສາມາດນຳໃຊ້ໄດ້ ແລະ ຜູ້ທີ່ເຂົ້າຮ່ວມຝຶກ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ ຈະສາມາດນຳເອົາແນວຄວາມຄິດເຫຼົ່ານີ້ ກັບຄືນໄປຍັງເມືອງຂອງຕົນເອງເພື່ອປະຕິບັດ. ໃນກອງປະຊຸມປະກອບມີ ກິດຈະກຳກ່ຽວກັບສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ບັນທັດຖານທາງສັງຄົມ, ຊ່ວຍໃຫ້ ຜູ້ເຮັດວຽກສຶກສານິເທດພາຍໃນ ສະທ້ອນຄືນເຖິງວິທີທີ່ທັດສະນະຄະຕິ ແລະ ຄວາມເຊື່ອສາມາດສົ່ງຜົນກະທົບຕໍ່ການເຂົ້າຮ່ວມ ແລະ ການຮຽນຮູ້.
ໃນປີທີ່ຜ່ານມາ, ການຝຶກອົບຮົມຄູຝຶກດັ່ງກ່າວແມ່ນຈັດຂຶ້ນຢູ່ທີ່ວິທະຍາໄລຄູ (ວຄ) 3 ແຂວງຄື: ຫຼວງນໍ້າທາ, ຊຽງຂວາງ ແລະ ສະຫວັນນະເຂດ, ທີມງານວິຊາການຈາກວິທະຍາໄລຄູທີ່ຈະເຮັດໜ້າທີ່ໃນການເປັນຄູຝຶກປະມານ 153 ທ່ານ, ຫຼັງຈາກສຳເລັດການຝຶກອົບຮົມ ທີມງານວິຊາການດັ່ງກ່າວຈະເຮັດໜ້າທີ່ເປັນຄູຝຶກເພື່ອໄປຈັດຝຶກອົບຮົມຕໍ່ໃຫ້ແກ່ຜູ້ເຮັດວຽກສຶກສານິເທດພາຍໃນ ໃນ 30 ເມືອງເປົ້າໝາຍຂອງແຜນງານບີຄວາ ໃນເດືອນສິງຫາ 2026, ໂດຍຄູສອນທີ່ມີປະສົບການ ແລະ ຜູ້ອຳນວຍການໂຮງຮຽນ ທີ່ໄດ້ຮັບການຄັດເລືອກເປັນເຮັດວຽກສຶກສານິເທດພາຍໃນໃໝ່ ຈະໄດ້ຮັບການຝຶກອົບຮົມຂັ້ນເມືອງ ໃນເດືອນ ກໍລະກົດ ແລະ ສິງຫາ 2026 ເພື່ອກຽມຄວາມພ້ອມໃນການລົງຊຸກຍູ້ຊ່ວຍເຫຼືອຄູໃນເຂດບໍລິການຂອງຕົນເອງ ໃນສົກຮຽນ 2026-2027.
ສຳລັບກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 5 ວັນ ແຕ່ວັນທີ 25-29 ພຶດສະພາ 2026.
ໂດຍ: ບົວລະພາ















