Skip to main content

ກົມສາມັນສຶກສາ ຈັດກິດຈະກຳປູກຕົ້ນໄມ້ ໂອກາດວັນປູກຕົ້ນໄມ້ ແລະ ວັນສິ່ງແວດລ້ອມແຫ່ງຊາດ ປະຈຳປີ 2026 ຢ່າງຟົດຟື້ນ

02/06/2026
ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (1 ມິຖຸນາ), ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ (5 ມິຖຸນາ) ປະຈຳປີ 2026 ພາຍໃຕ້ຄຳຂວັນ “ໜຶ່ງຄົນ ໜຶ່ງຕົ້ນ” ຢ່າງຟົດຟື້ນ ໃນຕອນເຊົ້າວັນທີ 29 ພຶດສະພາ 2026 ຢູ່ທີ່ໂຮງຮຽນພອນສະຫວັນແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍມີ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ. ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ມະຫາວິທະຍາໄລແຫ່ງຊາດ, ຄະນະອຳນວຍການໂຮງຮຽນສາມັນພອນສະຫວັນແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າພະແນກຂອງກົມ, ພະນັກງານ, ຄູ-ອາຈານ ແລະ ນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ໄດ້ຂຶ້ນລາຍງານຈຸດປະສົງຂອງການຈັດກິດຈະກຳ ພ້ອມທັງຜ່ານປະຫວັດຄວາມເປັນມາ ຂອງວັນປູກຕົ້ນໄມ້ແຫ່ງຊາດ ໂດຍທ່ານໄດ້ຍົກໃຫ້ເຫັນວ່າ ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງເລີ່ມມາແຕ່ປີ 1980 ເປັນຕົ້ນມາ ແລະ ໃນປີ 2026 ນີ້ ແມ່ນຄົບຮອບ 46 ປີ. ການປູກຕົ້ນໄມ້ບໍ່ສະເພາະແຕ່ໃນວັນທີ 1 ມິຖຸນາ ເທົ່ານັ້ນ, ແຕ່ພວກເຮົາທຸກຄົນສາມາດປູກໄດ້ທຸກໆວັນໃນໄລຍະລະດູຝົນ ຫຼື ໄລຍະເວລາທີ່ເໝາະສົມ. ການປູກ ແລະ ປົກປັກຮັກສາຕົ້ນໄມ້ແມ່ນໜ້າທີ່ຂອງໝົດທຸກຄົນ ດັ່ງຄຳເວົ້າທີ່ວ່າ “ໜຶ່ງຄົນປູກໜຶ່ງຕົ້ນ ກໍຈະກາຍເປັນປ່າໃນອະນາຄົດ”. ນອກຈາກນີ້, ກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ມາດຕາ 60 ໄດ້ລະບຸເຖິງການສົ່ງເສີມການປູກຕົ້ນໄມ້ ແລະ ເຄື່ອງປ່າຂອງດົງ ເພື່ອຈຸດປະສົງໃນການປົກປັກຮັກສາສິ່ງແວດລ້ອມ ແລະ ມາດຕາ 164 ໄດ້ກຳນົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເພື່ອສ້າງສະຕິຮັກ ແລະ ຫ່ວງແຫນໃນການປົກປັກຮັກສາ, ພັດທະນາປ່າໄມ້, ທີ່ດິນປ່າໄມ້ ແລະ ສິ່ງແວດລ້ອມທຳມະຊາດ ໃຫ້ແກ່ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນຫຼັງ ແນໃສ່ເຮັດໃຫ້ປ່າໄມ້ອຸດົມສົມບູນ ແລະ ບໍ່ບົກແຫ້ງ.
ສຳລັບວັນເດັກນ້ອຍສາກົນ (International Children’s Day) ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນ ເຊິ່ງຖືກກຳນົດຂຶ້ນເພື່ອປົກປ້ອງ, ສົ່ງເສີມສິດທິ ແລະ ສະຫວັດດີການຂອງເດັກນ້ອຍທົ່ວໂລກ. ປະຫວັດຄວາມເປັນມາແມ່ນເລີ່ມຈາກ “ກອງປະຊຸມໂລກ ເພື່ອສະຫວັດດິການເດັກ” (World Conference for the Well-being of Children) ໃນປີ 1925 ທີ່ນະຄອນເຊີແນວ ປະເທດສະວິດ, ເຊິ່ງຜູ້ແທນໄດ້ຮ່ວມກັນຫາລືກ່ຽວກັບບັນຫາທີ່ກະທົບຕໍ່ເດັກນ້ອຍ ເຊັ່ນ: ການໃຊ້ແຮງງານເດັກ, ການຂາດໂອກາດທາງການສຶກສາ ແລະ ຄວາມທຸກຍາກ, ຈົນນຳໄປສູ່ “ຖະແຫຼງການເຊີແນວວ່າດ້ວຍສິດທິເດັກ” ແລະ ກຳນົດໃຫ້ມີ “ວັນເດັກນ້ອຍ” ຂຶ້ນໃນປີ 1925. ຕໍ່ມາໃນປີ 1949, ສະຫະພັນແມ່ຍິງປະຊາທິປະໄຕລະຫວ່າງຊາດ (WIDF) ໄດ້ຈັດກອງປະຊຸມໃຫຍ່ຢູ່ມົດສະກູ ສະຫະພາບໂຊວຽດ (ຣັດເຊຍ ໃນປັດຈຸບັນ) ແລະ ໄດ້ປະກາດຢ່າງເປັນທາງການໃຫ້ວັນທີ 1 ມິຖຸນາ ຂອງທຸກໆປີ ເປັນວັນປົກປ້ອງເດັກນ້ອຍສາກົນ ເພື່ອລະນຶກເຖິງເດັກນ້ອຍທີ່ເສຍຊີວິດໃນສົງຄາມໂລກ ຄັ້ງທີ II ແລະ ຮຽກຮ້ອງໃຫ້ຢຸດຕິການທາລຸນເດັກ. ຫຼັງຈາກນັ້ນມາ, ສປປ ລາວ ກໍໄດ້ຈັດຕັ້ງວັນເດັກນ້ອຍສາກົນ ຄວບຄູ່ໄປກັບວັນປູກຕົ້ນໄມ້ແຫ່ງຊາດໃນວັນທີ 1 ມິຖຸນາ ຂອງທຸກໆປີ.
ພ້ອມນັ້ນ, ທ່ານຫົວໜ້າກົມສາມັນສຶກສາ ຍັງໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ (5 ມິຖຸນາ) ໂດຍໃນປີ 1948, ອົງການຈັດຕັ້ງສາກົນ ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກກ່ຽວກັບການສຶກສາດ້ານສິ່ງແວດລ້ອມ ແລະ ຮັບຮອງເອົານະໂຍບາຍພື້ນຖານສຳຄັນຕ່າງໆ ໂດຍສະເພາະແມ່ນການສຶກສາເພື່ອການພັດທະນາແບບຍືນຍົງ. ຕໍ່ມາໃນປີ 1972, ອົງການສະຫະປະຊາຊາດ ໄດ້ຈັດກອງປະຊຸມສຸດຍອດໂລກກ່ຽວກັບສິ່ງແວດລ້ອມຂອງມະນຸດ ທີ່ນະຄອນຫຼວງສະຕອກໂຮມ ປະເທດສະວີເດັນ (ຊູແອດ) ເຊິ່ງໄດ້ຮັບຮອງເອົາການສຶກສາສິ່ງແວດລ້ອມສຳລັບທຸກຄົນ ໂດຍສະເພາະເດັກນ້ອຍ ແລະ ໄວໜຸ່ມ ພ້ອມທັງກຳນົດເອົາວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມໂລກ ເຊິ່ງໃນປີ 2026 ນີ້ ແມ່ນຄົບຮອບ 53 ປີ.
ສຳລັບ ສປປ ລາວ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ສົ່ງເສີມການປົກປັກຮັກສາ ແລະ ບູລະນະຟື້ນຟູສິ່ງແວດລ້ອມ, ສ້າງຈິດສຳນຶກຄວາມຮູ້, ປຸກລະດົມທຸກພາກສ່ວນໃຫ້ເຫັນຄວາມສຳຄັນຂອງສິ່ງແວດລ້ອມທີ່ຂຽວ, ສະອາດ, ງາມຕາ ແລະ ປາສະຈາກມົນລະພິດ. ໂດຍອີງຕາມ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ມາດຕາ 100, ສປປ ລາວ ໄດ້ກຳນົດເອົາ ວັນທີ 5 ມິຖຸນາ ເປັນວັນສິ່ງແວດລ້ອມແຫ່ງຊາດ ເພື່ອສົ່ງເສີມ ແລະ ຍົກລະດັບຄວາມຕື່ນຕົວໃນການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ນັກຮຽນ, ຄູ-ອາຈານ, ພະນັກງານ ແລະ ສັງຄົມ. ສປປ ລາວ ໄດ້ເລີ່ມຈັດກິດຈະກຳສະເຫຼີມສະຫຼອງວັນດັ່ງກ່າວມາແຕ່ປີ 1999 ແລະ ຄົບຮອບ 27 ປີ ໃນປີ 2026 ນີ້.
ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ພ້ອມດ້ວຍບັນດາຄະນະນຳ, ຄູ-ອາຈານ ແລະ ນ້ອງນັກຮຽນ ໄດ້ຮ່ວມກັນປູກຕົ້ນໄມ້ພາຍໃນບໍລິເວນໂຮງຮຽນຢ່າງພ້ອມພຽງ, ສ້າງຄວາມສາມັກຄີ ແລະ ປູກຈິດສຳນຶກໃນການຮັກສາທຳມະຊາດໃຫ້ແກ່ຄົນຮຸ່ນຫຼັງຢ່າງແທ້ຈິງ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ