ຈຳປາສັກ ສຳເລັດຝຶກອົບຮົມຜູ້ບໍລິຫານກິລາລະດັບທ້ອງຖິ່ນ ກຽມຄວາມພ້ອມຮອບດ້ານສູ່ການເປັນເຈົ້າພາບ ງານກິລາແຫ່ງຊາດ ຄັ້ງທີ 13
02/06/2026

ໃນລະຫວ່າງວັນທີ 26-28 ພຶດສະພາ 2026, ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໄດ້ສຳເລັດການຝຶກອົບຮົມ “ຜູ້ບໍລິຫານກິລາລະດັບທ້ອງຖິ່ນ” ໃຫ້ແກ່ສະຫະພັນກິລາແຂວງ, ເມືອງ ແລະ ນະຄອນ ພາຍໃນແຂວງຈຳປາສັກ ຢ່າງເປັນທາງການ ເພື່ອຍົກລະດັບວິໄສທັດ ແລະ ຂີດຄວາມສາມາດໃນການບໍລິຫານຈັດການກິລາໃຫ້ກ້າວສູ່ລະດັບສາກົນ, ໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ພູວັນ ວົງສຸທິ ຄະນະບໍລິຫານງານໂອແລມປິກແຫ່ງຊາດລາວ, ມີສຳມະນາກອນເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 4 ທ່ານ ທີ່ເປັນຕົວແທນມາຈາກ 6 ເມືອງ, 12 ສະຫະພັນກິລາ ແລະ ວິທະຍາໄລສັນຕິບານປະຊາຊົນ ເລກ 2 ໂດຍຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນງົບປະມານຫຼັກຈາກຄະນະກຳມະການໂອແລມປິກແຫ່ງຊາດລາວ.
ສຳລັບເນື້ອໃນຫຼັກສູດການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອແນໃສ່ການພັດທະນາ ແລະ ຍົກລະດັບການກິລາໃຫ້ມີປະສິດທິພາບສູງສຸດ, ຫຼັກສູດການຝຶກອົບຮົມ ໃນຕະຫຼອດ 3 ວັນ ໄດ້ກວມເອົາຫົວຂໍ້ຍຸດທະສາດທີ່ສຳຄັນ ຄື: ສຶກສາກ່ຽວກັບປະຫວັດຄວາມເປັນມາຂອງຄະນະກຳມະການໂອແລມປິກສາກົນ ແລະ ໂຄງສ້າງການຈັດຕັ້ງກິລາ ກໍຄືກິລາທາງສັງຄົມ; ຮຽນຮູ້ເຕັກນິກການວາງແຜນສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ ແລະ ປັດໄຈເອື້ອອຳນວຍທີ່ຈຳເປັນໃນການສ້າງ ແລະ ພັດທະນານັກກິລາແຕ່ລະປະເພດໃຫ້ປະສົບຄວາມສຳເລັດ; ຮຽນຮູ້ຮູບແບບການຮ່ວມມືລະຫວ່າງ ສະຫະພັນກິລາແຂວງ ແລະ ໂຮງຮຽນອ້ອມຂ້າງເມືອງ/ແຂວງ ເຊິ່ງເປັນຫົວໃຈສຳຄັນໃນການເກັບກ່ຽວ ແລະ ບຳລຸງສ້າງເມັດພັນນັກກິລາຮຸ່ນໃໝ່; ແນວທາງການກະກຽມຄວາມພ້ອມຮອບດ້ານໃນການເປັນເຈົ້າພາບ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 13 ໃນປີ 2028 ທີ່ແຂວງຈຳປາສັກ ໄດ້ຮັບກຽດເປັນເຈົ້າພາບ.
ໃນກອງປະຊຸມດັ່ງກ່າວ, ຄະນະວິທະຍາກອນ ໄດ້ເນັ້ນໜັກວ່າ: ການເຊື່ອມໂຍງລະຫວ່າງສະຫະພັນກິລາກັບສະຖາບັນການສຶກສາ (ໂຮງຮຽນ) ແມ່ນກົນໄກ ແລະ ແຫຼ່ງບົ່ມຊ້ອນພອນສະຫວັນທີ່ດີທີ່ສຸດ. ການປູພື້ນຖານທີ່ຖືກຕ້ອງຕາມຫຼັກວິທະຍາສາດການກິລາຕັ້ງແຕ່ໄວເຍົາວະຊົນ ຈະຊ່ວຍຍືດອາຍຸການຫຼິ້ນກິລາ ແລະ ເພີ່ມໂອກາດໃນການຄວ້າໄຊຊະນະໃນເວທີສາກົນ. ເຊິ່ງຕະຫຼອດໄລຍະ 3 ວັນຂອງການຝຶກອົບຮົມ, ບັນຍາກາດແມ່ນເຕັມໄປດ້ວຍຄວາມຟົດຟື້ນ ແລະ ເປັນຂະບວນການຢ່າງຕັ້ງໜ້າ. ສຳມະນາກອນທຸກທ່ານໄດ້ສະແດງຄວາມເອົາໃຈໃສ່ ໂດຍບໍ່ພຽງແຕ່ຮັບຟັງການບັນຍາຍທາງທິດສະດີເທົ່ານັ້ນ ແຕ່ຍັງໄດ້ຮ່ວມກັນຕັ້ງຄຳຖາມເຈາະຈີ້ມ, ຍົກເອົາບັນຫາຕົວຈິງທີ່ເກີດຂຶ້ນໃນສະໜາມແຂ່ງຂັນມາຮ່ວມກັນວິເຄາະ, ສົນທະນາ ແລະ ຖອດຖອນບົດຮຽນ ເພື່ອຊອກຫາແນວທາງແກ້ໄຂໃຫ້ທັນກັບຍຸກສະໄໝ.
ໃນຕອນທ້າຍຂອງພິທີ, ຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມທຸກທ່ານ ເຊິ່ງຖືເປັນບາດກ້າວອັນສຳຄັນໃນການເພີ່ມແນວຄວາມຄິດດ້ານການບໍລິຫານດ້ານກິລາສະເພາະໃຫ້ແກ່ບຸກຄະລາກອນກິລາຂັ້ນທ້ອງຖິ່ນ ເພື່ອຮ່ວມກັນຂັບເຄື່ອນວົງການກິລາພາຍໃນແຂວງຈຳປາສັກໃຫ້ມີຄວາມເຂັ້ມແຂງ, ລະບົບການຈັດຕັ້ງມີຄວາມເປັນມືອາຊີບ ແລະ ພ້ອມແລ້ວທີ່ຈະເປີດປະຕູຕ້ອນຮັບທັບນັກກິລາຈາກທົ່ວປະເທດໃນງານກິລາແຫ່ງຊາດ ປີ 2028 ທີ່ຈະມາເຖິງນີ້.
ຂ່າວ-ພາບໂດຍ: ຂາວພອນ














