Skip to main content

ນະຄອນປາກເຊ ເປີດສອບເສັງຈົບຊັ້ນ ມ.4 ບຳລຸງ ປະຈຳສົກປີ 2025-2026

02/06/2026
ໃນລະຫວ່າງວັນທີ 29-30 ພຶດສະພາ 2026, ຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ ໄດ້ຈັດຕັ້ງການສອບເສັງຈົບຊັ້ນມັດທະຍົມຕົ້ນບຳລຸງ (ມ.4) ປະຈຳສົກປີ 2025-2026 ຂຶ້ນຢ່າງເປັນທາງການ ຢູ່ທີ່ສູນໂຮງຮຽນມັດທະຍົມຕົ້ນສົງໂພນສີໄຄ ນະຄອນປາກເຊ ແຂວງຈຳປາສັກ, ໂດຍການເປັນປະທານຮ່ວມຂອງ ທ່ານ ໂພໄຊ ວົງຄຳຊາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ທ່ານ ນາງ ຈັນດາວຽງ ສຸດທິວົງສາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລານະຄອນປາກເຊ, ມີຄະນະກຳມະການສອບເສັງ, ຄູ-ອາຈານ ແລະ ນ້ອງໆນັກຮຽນສອບເສັງເຂົ້າຮ່ວມຢ່າງພ້ອມພຽງ ພາຍໃຕ້ບັນຍາກາດອັນຟົດຟື້ນ ແລະ ເປັນລະບຽບຮຽບຮ້ອຍ.
ການຈັດການສອບເສັງໃນຄັ້ງນີ້ ບໍ່ພຽງແຕ່ເປັນການວັດ ແລະ ປະເມີນຜົນການຮຽນ-ການສອນເທົ່ານັ້ນ, ແຕ່ຍັງເປັນໂອກາດຄັ້ງສຳຄັນສຳລັບຜູ້ທີ່ພາດໂອກາດ ຫຼື ຕົກຄ້າງຈາກສາຍສາມັນ ໃຫ້ໄດ້ກັບຄືນມາສືບຕໍ່ການສຶກສາ ເພື່ອສ້າງອະນາຄົດທີ່ດີຂຶ້ນ. ນີ້ຄືການຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ ໃນໄລຍະໃໝ່ ທີ່ມຸ່ງເນັ້ນການສົ່ງເສີມການສຶກສາຕະຫຼອດຊີວິດ ແລະ ສ້າງຄວາມເທົ່າທຽມໃນສັງຄົມ. ເຊິ່ງຫຼັກສູດບຳລຸງໄລຍະສັ້ນນີ້ ໄດ້ເລີ່ມຈັດການຮຽນ-ການສອນມາຕັ້ງແຕ່ວັນທີ 1 ພະຈິກ 2025 ຈົນເຖິງເດືອນພຶດສະພາ 2026. ໃນສົກຮຽນນີ້ ມີນັກຮຽນທີ່ມີຄວາມມຸ່ງໝັ້ນເຂົ້າຮ່ວມການສອບເສັງທັງໝົດ 38 ຄົນ, ຍິງ 18 ຄົນ, ໃນນັ້ນມີສາມະເນນເຂົ້າຮ່ວມນຳ 4 ອົງ.
ສຳລັບສອບເສັງທັງໝົດຕ້ອງໄດ້ຜ່ານການທົດສອບຄວາມຮູ້ໃນ 5 ວິຊາຫຼັກ ຄື: ວິຊາພາສາລາວ-ວັນນະຄະດີ, ວິຊາວິທະຍາສາດສັງຄົມ, ວິຊາຄະນິດສາດ, ວິຊາວິທະຍາສາດທຳມະຊາດ ແລະ ວິຊາພາສາອັງກິດ. ເຊິ່ງການຈັດການສອບເສັງຈົບຊັ້ນມັດທະຍົມຕົ້ນບຳລຸງໃນຄັ້ງນີ້ ຈຶ່ງຖືເປັນຂີດໝາຍອັນດີງາມ ທີ່ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງຂະແໜງການສຶກສາທິການ ແລະ ກິລາ ໃນການຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນທຸກເພດ, ທຸກໄວ ໄດ້ເຂົ້າເຖິງການສຶກສາຢ່າງທົ່ວເຖິງ, ມຸ່ງໜ້າລົບລ້າງຄວາມບໍ່ຮູ້ໜັງສື ແລະ ຮ່ວມກັນສ້າງສາພັດທະນາປະເທດຊາດໃຫ້ຮຸ່ງເຮືອງສິວິໄລ ຕາມທິດທາງແນວທາງການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງໝັ້ນຄົງ.
ຂ່າວໂດຍ: ຂາວພອນ ມ້າວຄຳຜິວ ພາບໂດຍ: ໂພໄຊ ວົງຄຳຊາວ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ