Skip to main content

ຄູສຶກສານິເທດ ເມືອງນໍ້າບາກ ໄດ້ຮັບການຍົກລະດັບດ້ານ ວຽກງານນິເທດພາຍໃນ ໂມດູນ 1

02/06/2026
ພິທີເປີດບັ້ນຝຶກອົບຮົມວຽກງານດັ່ງກ່າວ ໄດ້ມີຂຶ້ນເມື່ອວັນທີ 28 ພຶດສະພາ 202 ນີ້້ ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງນໍ້າບາກ ແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວັດທະນາ ສີອຸດົມພັນ ຮອງຜູ້ອໍານວຍການວິທະຍາໄລຄູ ຫລວງພະບາງ, ທ່ານ ຈັນທີ ແພງບົວມົນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນໍ້າບາກ, ມີ ຄະນະຮັບຜິດຊອບຈາກພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີພາບລວມຂອງການຈັດຕັ້ງປະຕິບັດວຽກງານການສຶກສານິເທດພາຍໃນ, ໂດຍສະເພາະຈຸດປະສົງ,ຜົນໄດ້ຮັບຂອງໂມດູນ 1, ການສະໜັບສະໜູນການພັດທະນາວິຊາຊີບຄູ ແລະ ປະສົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ, ຈາກນັ້ນທຸກພາກສ່ວນໄດ້ຮ່ວມກັນຄົ້ນຄວ້າ ປະກອບຄໍາຄິດເຫັນ ແລະ ສົນທະນາແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນ ພ້ອມດຽວກັນນີ້ ສຳມະນາກອນຍັງຈະໄດ້ຮູ້ຮຽນເຖິງຮູບແບບ ແລະ ຂະບວນການຂອງການສຶກສານິເທດ, ພາລະ ບົດບາດ ແລະ ໜ້າທີ່ຂອງຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ຂັ້ນຕອນຂອງການໃຫ້ການຊ່ວຍເຫຼືອດ້ານວຽກງານສຶກສານິເທດ. ສຳຈຸດປະສົ່ງກໍ່ເພື່ອສ້າງຂີດຄວາມສາມາດໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນເຂົ້າໃຈເຖິງຄວາມໝາຍຂອງລະບົບການສຶກສານິເທດ ແລະ ພາລະບົດບາດໜ້າທີ່ຂອງຜູ້ເຮັດວຽກສຶກສານິເທດພາຍໃນເມືອງເປົ້າໝາຍສາມາດອະທິບາຍລະບົົບການສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ/ກຸ່ມໂຮງຮຽນໂດຍອີງຕາມຂໍ້ຕົກລົງວ່າດ້ວຍການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສະບັບເລກທີເລກທີ 3342 ລົງວັນທີ 19 ກໍລະກົດ 2022 ແລະ ອີກດ້ານໜຶ່ງກໍ່ເພື່ອແນ່ໃສ່ສົ່ງເສີມຜູ້ເຂົ້າຮ່ວມອະທິບາຍກ່ຽວກັບແບບຟອມສຳລັບຜູ້ເຮັດວຽກນິເທດພາຍໃນ ແລະ ພາຍນອກພາຍໃຕ້ໂຄງການ FLIP.
ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບພ້ອມດ້ວຍຜູ້ແທນທຸກພາກສ່ວນຈົ່ງໄດ້ພ້ອມກັນສຸມທຸກສະຕິປັນຍາເຂົ້າໃນບັ້ນຝຶກອົບຮົມຄັ້ງນີ້ໃຫ້ມີບັນຍາກາດໂດຍການປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມກັນນັ້ນກໍ່ຕ້ອງໃຫ້ກຳໄດ້ທາງດ້ານເນື້ອໃນໂດຍສະເພາະ 7 ຫຼັກການຂອງຜູ້ບໍລິຫານການສຶກສາ, ການບໍລິຫານຄຸ້ມຄອງ, ການປະຕິບັດລະບຽບວິໄນ ແລະ ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານຄູອາຈານໃຫ້ທົ່ວເຖິງ ພາຍຫຼັງສຳເລັດການຝຶກອົບຮົມຄັ້ງນີ້ກໍ່ໃຫ້ພ້ອມກັນສືບຕໍ່ນຳເອົາເນື້ອໃນຈິດໃຈ ແລະ ບົດຮຽນໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍຢູ່ໃນໂຮງຮຽນຂອງຕົນໃຫ້ນັບມື້ມີຄຸນນະພາບ ແລະ ມີບາດກ້າວອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.
ສຳລັບກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປໃນລະຫວ່າງ ວັນທີ 28 ພຶດສະພາ ຫາ ວັນທີ 1 ມິຖຸນາ 2026 ຈຶ່ງຈະສຳເລັດ
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼ.ບ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ