Skip to main content

ຊະນະຄາມ ເປີດສອບເສັງຈົບຊັ້ນປະຖົມສຶກສາ ປີທີ 5 ທົ່ວເມືອງ ສົກຮຽນ 2025-2026 ມີນັກສອບເສັງເຂົ້າຮ່ວມເກືອບ 600 ນ້ອງ

03/06/2026
ໃນວັນທີ 29 ພຶດສະພາ 2026, ຫ້ອງການສຶກສາທິການ ແລະ ກິລາ ເມືອງຊະນະຄາມ ແຂວງວຽງຈັນ ໄດ້ຈັດພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ ປີທີ 5 (ປ.5) ປະຈຳສົກຮຽນ 2025–2026 ຢ່າງເປັນທາງການ ຢູ່ທີ່ບັນດາສູນສອບເສັງທົ່ວເມືອງ ໂດຍໃຫ້ກຽດຕິດຕາມຂອງທ່ານ ວິລັດ ວັນຄໍາ ແລະ ທ່ານ ອັງຢີ ແພງມະນີວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊະນະຄາມ, ມີຄະນະກຳມະການຮັບຜິດຊອບຂັ້ນເມືອງ ແລະ ຄະນະຄູອາຈານຍາມຫ້ອງສອບເສັງ ຕະຫຼອດຮອດນັກຮຽນສອບເສັງເຂົ້າຮ່ວມ.
ການສອບເສັງໃນສົກຮຽນນີ້, ໄດ້ກຳນົດເອົາ 2 ວິຊາຫຼັກໃນການວັດ ແລະ ປະເມີນຜົນການຮຽນການສອນ ຄື: ວິຊາພາສາລາວ ແລະ ວິຊາຄະນິດສາດ ໂດຍໄດ້ແບ່ງສູນສອບເສັງອອກເປັນ 7 ສູນໃຫຍ່ ລວມມີ 28 ໂຮງຮຽນ, ມີ 29 ຫ້ອງສອບເສັງ, ມີນັກຮຽນ 586 ນ້ອງ, ຍິງ 304 ນ້ອງ. ໃນນັ້ນ, ສູນສອບເສັງສີພູມ ມີ 3 ໂຮງຮຽນເຂົ້າຮ່ວມ, ມີນັກສອບເສັງ 99 ນ້ອງ, ຍິງ 46 ນ້ອງ, ແບ່ງເປັນ 5 ຫ້ອງສອບເສັງ; ສູນສອບເສັງປາກພາງ ມີ 3 ໂຮງຮຽນເຂົ້າຮ່ວມ, ມີນັກສອບເສັງ 57 ນ້ອງ, ຍິງ 30 ນ້ອງ, ແບ່ງເປັນ 3 ຫ້ອງສອບເສັງ; ສູນສອບເສັງນາພຽງ ມີ 2 ໂຮງຮຽນເຂົ້າຮ່ວມ, ມີນັກສອບເສັງ 76 ນ້ອງ, ຍິງ 42 ນ້ອງແບ່ງເປັນ 4 ຫ້ອງສອບເສັງ; ສູນສອບເສັງໂນນສະຫວັນ ມີ 4 ໂຮງຮຽນເຂົ້າຮ່ວມ, ມີນັກສອບເສັງ 74 ນ້ອງ, ຍິງ 40 ນ້ອງ, ແບ່ງເປັນ 4 ຫ້ອງສອບເສັງ; ສູນສອບເສັງນາມອຍ ມີ 5 ໂຮງຮຽນເຂົ້າຮ່ວມ, ມີນັກສອບເສັງ 62 ນ້ອງ, ຍິງ 25 ນ້ອງ, ແບ່ງເປັນ 3 ຫ້ອງສອບເສັງ; ສູນສອບເສັງແສນຈະເລີນ ມີ 5 ໂຮງຮຽນເຂົ້າຮ່ວມ, ມີນັກສອບເສັງ 131 ນ້ອງ, ຍິງ 73 ນ້ອງ, ແບ່ງເປັນ 5 ຫ້ອງສອບເສັງ; ສູນສອບເສັງຄົກເຂົ້າດໍ ມີ 6 ໂຮງຮຽນເຂົ້າຮ່ວມ, ມີນັກສອບເສັງ 87 ນ້ອງ, ຍິງ 48 ນ້ອງ, ແບ່ງເປັນ 4 ຫ້ອງສອບເສັງ.
ສໍາລັບເມືອງຊະນະຄາມ ໄດ້ແຕ່ງຕັ້ງຄະນະປະທານ ແລະ ຮອງປະທານຜູ້ຮັບຜິດຊອບແຕ່ລະສູນ ລວມທັງໝົດ 112 ທ່ານ. ທັງນີ້, ກໍເພື່ອປະເມີນຕີລາຄາຄຸນນະພາບການສຶກສາ ແລະ ວາງແຜນປັບປຸງພັດທະນາການສຶກສາໃຫ້ມີຄຸນນະພາບດີຂຶ້ນຕາມລໍາດັບ; ເພື່ອເປັນການປະເມີນການຮຽນການສອນຂອງຄູອາຈານ ແລະ ນັກຮຽນໃນແຕ່ລະປີ; ເພື່ອຕິດຕາມການປະຕິບັດໂຄງການຫຼັກສູດຂອງຄູສອນຫົວໜ້າໂຮງຮຽນປະຖົມທົ່ວເມືອງຊະນະຄາມ; ເພື່ອປະເມີນຄຸນນະພາບການສຶກສາພາຍໃນເມືອງ; ເພື່ອເປັນການວັດແທກການປະຕິບັດໂຄງການຫຼັກສູດ ແລະ ແຜນພັດທະນາການສຶກສາ ປະຈຳສົກຮຽນ 2025-2026 ເພື່ອບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້.
ໂດຍ: ນາງ ຕຸ່ນຄໍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ