ເປີດງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ 2026”
08/06/2026

ງານວາງສະແດງການສຶກສາສາກົນ “ຮຽນຕໍ່ກວາງຊີ 2026” ໄດ້ຈັດຂຶ້ນເມື່ອວັນທີ 3 ມິຖຸນາ 2026 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຫວູຈິນຊາງ ຮອງຫົວໜ້າພະແນກສຶກສາເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ, ມີປຶກສາຝ່າຍການສຶກສາ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ຜູ້ແທນຈາກສະຖາບັນການສຶກສາຊັ້ນສູງຂອງກວາງຊີ, ຄະນະຜູ້ແທນຈາກວິທະຍາໄລວິຊາຊີບ ເມືອງຫຼິວໂຈວ ພ້ອມດ້ວຍຄະນະຮັບຜິດຊອບ, ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: “ງານວາງສະແດງການສຶກສາກວາງຊີ ປະຈໍາປີ 2026” ທີ່ມະຫາວິທະຍາໄລແຫ່ງຊາດໃນຄັ້ງນີ້ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງສາຍສໍາພັນການທູດ ລາວ-ຈີນ ແລະ ສະເຫຼີມສະຫຼອງການສ້າງຕັ້ງ ມຊ ຄົບຮອບ 30 ປີ. ຕະຫຼອດໄລຍະ 30 ປີຜ່ານມາ ມະຫາວິທະຍາໄລແຫ່ງຊາດ ໄດ້ປະຕິບັດພາລະກິດອັນສໍາຄັນໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ສົ່ງເສີມວຽກງານຄົ້ນຄວ້າວິທະຍາສາດ ແລະ ຂະຫຍາຍການຮ່ວມມືສາກົນ ແລະ ຫວັງເປັນຢ່າງຍິ່ງວ່າ ຜ່ານງານວາງສະແດງໃນຄັ້ງນີ້ ມະຫາວິທະຍາໄລແຫ່ງຊາດ ຈະມີການຮ່ວມມືເພີ່ມຂື້ນກັບບັນດາມະຫາວິທະຍາໄລຂອງກວາງຊີ ໂດຍສະເພາະບັນດາສະຖາບັນການສຶກສາຊັ້ນສູງທີ່ມາວາງສະແດງໃນຄັ້ງນີ້.
ໂອກາດນີ້, ທ່ານ ຫວູຈິນຊາງ ກ່າວວ່າ: ງານວາງສະແດງໃນຄັ້ງນີ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ຮຽນຕໍ່ກວາງຊີ ສ້າງອະນາຄົດດ້ວຍປັນຍາ – AI ສ້າງຄວາມຝັນ ສັງລວມເອົາປັນຍາອາຊຽນ” ເພື່ອສ້າງເວທີຄຸນນະພາບສໍາລັບນັກຮຽນ ແລະ ຊາວໜຸ່ມລາວໃນການສຶກສາຕໍ່ຢູ່ກວາງຊີ, ປັດຈຸບັນ ກວາງຊີມີສະຖາບັນການສຶກສາຊັ້ນສູງ 93 ແຫ່ງ ແລະ ມີນັກສຶກສາກວ່າ 1,88 ລ້ານຄົນ, ມີພື້ນຖານການຮຽນການສອນທີ່ທັນສະໄໝ, ຫຼັກສູດຄົບຖ້ວນ ແລະ ເປັນຈຸດໝາຍປາຍທາງທີ່ເໝາະສົມສໍາລັບຊາວໜຸ່ມອາຊຽນໃນການສຶກສາຕໍ່ ແລະ ມີນັກສຶກສາຕ່າງຊາດກວ່າ 10.000 ຄົນ ໃນນັ້ນປະມານ 70% ມາຈາກປະເທດອາຊຽນ.
ກວາງຊີໄດ້ຈັດຕັ້ງ “ທຶນການສຶກສາລັດຖະບານຈີນ-ກວາງຊີ ສໍາລັບນັກສຶກສາອາຊຽນ” ແລະ “ທຶນການສຶກສາລັດຖະບານກວາງຊີ ສໍາລັບນັກສຶກສາອາຊຽນ” ໂດຍສະໜອງໂກຕ້າທຶນການສຶກສາໃຫ້ນັກສຶກສາລາວທຸກປີ ຈໍານວນ 52 ທຶນສໍາລັບຫຼັກສູດປະລິນຍາ ແລະ 60 ທຶນສໍາລັບຫຼັກສູດພາສາຈີນ, ໄລຍະຜ່ານມາໄດ້ຈັດ “ງານວາງສະແດງການສຶກສາ ຮຽນຕໍ່ກວາງຊີ” ໃນບັນດາປະເທດອາຊຽນຢ່າງສໍາເລັດຜົນມາແລ້ວ 29 ຄັ້ງ ເຊິ່ງໄດ້ກາຍເປັນເວທີສໍາຄັນໃຫ້ນັກຮຽນ ແລະ ຜູ້ປົກຄອງໄດ້ເຂົ້າເຖິງແຫຼ່ງຂໍ້ມູນການສຶກສາທີ່ມີຄຸນນະພາບ.
ໃນຊຸມປີຜ່ານມາ, ການຮ່ວມມືດ້ານການສຶກສາລະຫວ່າງ ກວາງຊີ ແລະ ລາວ ໄດ້ຮັບຜົນສໍາເລັດຢ່າງໂດດເດັ່ນ, ມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມມືກັນສ້າງ ສະຖາບັນຂົງຈືຂື້ນມາ ແລະ ໄດ້ດໍາເນີນວຽກຢ່າງມີຜົນສໍາເລັດຢ່າງໂດດເດັ່ນ ແລະ ໂດ່ງດັ່ງທົ່ວ ສປ ຈີນ, ໂດຍສະເພາະໄດ້ເປີດສອນຫຼັກສູດປະລິນຍາຕີສາຂາ ຄູພາສາຈີນ ເຊິ່ງມີນັກສຶກສາຫຼາຍກວ່າ 300 ຄົນ ແລະ ໄດ້ຝຶກອົບຮົມພາສາຈີນໃຫ້ຄົນລາວໃນສັງຄົມຕະຫຼອດ 16 ປີຜ່ານມາໄດ້ຫຼາຍກວ່າ 90.000 ກວ່າຄົນ. ນອກຈາກນີ້, ມະຫາວິທະຍາໄລອາຊີວະສຶກສາກະສິກໍາກວາງຊີ ໄດ້ຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດລາວ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ ສ້າງຕັ້ງ “ວິທະຍາໄລຊ່າງຝີມືກະສິກໍາທັນສະໄໝ ຈີນ-ລາວ” ໂດຍໄດ້ອົບຮົມນັກສຶກສາຫຼາຍກວ່າ 150 ຄົນ ແລະ ຜູ້ຮັບການອົບຮົມວິຊາຊີບກວ່າ 1.900 ຄົນ ກາຍເປັນຕົວຢ່າງແຫ່ງການບູລະນາການ “AI + ອາຊີວະ ກະສິກໍາ”.
ໃນພິທີ ໄດ້ມີການມອບປ້າຍໃຫ້ໂຮງຮຽນດີເດັ່ນ, ແລກປ່ຽນສັນຍາການຮ່ວມມືລະຫວ່າງບໍລິສັດ ແລະ ຜູ້ເຂົ້າຮ່ວມຢ້ຽມຊົມບູສວາງສະແດງອີກດ້ວຍ.
ພາບ-ຂ່າວ: ບົວລະພາ















