Skip to main content

ຄຳມ່ວນ ຫາລືເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ທີ່ອາດຈະເກີດຂຶ້ນໃນບັ້ນສອບເສັງຈົບ ມ.4 ແລະ ມ.7 ສົກຮຽນ 2025-2026

08/06/2026
ພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຄະນະກໍາມະການກວດກາສະເພາະກິດ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ແລະ ມັດທະຍົມສຶກສາຕອນປາຍ (ມ.7) ປະຈຳສົກຮຽນ 2025-2026 ໃນວັນທີ 3 ມິຖຸນາ 2026 ທີ່ພະແນກດັ່ງກ່າວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ເດດສັກດາ ມະນີຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ, ມີບັນດາຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຮອງເຈົ້າເມືອງທັງ 10 ເມືອງ, ພະແນກການອອ້ມຂ້າງ, ຫົວໜ້າແລະ ຮອງຂະແໜງການ, ຫົວໜ້າສູນ ແລະ ອໍານວຍການໂຮງຮຽນເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານຄວາມຄືບໜ້າ, ແຜນການຈັດຕັ້ງປະຕິບັດວຽກງານການສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ສົກຮຽນ 2025-2026 ໃຫ້ຮູ້ວ່າ: ສຳລັບໃນສົກຮຽນນີ້ ຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ມີສູນສອບເສັງ 30 ສູນ, ມີຫ້ອງສອບເສັງ 176 ຫ້ອງ, ມີນັກຮຽນທີ່ເຂົ້າສອບເສັງ 3,606 ຄົນ ຍິງ 1,844 ຄົນ. ສ່ວນຊັ້ນມັດທະຍົມສຶກສາຕອນປາຍປາຍ (ມ.7) ມີຈຳນວນສູນສອບເສັງ 12 ສູນ, ຫ້ອງສອບເສັງ 93 ຫ້ອງ, ມີນັກຮຽນທີ່ເຂົ້າສອບເສັງ 1.829 ຄົນ ຍິງ 947 ຄົນ. ໄດ້ເຜີຍແຜ່ບັນດາແຈ້ງການ, ຄຳແນະນຳ ແລະ ກົດລະບຽບການສອບເສັງຂອງກະຊວງສຶກສາທິການ ແລະ ກິລາ ໃຫ້ແກ່ບັນດາໂຮງຮຽນ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ ທົ່ວແຂວງຢ່າງທົ່ວເຖິງ; ລົງກວດກາ ແລະ ກະກຽມຄວາມພ້ອມດ້ານອາຄານສະຖານທີ່ຂອງບັນດາໂຮງຮຽນທີ່ຈະໃຊ້ເປັນສູນສອບເສັງ ເຊັ່ນ: ໂຕະ-ຕັ່ງ, ກະດານດຳ, ລະບົບໄຟຟ້າ, ແສງສະຫວ່າງ ແລະ ຫ້ອງນ້ຳ ໃຫ້ມີຄວາມສະດວກ ແລະ ປອດໄພ. ສະຖານທີ່ສູນດຳເນີນການສອບເສັງ ແມ່ນໄດ້ມີການວາງແຜນການຮັກສາຄວາມລັບຢ່າງເຂັ້ມງວດ ຕາມລະບຽບກຳນົດ ໂດຍມີຄະນະຮັບຜິດຊອບຕິດຕາມຢ່າງໃກ້ຊິດ. ເພື່ອຮັບປະກັນໃຫ້ການສອບເສັງຈົບຊັ້ນສາມັນສຶກສາ ປະຈຳສົກຮຽນ 2025-2026 ໃນທົ່ວແຂວງຄຳມ່ວນ ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ມີຄວາມຍຸຕິທຳ, ໂປ່ງໃສ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ.
ໃນຕອນທ້າຍ, ທ່ານ ທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ ກໍຍັງໄດ້ສະເໜີບາງບັນຫາ ໃນການຊຸກຍູ້, ການຄຸ້ມຄອງໃຫ້ດໍາເນີນຕາມແຜນຂອງກະຊວງສຶກສາທີ່ໄດ້ຊີ້ນໍາ, ການເຊື່ອມຊືມຕໍ່ກັບກົດລະບຽບການເສັງ ເພື່ອບໍ່ໃຫ້ມີການລະເມີດເກີດຂື້ນ, ຮັບປະກັນການຕົກຫຼົ່ນຂອງນັກຮຽນໃນການເຂົ້າສອບເສັງ, ດ້ານຄວາມປອດໄພ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ຮຽກຮ້ອງໃຫ້ພາກສ່ວນທີ່ກຽວຂ້ອງໃຫ້ເອົາໃຈໃສ່ ໃຫ້ບັນລຸຜົນສໍາເລັດ.
ພາບ-ຂ່າວ: ສກຂ ຄຳມ່ວນ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ