Skip to main content

ເມືອງເຊໂປນ ຝຶກອົບຮົມວຽກງານ ຄພສບ ແນໃສ່ຫຼຸດຜ່ອນອັດຕາປະລະ ແລະ ເພີ່ມອັດຕາເຂົ້າຮຽນໃໝ່

08/06/2026
ໃນວັນທີ 2 ມິຖຸນາ 2026 ທີ່ຜ່ານມານີ້, ຢູ່ສະໂມສອນ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມແນະແນວ ແລະ ຝຶກອົບຮົມວຽກງານຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ) ແລະ ການກໍ່ສ້າງໂຮງຮຽນໃຫ້ບັນລຸ 3 ຂໍ້ແຂ່ງຂັນ ເພື່ອຫຼຸດຜ່ອນອັດຕາການປະລະການຮຽນ ແລະ ເພີ່ມອັດຕາການເຂົ້າຮຽນໃໝ່, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ກອງສະໄໝ ແວງຈະເລີນ ຮອງເຈົ້າເມືອງເຊໂປນ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ນວນທອງ ພິລາວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເຊໂປນ, ມີບັນດາຕາງໜ້າສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງເຊໂປນ ພ້ອມດ້ວຍຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ອຳນາດການປົກຄອງບ້ານ, ອຳນວຍການໂຮງຮຽນ ແລະ ຄູ-ອາຈານທົ່ວເມືອງເຊໂປນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ນວນທອງ ພິລາວັນ ໄດ້ຂຶ້ນຜ່ານບົດລາຍງານສະພາບການສຶກສາທົ່ວເມືອງເຊໂປນ ໂດຍສະແດງໃຫ້ເຫັນວ່າ: ປັດຈຸບັນ ທົ່ວເມືອງມີໂຮງຮຽນທັງໝົດ 140 ແຫ່ງ ໃນນີ້ມີໂຮງຮຽນອະນຸບານ 20 ແຫ່ງ, ເອກະຊົນ 1 ແຫ່ງ, ປະຖົມສຶກສາ 109 ແຫ່ງ, ເອກະຊົນ 1 ແຫ່ງ, ມັດທະຍົມຕົ້ນ 7 ແຫ່ງ ແລະ ມັດທະຍົມສົມບູນ 4 ແຫ່ງ ເຊິ່ງຮັກສາສະຖິຕິໄດ້ເທົ່າເດີມເມື່ອທຽບໃສ່ປີຜ່ານມາ. ສ່ວນຫ້ອງຮຽນມີທັງໝົດ 420 ຫ້ອງ ໃນນັ້ນ ຫ້ອງຮຽນປະຖົມກວມເອົາ 286 ຫ້ອງ, ເປັນຫ້ອງຄວບ 178 ຫ້ອງ ເທົ່າກັບ 63.23% ເພີ່ມຂຶ້ນຈາກປີຜ່ານມາ 12 ຫ້ອງ. ສໍາລັບຈຳນວນນັກຮຽນທົ່ວເມືອງມີທັງໝົດ 12,697 ຄົນ ຍິງ 6,250 ຄົນ ເພີ່ມຂຶ້ນ 381 ຄົນ. ດ້ານຄູ-ອາຈານ ແລະ ຄູສັນຍາຈ້າງ ທົ່ວເມືອງມີທັງໝົດ 426 ຄົນ ຍິງ 266 ຄົນ ໃນນີ້ ເປັນລັດຖະກອນຄູ 377 ຄົນ ຍິງ 247 ຄົນ; ຕົວເລກທະຫານຊ່ວຍສອນ 38 ຄົນ ຍິງ 27 ຄົນ ແລະ ຄູສັນຍາຈ້າງ ທຶນແຂວງ 21 ຄົນ ຍິງ 18 ຄົນ.
ໂອກາດດຽວກັນນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ນິຕິກຳລຸ່ມກົດໝາຍ ໂດຍສະເພາະແມ່ນຂໍ້ຕົກລົງ ເລກທີ 535/ຈຂ ລົງວັນທີ 1 ມີນາ 2024 ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມຕໍ່ວຽກງານການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ, ແລະ ຂໍ້ຕົກລົງ ເລກທີ 1736/ຈຂ ລົງວັນທີ 26 ສິງຫາ 2025 ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສະຖານການສຶກສາທົ່ວເມືອງເຊໂປນ. ພ້ອມນັ້ນ ກໍໄດ້ຮຽນຮູ້ກ່ຽວກັບບົດບາດໜ້າທີ່ຂອງ ຄພສບ, ວິທີການປຸກລະດົມໃຫ້ຊຸມຊົນມີສ່ວນຮ່ວມໃນການພັດທະນາການສຶກສາ, ການຄຸ້ມຄອງ ແລະ ນຳໃຊ້ງົບປະມານບໍລິຫານສະຖານການສຶກສາ, ການມີສ່ວນຮ່ວມປົກປັກຮັກສາໂຮງຮຽນ ຕະຫຼອດຮອດການວາງແຜນພັດທະນາການສຶກສາຂັ້ນບ້ານ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອແລກປ່ຽນ ແລະ ຊອກຫາທາງອອກຕໍ່ກັບບັນຫາຄົງຄ້າງ. ໃນນັ້ນ, ຕົວແທນຈາກບາງບ້ານກໍໄດ້ສະເໜີຄວາມຕ້ອງການຕົວຈິງ ເຊັ່ນ: ບ້ານເຟືອງ ສະເໜີຂໍຄູສອນອະນຸບານ, ບ້ານແກ້ງຄຳ ສະເໜີຂໍຄູສອນປະຖົມ ແລະ ບ້ານອາສິງ ສະເໜີຂໍຂະຫຍາຍຫ້ອງຮຽນ ແລະ ໂຕະຕັ່ງນັກຮຽນເພີ່ມ ເນື່ອງຈາກຈຳນວນເດັກນັກຮຽນມີທ່າອ່ຽງເພີ່ມຂຶ້ນຫຼາຍ.
ຕອນທ້າຍຂອງກອງປະຊຸມ, ຄະນະປະທານໄດ້ຜັດປ່ຽນກັນມີຄຳເຫັນໂອ້ລົມ ໂດຍເນັ້ນໜັກໃຫ້ຄູ-ອາຈານເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຢ່າງຕັ້ງໜ້າ, ຄຸ້ມຄອງງົບປະມານໃຫ້ໂປ່ງໃສ ແລະ ເລັ່ງສ້າງໂຮງຮຽນໃຫ້ບັນລຸ 3 ຂໍ້ແຂ່ງຂັນ. ພ້ອມທັງຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ຊຸມຊົນ ເປັນເຈົ້າການຮ່ວມກັນປຸກລະດົມ ຊຸກຍູ້ລູກຫຼານໃຫ້ເຂົ້າຮຽນຢ່າງທົ່ວເຖິງ, ປົກປັກຮັກສາອາຄານສະຖານທີ່ການສຶກສາ ແລະ ພ້ອມກັນເອົາໃຈໃສ່ຕ້ານ-ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນບັນຫາຢາເສບຕິດ ບໍ່ໃຫ້ເກີດຂຶ້ນພາຍໃນສະຖານການສຶກສາຢ່າງເດັດຂາດ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ