Skip to main content

ສານຕໍ່ຄວາມຝັນ! 20 ນັກຮຽນ ທີ່ມີຜົນການຮຽນດີ-ທຸກຍາກ ແຂວງຜົ້ງສາລີ ໄດ້ຮັບທຶນການສຶກສາ ຈາກໂຄງການ “ມິດຕະພາບຢູນນານ-ລາວ”

08/06/2026
ໃນຕອນບ່າຍຂອງວັນທີ 2 ມິຖຸນາ 2026 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກຮຽນທີ່ມີຖານະຄອບຄົວທຸກຍາກ ແຕ່ມີຜົນການຮຽນດີເດັ່ນ ປະຈໍາສົກຮຽນ 2025-2026 ຈາກໂຄງການທຶນການສຶກສາມິດຕະພາບຢູນນານ-ລາວ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ແລະ ທ່ານ ເຫີ ຢວຽນຈາ ວິຊາການຫ້ອງການຕົວແທນການຄ້າແຂວງຢູນນານ ແຫ່ງ ສປ ຈີນ ປະຈໍາລາວ ທີ່ນະຄອນຫຼວງວຽງຈັນ ພ້ອມດ້ວຍຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ມີການສະຫຼຸບລາຍງານຜົນສໍາເລັດການຊ່ວຍເຫຼືອໃນສົກຮຽນ 2024-2025 ຜ່ານມາ. ຈາກນັ້ນ, ທ່ານ ເຫີ ຢວຽນຈາ ໄດ້ກ່າວມີຄໍາເຫັນ ແລະ ໃຫ້ກຽດຂຶ້ນມອບທຶນຊ່ວຍເຫຼືອການສຶກສາໃຫ້ແກ່ນັກຮຽນທີ່ໄດ້ຮັບການຄັດເລືອກຈາກໂຮງຮຽນຕ່າງໆ ພາຍໃນ 7 ເມືອງທົ່ວແຂວງຜົ້ງສາລີ ຈໍານວນທັງໝົດ 20 ນ້ອງ ຍິງ 8 ນ້ອງ. ໂດຍແຕ່ລະຄົນໄດ້ຮັບທຶນການສຶກສາ 1.500 ຢວນ ລວມມູນຄ່າທັງໝົດ 30.000 ຢວນ (ສະກຸນເງິນຈີນ). ນອກຈາກນີ້, ຍັງໄດ້ມອບເຄື່ອງກອງນໍ້າໃຫ້ແກ່ໂຮງຮຽນເປົ້າໝາຍຈໍານວນ 5 ແຫ່ງ, ລວມມູນຄ່າການຊ່ວຍເຫຼືອທັງໝົດໃນຄັ້ງນີ້ ທັງໝົດ 521.000.000 ກີບ.
ໂອກາດດຽວກັນນີ້, ໃນພິທີຍັງໄດ້ມີການມອບໃບຍ້ອງຍໍຂອງທ່ານເຈົ້າແຂວງຜົ້ງສາລີ ໃຫ້ແກ່ບັນດາກົມກອງທີ່ມີຜົນງານດີເດັ່ນ ທີ່ໄດ້ປະກອບສ່ວນອຸປະຖໍາເງິນຊ່ວຍເຫຼືອການສຶກສາ ແລະ ເຄື່ອງກອງນໍ້າໃນຄັ້ງນີ້ ເພື່ອເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີ.
ໃນຕອນທ້າຍ, ທ່ານ ຄໍາເພັດ ຈິດປັນຍາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫຼືອ ມາຍັງທຸກພາກສ່ວນທີ່ໄດ້ໃຫ້ການສະໜັບສະໜຸນ. ທ່ານເນັ້ນໜັກວ່າ: ການຊ່ວຍເຫຼືອຄັ້ງນີ້ ເປັນຂີດໝາຍສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງ ຍາວນານ ຕາມທິດ 4 ດີ ຂອງສອງພັກ, ສອງລັດ ແລະ ສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງ ແຂວງຜົ້ງສາລີ ແລະ ແຂວງຢູນນານ ທີ່ໄດ້ຮ່ວມກັນພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຕັກເຕືອນໃຫ້ນ້ອງໆນັກຮຽນ ແລະ ໂຮງຮຽນເປົ້າໝາຍ ໃຫ້ເອົາໃຈໃສ່ນໍາໃຊ້ທຶນ ແລະ ອຸປະກອນທີ່ໄດ້ຮັບໃນຄັ້ງນີ້ ເຂົ້າໃນການຮຽນ-ການສອນໃຫ້ຖືກຕ້ອງ, ພ້ອມກັນປົກປັກຮັກສາ ເພື່ອໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງຕະຫຼອດໄປ.
ຂ່າວໂດຍ: ຄະນະຮັບຜິດຊອບຂ່າວສານ ສກຂ ຜົ້ງສາລີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ