ສສກ ແລະ ຄູ່ຮ່ວມພັດທະນາ ເປີດກອງປະຊຸມປະເມີນກາງສະໄໝ ຂອບການຮ່ວມມືກອງທຶນຮ່ວມມືສາກົນເພື່ອການສຶກສາ
10/11/2026

ກອງປະຊຸມເລີ່ມຕົ້ນວຽກງານ ຂອງຄະນະກຳມະການທາງດ້ານວິຊາການ ທີ່ຮັບຜິດຊອບການປະເມີນກາງສະໄໝ ສຳລັບຂອບການຮ່ວມມືຂອງກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE Partnership Compact) ໄດ້ຈັດຂຶ້ນໃນວັນທີ 10 ພະຈິກ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ທາຄາໂຮະ ຟູຄາມິ ຫົວໜ້າພະແນກການສຶກສາ ອົງການຢູນີເຊັບ (UNICEF) ປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກົມ, ສະຖາບັນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້, ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບກ່ຽວກັບຈຸດປະສົງ, ຂອບເຂດ ແລະ ວິທີການດຳເນີນການປະເມີນກາງສະໄໝ, ກຳນົດພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຄະນະກຳມະການທາງດ້ານວິຊາການໃຫ້ຈະແຈ້ງ ລວມທັງປຶກສາຫາລືກ່ຽວກັບແຜນການດຳເນີນງານ, ກິດຈະກຳຫຼັກ, ຂີດໝາຍສຳຄັນ ແລະ ກຳນົດເວລາຂອງການປະເມີນ. ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຂໍ້ມູນ, ເອກະສານ ແລະ ຫຼັກຖານທາງວິຊາການທີ່ຈຳເປັນ ເພື່ອໃຫ້ການປະເມີນຄັ້ງນີ້ດຳເນີນໄປຢ່າງຮອບດ້ານ, ໂປ່ງໃສ ແລະ ມີຄວາມໜ້າເຊື່ອຖື, ເຊິ່ງກອງປະຊຸມຄັ້ງນີ້ ເປັນຂີດໝາຍແຫ່ງການເລີ່ມຕົ້ນຂະບວນການປະເມີນກາງສະໄໝຢ່າງເປັນທາງການ ໂດຍຜ່ານການຮ່ວມມືຢ່າງໃກ້ຊິດລະຫວ່າງພາກລັດ ແລະ ຄູ່ຮ່ວມພັດທະນາ ແລະ ການປະເມີນດັ່ງກ່າວຈະຊ່ວຍກຳນົດມາດຕະການປັບປຸງທີ່ເປັນຮູບປະທຳ, ສືບຕໍ່ຍົກສູງຄຸນນະພາບຂອງການສຶກສາ ແລະ ຊ່ວຍຮັບປະກັນໃຫ້ເດັກທຸກຄົນສາມາດເຂົ້າເຖິງການຮຽນຮູ້ທີ່ມີຄຸນນະພາບຢ່າງສະເໝີພາບ.
ໃນພິທີ, ທ່ານ ອະນຸແພງ ແກ້ວວົງສາ ໄດ້ກ່າວວ່າ: ການປະເມີນກາງສະໄໝຄັ້ງນີ້ ຈະເປັນການຕິດຕາມຄວາມຄືບໜ້າ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດຜ່ານມາ ເພື່ອສືບຕໍ່ປັບປຸງນະໂຍບາຍໃຫ້ດີຂຶ້ນ ແລະ ກຳນົດບຸລິມະສິດສຳລັບໄລຍະການຈັດຕັ້ງປະຕິບັດທີ່ຍັງເຫຼືອ ແນໃສ່ໃຫ້ບັນລຸເປົ້າໝາຍ ແລະ ໄດ້ຮັບໝາກຜົນທີ່ມີຄຸນນະພາບ. ສໍາລັບການປະເມີນດັ່ງກ່າວຍັງມີຄວາມສຳຄັນຢ່າງຍິ່ງຕໍ່ການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຄັ້ງທີ 10 (2026–2030), ເຊິ່ງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ການຕິດຕາມກວດກາ, ການປະສານງານ ແລະ ການນຳໃຊ້ຊັບພະຍາກອນ ແລະ ງົບປະມານດ້ານການສຶກສາຈາກທັງພາກລັດ ແລະ ຄູ່ຮ່ວມພັດທະນາ ໃຫ້ສອດຄ່ອງກັບບຸລິມະສິດແຫ່ງຊາດ ພ້ອມທັງຊ່ວຍຮັບປະກັນການສະໜອງທຶນທີ່ຍືນຍົງ.
ພາບ-ຂ່າວ: ບົວລະພາ














