Skip to main content

ມຊ ຫວນຄືນມູນເຊື້ອ 2 ວັນປະຫວັດສາດສຳຄັນຂອງຊາດ

28/11/2023

ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນການທູດລາວ ຄົບຮອບ 78 ປີ (12 ຕຸລາ 1945-12 ຕຸລາ 2023) ເມື່ອບໍ່ດົນມານີ້ ທີ່ສະໂມສອນໃຫຍ່ ມຊ ໂດຍການໃຫ້ກຽດປາຖະກະຖາຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.


ໂອກາດດັ່ງກ່າວ, ທ່ານ ນາງ ວິລະວອນ ພັນທະວົງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນການທູດລາວ ຄົບຮອບ 78 ປີ ໂດຍສະເພາະບັນດາປັດໄຈສຳຄັນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945 ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອວັນປະກາດເອກະລາດ 12 ຕຸລາ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າຕໍ່ສູ້ບໍ່ຍອມໃຫ້ປະເທດອັນແສນຮັກຂອງຕົນຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຜູ້ຮຸກຮານຈຶ່ງພ້ອມກັນລຸກຂຶ້ນຕໍ່ສູ້ບໍ່ຍອມຈຳນົນ ຍອມຕາຍດີກວ່າເປັນຂ້ອຍຂ້າຂອງຊາດອື່ນ ໃນທີ່ສຸດກໍສາມາດປະກາດຄວາມເປັນເອກະລາດໃຫ້ໂລກໄດ້ຮັບຮູ້ຄວາມເປັນຊາດຂອງພວກເຮົາ. ສຳລັບວັນການທູດລາວ ເປັນວັນດຽວກັນກັບວັນປະກາດເອກະລາດ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດໃນປະຫວັດສາດຂອງຊາດລາວເຮົາ ເພາະເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງຄວາມເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ.

ການປາຖະກະຖາຄັ້ງນີ້ ແມ່ນເພື່ອແນໃສ່ໃຫ້ພະນັກງານ, ຄູອາຈານ, ນັກສຶກສາໄດ້ຮັບຮູ້ເຂົ້າໃຈຄວາມໝາຍ ຄວາມສຳຄັນມູນເຊື້ອການຕໍ່ສູ້ອັນພິລະອາດຫານ, ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າຜູ້ທີ່ຮັກຊາດ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ເລີ່ມຈາກການນໍາພາຕໍ່ສູ້ປົດປ່ອຍຊາດ ຈົນສາມາດປະກາດຄວາມເປັນເອກະລາດຂອງຊາດລາວໃຫ້ຊາວໂລກ ໄດ້ຮັບຮູ້ເຖິງຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ພ້ອມທັງເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກຕໍ່ວຽກງານການຕ່າງປະເທດ ໃນການພົວພັນກັບບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ບົນພື້ນຖານຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບຈາກນັ້ນມາວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງທີ່ມີບົດບາດສຳຄັນທີ່ໄດ້ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ຂ່າວໂດຍ: ບົວລະພາ ອິນສີມະນີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ