Skip to main content

ຊາວໜຸ່ມສູນພັດທະນາຫຼັກສູດ ສວສ ຕີລາຄາວຽກງານ ພ້ອມເລືອກຄະນະຊຸດໃໝ່

06/12/2023

ໜ່ວຍຊາວໜຸ່ມສູນພັດທະນາຫຼັກສູດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເມື່ອວັນທີ 5 ທັນວາ 2023 ທີ່ຫ້ອງປະຊຸມ ສວສ ຕຶກໃໝ່ ໂດຍການເປັນປະທານຂອງສະຫາຍ ດອນບັນດິດ ບຽນທະນົງ ເລຂາຊາວໜຸ່ມຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີສະຫາຍ ນາງ ເພັດສະໝອນ ສີບຸນເຮືອງ ຮອງເລຂາໜ່ວຍພັກສູນພັດທະນາຫຼັກສູດ, ພ້ອມດ້ວຍເລຂາໜ່ວຍຊາວໜຸ່ມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການຜ່ານບົດລາຍງານການເມືອງຂອງໜ່ວຍຊາວໜຸ່ມສູນພັດທະນາຫຼັກສູດ ໂດຍໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 3 ຂອງຊາວໜຸ່ມຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເປັນຕົ້ນແມ່ນວຽກງານການສຶກສາອົບຮົມການເມືອງແນວຄິດ, ວຽກງານດ້ານວິຊາສະເພາະວຽກງານປັບປຸງກໍ່ສ້າງການຈັດຕັ້ງຊາວໜຸ່ມ, ວຽກງານນໍາພາຊາວໜຸ່ມເຂົ້າສູ່ຂະບວນການດ້ານຕ່າງໆ;, ວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ວຽກງານສົ່ງເສີມວິຊາຊີບຊາວໜຸ່ມ, ວຽກງານກໍ່ສ້າງຮາກຖານການເມືອງໃນວຽກງານຊາວໜຸ່ມ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ວຽກກວດກາຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ. ພ້ອມກັນນີ້, ຍັງໄດ້ຮັບຟັງກ່ຽວກັບທິດທາງແຜນການຂອງໜ່ວຍຊາວໜຸ່ມສູນພັດທະນາຫຼັກສູດໄລຍະແຕ່ປີ 2024-2028, ຮັບຟັງບົດສໍາຫຼວດນໍາພາລວມຂອງສູນພັດທະນາຫຼັກສູດ.

ນອກຈາກນີ້, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມສູນພັດທະນາຫຼັກສູດຊຸດໃໝ່ ຊຶ່ງຜ່ານການປ່ອນບັດຄັດເລືອກ, ໃນກອງປະຊຸມປະຖົມມະເລີກ ເລືອກໄດ້ຄະນະໜ່ວຍຊາວໜຸ່ມ ຊຸດໃໝ່ 3​ ສະຫາຍ ປະກອບມີ ສະຫາຍ ແຕ່ງມະນີີ ສີສົມພອນ ເປັນເລຂາໜ່ວຍ, ສະຫາຍ ພູມະລີ ແສງຈັນນະວົງ ເປັນຮອງເລຂາໜ່ວຍ ແລະ ສະຫາຍ ເຄນ ອິນທະສຸກ ເປັນປະທານກວດກາໜ່ວຍຊາວໜຸ່ມສູນພັດທະນາຫຼັກສູດ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ