ແມ່ຍິງ ສຄຂ ຕີລາຄາຄືນວຽກງານ 5 ປີ ພ້ອມເລືອກໄດ້ຄະນະຊຸດໃໝ່

ສະຫະພັນແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອເປັນການສະຫຼຸບ ຕີລາຄາວຽກງານ 5 ປີຜ່ານມາ (2019-2023) ແລະ ວາງແຜນວຽກງານໃນ 5 ຕໍ່ໜ້າ (2024-2028) ພ້ອມທັງຄັດເລືອກໄດ້ຄະນະບໍລິຫານງານຊຸດໃໝ່ ເພື່ອສືບຕໍ່ຊີ້ນໍານຳພາວຽກງານໃຫ້ດີຂຶ້ນ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 16 ມັງກອນ 2023 ທີ່ຫ້ອງປະຊຸມ ສວສ ໂດຍການເປັນປະທານຂອງສະຫາຍ ນາງ ລັດດາວັນ ຈິດຕະວົງ ປະທານສະຫະພັນແມ່ຍິງຮາກຖານ ສວສ, ມີສະຫາຍ ສຸກສາຄອນ ສີປະເສີດ ເລຂາໜ່ວຍພັກ, ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ພ້ອມດ້ວຍປະທານໜ່ວຍກຳມະບານ, ຊາວໜຸ່ມ ແລະ ແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຕະຫຼອດຮອດໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ແລະ ສະມາຊິກແມ່ຍິງພາຍໃນໝ່ວຍເຂົ້າຮ່ວມ.
ໃນກອງປະຊຸມ, ສະຫາຍ ດາວລຸນນີ ວົງວິໄລ ປະທານໜ່ວຍສະຫະພັນແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ຜ່ານບົດລາຍງານການເມືອງໃນການຈັດຕັ້ງປະຕິບັດວຽກງານແມ່ຍິງໃນໄລຍະ 5 ປີຜ່ານມາໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ສະຫະພັນແມ່ຍິງສູນໄດ້ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນດ້ານວຽກງານຂະບວນການແຂ່ງຂັນ 3 ດີ ໄດ້ຮັບການຍ້ອງຍໍຈາກຄະນະປະທານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ ຈໍານວນ 12 ສະຫາຍ ແລະ ວຽກງານວິຊາສະເພາະ ໄດ້ສໍາເລັດການຜະລິດລາຍການໂທລະພາບສຶກສາ-ກິລາ ແລະ ຜະລິດລາຍການການຮຽນການສອນໃນໄລຍະໂຄວິດ-19 ລວມ 630 ລາຍການ, ຜະລິດສາລະຄະດີຄູຕົວແບບ 6 ລາຍການ, ຜະລິດວິດິຄູດີເດັ່ນ 2 ວິດີໂອ, ຜະລິດວິດິໂອໄຂສົກຮຽນໃໝ່ 2 ລາຍການ, ຖ່າຍທໍາ ແລະ ຕັດຕໍ່ຄຣິບໃຫ້ຄະນະລັດຖະມົນຕີ ສສກ ເພື່ອສົ່ງໄປສາຍໃນກອງປະຊຸມລະດັບຊາດ ແລະ ສາກົນ ຈໍານວນ 10 ຄຣິບ, ຜະລິດໂຄສະນາຮັກສາປຶ້ມແບບຮຽນ ຈໍານວນ 2 ລາຍການ ເພື່ອໂຄສະນາທາງວິທະຍຸ ແລະ ໂທລະພາ, ສຳເລັດໄດ້ສ້າງຕົ້ນສະບັບໜັງສືພິມສຶກສາ-ກິລາ ລາຍວັນ (ອ໋ອບລາຍ ຫຼື ເປັນເຈ້ຍ) ຈໍານວນ 1.144 ສະບັບ, ໄດ້ສຳເລັດການອັບໂຫຼດຂ່າວລົງເຟດບຸກ ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ໄດ້ຈຳນວນ 1.620 ຂ່າວ, ສໍາເລັດການປະສານສົມທົບກັບແຜນງານບີຄວາ ຈັດຝຶກອົບຮົມວຽກງານເວັບໄຊ, ສື່ສັງຄົມອອນລາຍ ແລະ ຕັດຕໍ່ວິດີໂອ, ສຽງໃຫ້ພະນັກງານ, ສຳເລັດໃນການອັບໂຫຼດຂ່າວລົງເວັບໄຊ educationnews.la ຈໍານວນ 440 ຂ່າວ. ນອກຈາກນັ້ນ, ວຽກງານອື່ນໆກໍໄດ້ພ້ອມກັນຈັດຕັ້ງປະຕິບັດໄດ້ສຳເລັດ ແລະ ສະມາຊິກແມ່ຍິງໜ່ວຍສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຍັງໄດ້ພ້ອມກັນປະຕິບັດວຽກງານຂະບວນການ ຊຶ່ງເປັນວຽກງານໜຶ່ງທີ່ສໍາຄັນ ແລະ ໄດ້ພັດທະນາຊີວິດການເປັນຢູ່ໃຫ້ແກ່ຄອບຄົວ ເຊັ່ນ: ປູກຝັງ, ລ້ຽງສັດ ແລະ ອື່ນໆ.
ສໍາລັບແຜນການຕໍ່ໜ້າ ແມ່ນຈະເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກພາຍໃນໜ່ວຍຜັນຂະຫຍາຍ ແລະ ປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ I ໃຫ້ສໍາເລັດຜົນ, ເພີ່ມທະວີຄວາມສາມັກຄີໃນຖັ້ນແຖວເອື້ອຍນ້ອງແມ່ຍິງໃຫ້ໜັກແໜ້ນໃນດ້ານແນວຄິດການເມືອງ, ແນວທາງນະໂຍບາຍຂອງພັກ, ຂອງການຈັດຕັ້ງມະຫາຊົນ, ປັບປຸງການຈັດຕັ້ງໜ່ວຍແມ່ຍິງໃຫ້ສອດຄ່ອງກັບການຊີ້ນຳ-ນຳພາຂອງຄະນະນຳ ເພື່ອຄວາມສະດວກໃນການປະຕິບັດໜ້າທີ່ວຽກງານ ແລະ ສືບຕໍ່ປະຕິບັດຂໍ້ແຂ່ງຂັ້ນ 3 ດີ ຂອງສະຫະພັນແມ່ຍິງລາວໃຫ້ໄດ້ດີກວ່າເກົ່າ.
ນອກຈາກນັ້ນ, ໃນພິທີຍັງໄດ້ຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍສະຫະພັນແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ພ້ອມທັງປ່ອນບັດຄັດເລືອກຄະນະບໍລິຫານງານຊຸດໃໝ່ ໂດຍຜ່ານການຄັດເລືອກ ສາມາດເລືອກໄດ້ ສະຫາຍ ນາງ ບົວວອນ ວົງພະຈັນ ເປັນປະທານໜ່ວຍ, ສະຫາຍ ນາງ ບົວລະພາ ອິນສີມະນີ ເປັນຮອງປະທານ ແລະ ສະຫາຍ ນາງ ສົມນຶກ ພອນແພງ ເປັນຄະນະ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ