Skip to main content

ສສກ ໄດ້ຮັບອຸປະກອນການຮຽນການສອນ ສະໜັບສະໜູນການຫຼຸດຜ່ອນຄວາມສ່ຽງໄພພິບັດ

20/05/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບອຸປະກອນການຮຽນການສອນ ​ເພື່ອສະໜັບສະໜູນການຫຼຸດຜ່ອນຄວາມສ່ຽງໄພພິບັດ ຈາກລັດຖະບານປະເທດຍີ່ປຸ່ນ ແລະ ອົງການ UNICEF ເມື່ອວັນທີ 9 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມສໍານັກ ກະຊວງ ສສກ ໂດຍໃຫ້​ກຽດຕາງໜ້າມອບຂອງທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຮັບໂດຍທ່ານ ຮ​ສ.ປອ ພຸດ ສິມ​ມາ​ລາ​ວົງ ລັດ​ຖະ​ມົນ​ຕີ​ ກະ​ຊວງສຶກ​ສາ​ທິ​ການ ແລະ ກິ​ລາ,  ມີທ່ານ ນາງ ດຣ ເພຍ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈໍາ ສປປ ລາວ, ພ້ອມດ້ວຍບັນ​ດາຫົວໜ້າ/ຮອງຫົວໜ້າກົມ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ​ຮ່ວມ.

ການຈັດຕັ້ງປະຕິບັດກິດຈະກໍາການຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການຄຸ້ມຄອງຄວາມສ່ຽງໄພພິບັດຂອງຂະແໜງການສຶກສາ ແລະ ກິລາ ໃນໄລຍະ 5 ປີຜ່ານມາ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ແລະ ອົງການ UNICEF ເຫັນວ່າ ການປະກອບສ່ວນດັ່ງກ່າວ ແມ່ນມີຄວາມໝາຍສຳຄັນ ທັງໃນເວລາປົກກະຕິ, ເວລາເກີດໄພພິບັດ ເຮັດໃຫ້ການຮຽນການສອນມີຄວາມຕໍ່ເນື່ອງ, ສະຖານການສຶກສາເປັນສະຖານທີ່ປອດໄພສຳລັບທຸກຄົນ.

ທ່ານ ລັດ​ຖະ​ມົນ​ຕີ​ ສສກ ກ່າວ​ໃນ​ພິ​ທີ​ວ່າ: ໃນໄລຍະທີ່ພະຍາດ ໂຄວິດ-19 ລະບາດ ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແລະ ອົງການອຸຍນີເຊັບ ໄດ້ຄຽງບ່າຄຽງໄລ່ຕະຫຼອດມາ ຊຶ່ງໃນຍາມປົກກະຕິກໍໄດ້ຮັບການຊ່ວຍເຫຼືອການສ້າງຊັບພະຍາກອນມະນຸດຢູ່ປະເທດຍີ່ປຸ່ນເປັນຈຳນວນຫຼວງຫຼາຍ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງ, ຫຼັກສູດຄະນິດສາດໄດ້ຮັບການພັດທະນາ ແລະ ຄູສອນຢູ່ຊັ້ນປະຖົມໄດ້ຮັບການບຳລຸງ. ນອກຈາກນັ້ນ, ຍັງ​ໄດ້ຊ່ວຍປັບປຸງອັດຕາການເຂົ້າຮຽນ ແລະ ຍົກລະດັບຄຸນນະພາບຂອງການສຶກສາແຕ່ກ່ອນໄວຮຽນ, ປະຖົມສຶກສາ, ວຽກສ້າງຄູ ຈົນເຖິງການສຶກສາຊັ້ນສູງ, ສະໜອງນໍ້າສະອາດ ແລະ ສຸຂະອະນາໄມໃຫ້ແກ່ໂຮງຮຽນໃນຂອບເຂດທົ່ວປະເທດ ແລະ ກິດຈະກໍາອື່ນໆ ເພື່ອສະໜັບສະໜູນການຟື້ນຟູວຽກງານໃນຂະແໜງການສຶກສາຈາກຜົນກະທົບຂອງພະຍາດໂຄວິດ-19. ພ້ອມກັນນີ້, ວຽກງານການຫຼຸດຜ່ອນຄວາມສ່ຽງ ແລະ ການຄຸ້ມຄອງໄພພິບັດໃນຂະແໜງການສຶກສາ ແລະ ກິລາ ກໍເປັນອີກບູລິມະສິດໜຶ່ງ ທີ່ລັດຖະບານປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອ ສ​ປ​ປ ລາວ ຕະຫຼອດມາ ເປັນຕົ້ນແມ່ນ ການພັດທະນາແຜນຕອບໂຕ້ສຸກເສີນຂອງຂະແໜງການສຶກສາ ແລະ ກິລາ, ຄູ່ມືຈິດຕະສັງຄົມ ເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພພິບັດ ພ້ອມທັງຈັດການຝຶກອົບຮົມໃຫ້ຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ ໃນຂອບເຂດທົ່ວປະເທດ. ນອກຈາກນີ້, ຍັງໄດ້ສະໜອງວັດຖຸອຸປະກອນການຮຽນການສອນທີ່ເຫັນວ່າມີຄວາມຈໍາເປັນ ເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງຈາກໄພອັນຕະລາຍຕ່າງໆໃນໂຮງຮຽນໃຫ້ຄູ ແລະ ນ້ອງນັກຮຽນຢູ່ໃນບັນດາເມືອງ ແລະ ແຂວງເປົ້າໝາຍ.

ປັດຈຸບັນ, 4 ໂຮງຮຽນໃນແຂວງຊຽງຂວາງ ກໍາລັງຈະໄດ້ຮັບການຊ່ວຍເຫຼືອສ້ອມແປງຫຼັງຄາໃຫ້ໄດ້ມາດຕະຖານເນື່ອງຈາກຜົນກະທົບຂອງໄພພິບັດ. ສິ່ງດັ່ງກ່າວ, ໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຕໍ່ນ້ອງນັກຮຽນທີ່ກໍາລັງຮໍ່າຮຽນ ແລະ ຄູອາຈານ ທີ່ກໍາລັງປະຕິບັດໜ້າທີ່ສິດສອນ ແລະ ຮັບປະກັນວ່າທຸກຄົນທີ່ມາໂຮງຮຽນຈະມີຄວາມປອດໄພ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ