Skip to main content

ຝຶກອົບຮົມຄູຝຶກຫຼັກແຫຼ່ງ ການນໍາໃຊ້ປຶ້ມແບບຮຽນ, ຄູ່ມືຄູຝຶກເວົ້າພາສາລາວ ແລະ ປຶ້ມຄູ່ມືຄູວິຊພາສາລາວ ປ.1 ສະບັບປັບປຸງໃໝ່

04/07/2024

ກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼງໃນການນໍາໃຊ້ປຶ້ມແບບຮຽນ, ຄູ່ມືຄູຝຶກເວົ້າພາສາລາວ ແລະ ປຶ້ມຄູ່ມືຄູວິຊາພາສາລາວ ຊັ້ນປະຖົມສຶກສາ ປີທີ 1 (ປ.1) ສະບັບປັບປຸງໃໝ່ ໄດ້ມີຂຶ້ນໃນລະຫວ່າງວັນທີ 1-5 ກໍລະກົດ 2024 ທີ່ຫ້ອງປະຊຸມໂຮງແຮມວຽງຈັນ ພຣາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວີທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ບ໊ອບ ເມກລາວລິນ ຜູ້ຮັບຜິດຊອບນະໂຍບາຍ ແລະ ແຜນຍຸດທະສາດຂອງແຜນງານບີຄວາ, ມີຮອງຫົວໜ້າກົມ, ຜູ້ອໍານວຍການສູນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຂະແໜງ, ສູນ, ວິທະຍາໄລ ແລະ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ, ທີມງານຊ່ຽວຊານ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມຄັ້ງນີ້, ແມ່ນເພື່ອໃຫ້ຄູຝຶກຫຼັກແຫຼ່ງຂັ້ນສູນກາງທຸກທ່ານເຂົ້າໃຈເນື້ອໃນ ແລະ ການນໍາໃຊ້ປຶ້ມແບບຮຽນ, ຄູ່ມືຄູຝຶກເວົ້າພາສາລາວ ແລະ ຄູ່ມືຄູ ວິຊາພາສາລາວ ຂັ້ນ ປ.1 ພາກຮຽນທີ 1 ສະບັບປັບປຸງໃໝ່; ຜູ້ເຂົ້າຮ່ວມສາມາດນໍາເອົາເນື້ອໃນການຝຶກອົບຮົມຄັ້ງນີ້ໄປຝຶກຕໍ່ໃຫ້ແກ່ຄູຝຶກຂັ້ນແຂວງ ແລະ ຂັ້ນເມືອງໄດ້, ສາມາດກໍານົດແຜນ ແລະ ຄວາມຮັບຜິດຊອບການຝຶກອົບຮົມຕໍ່ໜ້າໄດ້. ພ້ອມດຽວກັນນີ້, ຍັງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມແຕ່ລະແຂວງ ຫຼື ຄູຝຶກທີ່ຮັບຜິດຊອບແຕ່ລະແຂວງຊ່ວຍປະສານສົມທົບກັບພະແນກສຶກສາທິການ ແລະ ກີລາແຂວງ ໃນການກະກຽມ ແລະ ຈັດຝຶກອົບຮົມໃຫ້ແກ່ຄູຝຶກຂັ້ນເມືອງ ແລະ ຄູສອນໃນເຂດຄວາມຮັບຜິດຊອບຂອງຕົນນໍາອີກ.

ເລີ່ມແຕ່ປີ 2016 ເປັນຕົ້ນມາ ສວສ ຮ່ວມກັບແຜນງານບິຄວາ ແລະ ອົງການໄຈກ້າ ໄດ້ມີການພັດທັດທະນາຫຼັກສູດ, ປື້ມແບບຮຽນ ແລະ ຄູ່ມືຄູ ຊັ້ນປະຖົມສຶກສາ ຊຶ່ງປັດຈຸບັນນີ້ ການພັດທະນາປື້ມແບບຮຽນ ແລະ ຄູ່ມືຄູ ຂັ້ນ ປ.1-ປ.5 ແຕ່ລະວິຊາແມ່ນໄດ້ສຳເລັດແລ້ວ ແລະ ຜ່ານການນໍາໃຊ້ຕົວຈິງເຫັນວ່າມີບາງວິຊາຈຳເປັນຕ້ອງໄດ້ປັບປຸງຄືນ ໂດຍສະເພາະແມ່ນ ວິຊາພາສາລາວ ຂັ້ນ ປ.1 ດັ່ງນັ້ນ, ສວສ ຮ່ວມກັບແຜນງານບີຄວາ ຈຶ່ງໄດ້ມີການປັບປຸງວິທີການສອນບາງຢ່າງທີ່ຍັງບໍ່ສອດຄ່ອງ ກັບສະພາບຄວາມເປັນຈິງຢູ່ໃນປຶ້ມຄູ່ມືຄູວິຊາພາສາລາວຢູ່ ຂັ້ນ ປ.1 ຄືນ. ນອກຈາກນັ້ນ, ຍັງໄດ້ຜະລິດສື່ການຮຽນການ ສອນກ່ຽວກັບຝຶກເວົ້າພາສາລາວ ໃຫ້ແກ່ນັກຮຽນຊົນເຜົ່າທີ່ບໍ່ເຂົ້າໃຈພາສາລາວໃນ ຂັ້ນ ປ.1 ເລີ່ມຈັດຕັ້ງປະຕິບັດໂຄງການທົດລອງການສອນ ນັບແຕ່ປີ 2019-2021 ໂດຍໄດ້ປະຕິບັດຢູ່ 7 ເມືອງ ໃນ 4 ແຂວງ, ພາຍຫຼັງໄດ້ທົດລອງ ແລະ ປະເມີນຜົນການນໍາໃຊ້ ເຫັນວ່າ ນັກຮຽນທີ່ໄດ້ເຂົ້າຮ່ວມໂຄງການມີຜົນການຮຽນທີ່ດີຂຶ້ນ ແຕ່ກໍຍັງມີສື່ການຮຽນການສອນສໍາລັບການຝຶກເວົ້າພາສາ ລາວບາງຢ່າງຕ້ອງໄດ້ມີການປັບປຸງເພື່ອໃຫ້ເໝາະສົມກັບຄວາມເປັນຈິງ. ໃນສົກຮຽນ 2023-2024 ໂຄງການຝຶກເວົ້າພາສາລາວ ໄດ້ຂະຫຍາຍການທົດລອງອີກຢູ່ໃນ 21 ເມືອງ ຂອງ 10 ແຂວງເປົ້າໝາຍ ລວມທັງໝົດ 105 ໂຮງຮຽນ.

ຂ່າວໂດຍ: ບົວລະພາ ອິນສີມະນີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ