ສສກ ແລະ ອົງການອາຫານໂລກ ຮ່ວມມືວຽກງານໂຄງການອາຫານທ່ຽງໃນໂຮງຮຽນ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານເຢຍລະມັນ
04/07/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການອາຫານໂລກ ລົງນາມບົດບັນທຶກຂໍ້ຕົກລົງກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນ ພາຍໃຕ້ການສະໜັບສະໜູນຊ່ວຍເຫຼືອລ້າ ຈາກລັດຖະບານເຢຍລະມັນ ມູນຄ່າ 9. 500.000 ໂດລາສະຫະລັດ ເມື່ອວັນທີ 2 ກໍລະກົດ 2024 ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ, ໃຫ້ກຽດລົງນາມ ລະຫວ່າງ ທ່ານ ຫຸມພັນ ແກ້ວອຸ່ນຄໍາ ຜູ້ອໍານວຍການສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ທ່ານ ນາງ ແຈັກເກີລິນ ເດີກຣຸດ ຮັກສາການແທນຜູ້ຕ່າງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ, ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ອັນເນດ ຄະໂນບັອກ ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ ຕະຫຼອດຮອດຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ, ສູນ, ວິຊາການທີ່ກ່ຽວຂ້ອງພາຍໃນກະຊວງ ສສກ ຢ່າງພ້ອມພຽງ.
ໃນພິທີລົງນາມບົດບັນທຶກຂໍຕົງລົງກ່ຽວກັບໂຄງການອາຫານທ່ຽງໃນໂຮງຮຽນພາຍໃຕ້ການສະໜັບສະໜູນຊ່ວຍເຫຼື່ອລ້າຈາກລັດຖະບານເຢຍລະມັນ ຄັ້ງນີ້ ຖືວ່າເປັນກໍາລັງແຮງອັນສໍາຄັນອັນໜຶ່ງ ໃນການຊ່ວຍເຫຼືອລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ ໃນການສົ່ງເສີມອາຫານທ່ຽງ ໃນໂຮງຮຽນ ຕໍ່ນັກຮຽນອະນຸບານ ແລະ ຊັ້ນປະຖົມສຶກສາທີ່ດ້ອຍໂອກາດ ໃນ 200 ໂຮງຮຽນ ໃນ 3 ແຂວງ ພາກໃຕ້ຄື: ສາລະວັນ, ເຊກອງ ແລະ ອັດຕະປື ເພື່ອສືບຕໍ່ອໍານວຍຄວາມສະດວກ, ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງບໍລິຫານວຽກໃນຂັ້ນທ້ອງຖິ່ນ ເພື່ອເຮັດໃຫ້ນັກຮຽນໄດ້ມີໂອກາດ, ມີເງືອນໄຂເຂົ້າເຖິງການຮຽນຮູ້, ໄດ້ພັດທະນາທາງດ້ານຮ່າງກາຍ, ຈິດໃຈ, ມີຄວາມສາມັກຄີຮັກແພງກັນຂອງບັນດາເຜົ່າ ພ້ອມກັນຊ່ວຍເຫຼື່ອເຊິ່ງກັນ ແລະ ກັນໃຫ້ການຮຽນຮູ້ຢ່າງມີຄຸນນະພາບ, ໄດ້ຮັບການພັດທະນາຄຸນນະພາບຊີວິດທີ່ດີ ແລະ ກ້າວໄປສູ່ການເປັນບຸກຄະລາກອນທີ່ມີຄຸນນະພາບ ຮັບໃຊ້ປະເທດຊາດ ໃນອະນາຄົດ ການສະໜັບສະໜູນການຊ່ວຍເຫຼື່ອທຶນຮອນຄັ້ງນີ້ຍັງເປັນການປະກອບສວນຕໍ່ການຈັດຕັ້ງປະຕິບັດ ຕໍ່ເປົ້າໝາຍການພັດທະນາແບບຍືນຍົງ (SPG) ແລະ ແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ໃຫ້ບັນລຸຈຸດເປົ້າໝາຍທີ່ວາງໄວ້.
ສໍາລັບທຶນຊ່ວຍເຫຼື່ອລ້າຈາກລັດຖະບານເຢຍລະມັນຄັ້ງນີ້ ຈະນໍາໃຊ້ເຂົ້າໃນ 10 ກິດຈະກໍາ ໂດຍມີໄລຍະການປະຕິບັດໂຄງການເລີ່ມແຕ່ມື້ອະນຸມັດຈົນເຖິ່ງ ເດືອນທັນວາ 2027.
ຂ່າວໂດຍ: ບົວລະພາ
ຂ່າວທີ່ກ່ຽວຂ້ອງ