Skip to main content

ສສກ-ອົດສະຕຣາລີ ຝຶກອົບຮົມ ການຂຽນບົດເລື່ອງຂອງວິດີໂອສົ່ງເສິມບົດບາດຍິງ-ຊາຍ ໃນຫ້ອງຮຽນ

10/07/2024
ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ລັດຖະບານອົດສະຕຣາລີ ຈັດຝຶກອົບຮົມ “ການຂຽນບົດເລື່ອງຂອງວິດີໂອສົ່ງເສິມບົດບາດຍິງ-ຊາຍ” ໃນຫ້ອງຮຽນ ໃນລະຫວ່າງວັນທີ 18-21 ມິຖຸນາ 2024 ທີ່ຫ້ອງປະຊຸມສະຖາບັນຄົນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງນາງ ວາເນັດຊ້າ ເຮັກກາທີ ເລຂາເອກສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ອຸດົມ ສິງດາລາ ຮອງຜູ້ອໍານວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ພ້ອມດ້ວຍທີມງານບີຄວາ, ທີມງານຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທີມງານຈາກຂະແໜງສື່ເອເລັກໂຕຣນິກ ແລະ ການສຶກສາທາງໄກ (E-Learning), ຕະຫຼອດຮອດ ພະແນກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກ, ສະຖານທູດອົດສະຕຣາລີ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ.
ໂອກາດນີ້, ນາງ ວາເນັດຊ້າ ເຮັກກາທີ້ ກ່າວວ່າ: ກອງ​ປະ​ຊຸມ​ບົດ​ຂຽນ​ວິ​ດີ​ໂອ​ສົ່ງເສີມບົດບາດຍິງ-ຊາຍ​” ສໍາລັບວິດີໂອດັ່ງກ່າວແມ່ນໄດ້​ສຸມ​ໃສ່​ເສີມ​ຂະ​ຫຍາຍ​ຜົນ​ການ​ສຶກ​ສາ​ຂອງ​ຊາວ​ໜຸ່ມ​ຂອງ​ປະ​ເທດ​ຊາດ ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່​ດ້ອຍ​ໂອ​ກາດ ໂດຍຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID) ຜ່ານແຜນງານບີຄວາ. ໂຄງ​ການ​ດັ່ງ​ກ່າວ, ແຜນງານບີຄວາ ແມ່ນສຸມໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມໃນທຸກກິດຈະກໍາ ຊຶ່ງພວກເຮົາຈະນໍາໃຊ້ຊ່ອງໂທລະພາບສຶກສາ ແລະ ກິລາ ຊ່ອງ Lao ESTV, ເຟສບຸກ Edu-sport TV online ແລະ ແພຼັດຟອມ ຄັງປັນຍາລາວ, ຊ່ອງທາງ YouTube ວິດີໂອສຳລັບການພັດທະນາຄູ ແລະ ສື່ສັງຄົມອອນລາຍຂອງພວກເຮົາ ເພື່ອຮັບປະກັນການໂຄສະນາວິດີໂອນີ້ໃຫ້ເຂົ້າເຖິງຜູ້ຊົມເປົ້າໝາຍ.”
ກອງປະຊຸມໄດ້ດໍາເນີນໄປດ້ວຍຄວາມຫ້າວຫັນ ຊຶ່ງໄດ້ມີຫຼາຍກິດຈະກໍາທີ່ປະຕິບັດຕົວຈິງ​ເພື່ອ​ຮ່ວມ​ມືກັນ​ຄົ້ນ​ຄ້​ວາ​ແນວ​ຄິດ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ຢູ່​ໂຮງ​ຮຽນ ພ້ອມນັ້ນຜູ້ເຂົ້າຮ່ວມໄດ້ສະທ້ອນໃຫ້ເຫັນເຖິງວິທີການທີ່ເດັກຍິງ ແລະ ເດັກຊາຍອາດຈະຖືກປະຕິບັດໃນຫ້ອງຮຽນທີ່ແຕກຕ່າງກັນ ໂດຍອີງຄວາມຄິດແບບຍຶດຕິດກ່ຽວກັບຄວາມມັກ, ຄວາມສາມາດ ແລະ ເປົ້າໝາຍໃນອະນາຄົດ.
ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສ້າງແຜນວາດກິດຈະວັດປະຈໍາວັນປົກກະຕິໃນຊີວິດຂອງນັກຮຽນຍິງ ແລະ ນັກຮຽນຊາຍ ແລ້ວພິຈາລະນາວ່າ ກິດຈະກໍາປະຈຳວັນທີ່ແຕກຕ່າງກັນຂອງພວກເຂົານັ້ນ ສາມາດສົ່ງຜົນກະທົບຕໍ່ຄວາມຕ້ອງການຮຽນຮູ້ ແລະ ການມີສ່ວນຮ່ວມຢູ່ໂຮງຮຽນຄືແນວໃດ ພ້ອມທັງໄດ້ສົນທະນາກ່ຽວກັບການປະຕິບັດຕົວຈິງທີ່ຄູສາມາດປະຕິບັດ ເພື່ອຮັບປະກັນຄວາມຕ້ອງການການຮຽນຮູ້ຂອງເດັກຍິງ ແລະ ເດັກຊາຍ ໃຫ້ມີຄຸນຄ່າເທົ່າທຽມກັນ ໂດຍການສ້າງສະພາບແວດລ້ອມໃນຫ້ອງຮຽນທີ່ຕອບສະໜອງຄວາມຕ້ອງການສະເພາະຂອງເຂົາເຈົ້າ.
ຂັ້ນສຸດທ້າຍ, ຜູ້ເຂົ້າຮ່ວມໄດ້ນຳໃຊ້ຄວາມຮູ້ໃໝ່ຂອງເຂົາເຈົ້າ ແລະ ດຶງເອົາແນວຄວາມຄິດທີ່ເຂົາເຈົ້າໄດ້ລະດົມສະໝອງເພື່ອຂຽນບົດຂອງວິດີໂອສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍທີ່ຈະນຳມາສ້າງໃນຂັ້ນຕໍ່ໄປ.
ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ