ສສກ ສໍາເລັດທົດລອງສື່ການຮຽນການສອນຝຶກເວົ້າພາສາລາວໃຫ້ນັກຮຽນ ປ.1 ຈະເລີ່ມ ປະຕິບັດຕົວຈິງ ສົກຮຽນ 2024-2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ຈັດກອງປະຊຸມສະຫຼຸບກ່ຽວກັບການທົດລອງສື່ການຮຽນການສອນຝຶກເວົ້າພາສາລາວໃຫ້ນັກຮຽນ ຂັ້ນ ປ.1 ເວົ້າພາສາອື່ນ ທີ່ບໍ່ແມ່ນພາສາລາວເປັນຫຼັກໃນຄອບຄົວ ໃນວັນທີ 11 ກໍລະກົດ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ມີບັນດາຜູ້ຮັບຜິດຊອບວຽກງານ, ຄູຝຶກຈາກແຂວງກ່ຽວຂ້ອງ ຕະຫຼອດຮອດຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດກອງປະຊຸມຄັ້ງນີ້, ເພື່ອສະເຫຼີມສະຫຼອງຄວາມສຳເລັດຂອງກະຊວງ ສສກ ໃນການສະໜັບສະໜູນນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ແລະ ວາງແຜນການໃນຕໍ່ໜ້າ ເພື່ອຂະຫຍາຍວຽກງານດັ່ງກ່າວ. ພ້ອມກັນນີ້, ບັນດາພາກສ່ວນທີ່ກ່ຽວຂ້ອງໃນວາງແຜນຈັດຕັ້ງປະຕິບັດໃຫ້ບົດຮຽນຝຶກເວົ້າພາສາລາວ ຈະໄດ້ນຳເອົາບົດຮຽນດັ່ງກ່າວ ໄປຜັນຂະຫຍາຍໃນທົ່ວປະເທດ ໂດຍຈະເລີ່ມໃນສົກຮຽນໜ້າ ເພື່ອແນໃສ່ນັກຮຽນທີ່ບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ເພື່ອສະໜັບສະໜູນການຮຽນຮູ້ພາສາໃຫ້ມີປະສິດທິພາບ ສໍາລັບເດັກນ້ອຍທີ່ບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ໂດຍສະເພາະ ການປັບປຸງຜົນການຮຽນຂອງເດັກຍິງ ແລະ ເດັກຊາຍ ເປັນຕົ້ນ ຜູ້ທີ່ປະສົບກັບຄວາມດ້ອຍໂອກາດ ຈະມີຜົນດີໃນໄລຍະຍາວແກ່ການພັດທະນາຂອງລາວ.
ໂອກາດດັ່ງກ່າວ, ທ່ານ ອຸທິດ ທິບມະນີ ກ່າວວ່າ: ໝາກຜົນທີ່ໜ້າປະທັບໃຈຂອງໄລຍະທົດລອງ ໄດ້ເຮັດໃຫ້ເຫັນຢ່າງຊັດເຈນວ່າ ບົດຮຽນຝຶກເວົ້າພາສາລາວຄວນຈະມີຢູ່ທຸກໂຮງຮຽນທີ່ມີນັກຮຽນຕ້ອງການການຊ່ວຍເຫຼືອ ດ້ານການຮຽນພາສາລາວເພີ່ມຕື່ມ ເພາະເຂົາເຈົ້າບໍ່ໄດ້ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ. ໂຄງການເວົ້າພາສາລາວ ເສີມສ້າງທັກສະພາສາລາວໃຫ້ນັກຮຽນ ຂັ້ນ ປ.1 ເວົ້າພາສາອື່ນທີ່ບໍ່ແມ່ນພາສາລາວເປັນຫຼັກໃນຄອບຄົວ ຊຶ່ງ ສສກ ໄດ້ເລີ່ມການທົດລອງບົດຮຽນດັ່ງກ່າວ ໃນປີ 2019 ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ອີງໃສ່ຜົນສຳເລັດຂອງການທົດລອງດັ່ງກ່າວ, ບົດຮຽນຝຶກເວົ້າພາສາລາວ ໄດ້ຂະຫຍາຍອອກເປັນ 21 ເມືອງ ໃນສົກຮຽນ 2023-2024 ໂດຍໄດ້ຮັບການສະໜັບສະໜູນເພີ່ມເຕີມຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ. ຜົນຂອງການທົດລອງໂດຍລວມແມ່ນໄດ້ຮັບໝາກຜົນດີຫຼາຍ ຊຶ່ງໄດ້ນຳໄປສູ່ການອະນຸມັດໃຫ້ກາຍເປັນບົດຮຽນທີ່ສາມາດສອນໄດ້ສຳລັບຂັ້ນ ປ.1 ໃນທົ່ວປະເທດ ທັງເປັນການຮັບປະກັນໃຫ້ຄູສອນຂັ້ນ ປ.1 ທຸກຄົນ ໄດ້ຮັບການຝຶກອົບຮົມໃນວິທີການສິດສອນບົດຮຽນຝຶກເວົ້າພາສາລາວ ແລະ ມີການເຂົ້າເຖິງແຫຼ່ງການຮຽນການສອນດັ່ງກ່າວ.
ປະເທດລາວ ເປັນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ພາສາຊົນເຜົ່າ, ມີຫຼາຍກວ່າ 50 ພາສາເວົ້າ, ເດັກນ້ອຍຫຼາຍຄົນ ເມື່ອເລີ່ມເຂົ້າຮຽນ ຍັງເວົ້າພາສາອື່ນເປັນຫຼັກທີ່ບໍ່ແມ່ນພາສາລາວ ໂດຍສະເພາະ ໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ. ພາສາລາວ ແມ່ນພາສາຫຼັກທີ່ໃຊ້ໃນໂຮງຮຽນ, ຖ້າເດັກນ້ອຍຍັງບໍ່ທັນໄດ້ພັດທະນາທັກສະພື້ນຖານພາສາລາວໃນຊັ້ນປະຖົມ ພວກເຂົາຍັງຈະຜະເຊີນກັບສິ່ງທ້າທາຍຕະຫຼອດເວລາການຮຽນຂອງເຂົາເຈົ້າ. ຜົນການປະເມີນນັກຮຽນໃນໄລຍະຜ່ານມາ ສະແດງໃຫ້ເຫັນວ່າ ເດັກນ້ອຍຫຼາຍຄົນຈາກຊຸມຊົນ ຊົນເຜົ່າທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ ແມ່ນມີສ່ວນຮ່ວມໜ້ອຍຫຼາຍໃນການຮຽນ. ນອກຈາກນີ້, ການຄົ້ນຄວ້າຢ່າງຕໍ່ເນື່ອງສະແດງໃຫ້ເຫັນວ່າ ຄວາມສາມາດໃນການເວົ້າພາສາຕາມສື່ການຮຽນການສອນ (ພາສາລາວ) ແມ່ນເງື່ອນໄຂເບື້ອງຕົ້ນທີ່ຈຳເປັນ ເພື່ອໃຫ້ເດັກນ້ອຍມີການພັດທະນາການຮູ້ໜັງສື (ການອ່ານ ແລະ ຂຽນພາສາລາວ).
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມມຸ່ງໝັ້ນ ແລະ ການນຳພາອັນສຳຄັນ ຈາກ ສວສ ແລະ ສສກ ທີ່ໄດ້ແນະນຳການສະໜັບສະໜູນດ້ານຄຸນນະພາບໃຫ້ນັກຮຽນທີ່ເລີ່ມເຂົ້າໂຮງຮຽນ ແຕ່ຍັງບໍ່ທັນສາມາດເວົ້າພາສາລາວໄດ້ ຊຶ່ງລັດຖະບານອົດສະຕຣາລີ ຍິນດີທີ່ຈະສະໜັບສະໜູນຄວາມພະຍາຍາມເຫຼົ່ານີ້ ແລະ ເຊື່ອວ່າ ບົດຮຽນຝຶກເວົ້າພາສາລາວ ຈະໄດ້ຮັບໝາກຜົນອັນໃຫຍ່ຫຼວງ ໂດຍການເສີມສ້າງທັກສະການຮູ້ໜັງສືພາສາລາວຂອງນັກຮຽນທີ່ເຂົ້າໂຮງຮຽນປະຖົມ ໂດຍທີ່ເວົ້າພາສາລາວບໍ່ທັນໄດ້ຄ່ອງແຄ້ວເທື່ອ. ພ້ອມກັນນີ້, ລັດຖະບານອົດສະຕຣາລີ ແລະ ລັດຖະບານລາວ ຍັງຈະເນັ້ນໃສ່ການຮ່ວມມື ເພື່ອສົ່ງເສີມການສຶກສາຮຽນຮ່ວມຢູ່ໃນລາວໃນຕໍ່ໜ້າ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ