Skip to main content

ໂຮງຮຽນ ສະຖາພອນ ຕີລາຄາຄືນຜົນການຈັດຕັ້ງການຮຽນການສອນ ສົກ 2023-2024

17/07/2024

ໂຮງຮຽນ ສະຖາພອນ ຈັດພິທີສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນການສອນ ຊັ້ນລ້ຽງເດັກ-ອະນຸບານ-ປະຖົມ ແລະ ຊັ້ນມັດທະຍົມສຶກສາ ສົກຮຽນ 2023-2024 ໃນວັນທີ 12 ກໍລະກົດ 2024 ທີ່ຫ້ອງປະຊຸມໂຮງຮຽນດັ່ງກ່າວ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີສັດຕະນາກ, ທ່ານ ນາງ ສຸກສະຖາພອນ ສູນທະວົງ ປະທານ ໂຮງຮຽນ ສະຖາພອນ, ທ່ານ ນາງ ຄຳສິລິພອນ ຜູ້ອຳນວຍການ ໂຮງຮຽນ ສະຖາພອນ ແລະ ທ່ານ ອາພິເດດ ໄພສະຫວັດ ຜູ້ບໍລິຫານ ໂຮງຮຽນ ສະຖາພອນ ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ, ຕາງໜ້າສະມາຄົມຜູ້ປົກຄອງນັກຮຽນແຕ່ລະຊັ້ນ ຕະຫຼອດຮອດບັນດາຜູ້ປົກຄອງ, ແຂກທີ່ຖືກເຊີນ, ພະນັກງານ ຄູອາຈານ ແລະ ນ້ອງນັກຮຽນເປັນຈໍານວນຫຼາຍຮ້ອຍຄົນ.

ໃນພິທີ, ທ່ານ ນາງ ຄຳສິລິພອນ ຜູ້ອຳນວຍການ ໂຮງຮຽນ ສະຖາພອນ ໄດ້ຜ່ານບົດສະຫຼຸບຜົນການຮຽນການສອນ ແລະ ການເຄື່ອນໄຫວຂອງໂຮງຮຽນ ສະຖາພອນ ສົກຮຽນ 2023-2024 ຊຶ່ງໃນສົກຮຽນດັ່ງກ່າວ ໄດ້ມີຫຼາຍດ້ານທີ່ພົ້ນເດັ່ງ ເປັນຕົ້ນແມ່ນດ້ານວິຊາສະເພາະ ຫຼັກສູດການຮຽນການສອນໃນຊັ້ນລ້ຽງເດັກ-ອະນຸບານ ແມ່ນສອນໃຫ້ເດັກມີພັດທະນາການຕາມໄວ, ຮູ້ຊ່ວຍເຫຼືອຕົນເອງ ແລະ ກຽມຄວາມພ້ອມເພື່ອຈະເຂົ້າຮຽນໃນຊັ້ນອະນຸບານ. ໃນນີ້, ຊັ້ນລ້ຽງເດັກ ມີນັກຮຽນ 16 ນ້ອງ, ຍິງ 9 ນ້ອງ, ຜົນການຮຽນແມ່ນບໍ່ໄດ້ຈັດລະດັບ; ຊັ້ນອະນຸບານ 1 ມີນັກຮຽນ 28 ນ້ອງ, ຍິງ 12 ນ້ອງ, ສອບເສັງໄດ້ 100%; ຊັ້ນອະນຸບານ 2 ມີນັກຮຽນ 51 ນ້ອງ, ຍິງ 24 ນ້ອງ, ສອບເສັງໄດ້ 96,07%; ຊັ້ນອະນຸບານ 3 ມີ ນັກຮຽນ 61 ນ້ອງ, ຍິງ 29  ນ້ອງ, ສອບເສັງໄດ້ 98,36%ແລະ ສັງເກດເຫັນວ່າ ຊັ້ນນ້ອຍການຮຽນຍັງຢູ່ໃນລະດັບກາງຫຼາຍກວ່າລະດັບເກັ່ງ ແຕ່ພວກເຂົາເຈົ້າມີພັດທະນາການດີຕາມໄວ.

ຊັ້ນປະຖົມ ປີທີ 1 (ປ.1) ມີນັກຮຽນ 91 ນ້ອງ, ຍິງ 36 ນ້ອງ, ສອບເສັງໄດ້ 97,80%; ປ.2 ມີນັກຮຽນ  100 ນ້ອງ, ຍິງ 49 ນ້ອງ, ສອບເສັງໄດ້ 99,00%; ປ.3 ຈຳນວນນັກຮຽນ 86 ນ້ອງ, ຍິງ 40 ນ້ອງ, ສອບເສັງໄດ້ 100%; ປ.4 ມີນັກຮຽນ 88 ນ້ອງ, ຍິງ 45 ນ້ອງ, ສອບເສັງໄດ້ 100% ແລະ ປ.5 ມີ ນັກຮຽນ 89 ນ້ອງ, ຍິງ 45 ນ້ອງ, ສອບເສັງໄດ້ 100%.

 

ສະເພາະຜົນການສອບເສັງຈົບຊັ້ນປະຖົມສຶກສາ (ປ.5) ມີນັກຮຽນທີ່ເຂົ້າສອບເສັງທັງໝົດມີ 89  ຄົນ, ຍິງ  45   ຄົນ, ເສັງໄດ້ສົມບູນທັງໝົດ 100%, ເສັງໄດ້ຄະແນນເກັ່ງຮອບດ້ານ 37 ຄົນ, ຍິງ 21 ຄົນ ເທົ່າກັບ 41,57%, ສາມາດຍາດໄດ້ອັນດັບທີ 1 ທົ່ວເມືອງ ຈຳນວນ 1 ນ້ອງ ລວມ 38 ຄະແນນ ຄື: ທ້າວ ອານັນດາ ອ້ວນພົງຈະເລີນແລະ ຍາດໄດ້ອັນດັບທີ 3 ຈຳນວນ 3 ນ້ອງ ຄະແນນລວມ 36 ຄະແນນ, ສົ່ງນັກຮຽນເຂົ້າຮ່ວມສອບເສັງນັກຮຽນເກັ່ງຂັ້ນເມືອງ ຈໍານວນ 15 ນ້ອງ, ຍິງ 9 ນ້ອງ ໃນ 3 ວິຊາ ຄື: ພາສາລາວ, ຄະນິດສາດ ແລະ ວິທະຍາສາດ ແລະ ສິ່ງແວດລ້ອມ ຊຶ່ງສາມາດຍາດໄດ້ອັນດັບທີ 1 ວິຊາຄະນິດສາດ ຄື: ທ້າວ ສຸລິຍະເພັດ ເກດສະດາສັກ ແລະ ຍາດໄດ້ອັນດັບທີ 3 ຈໍານວນ 1 ນ້ອງ, ຍາດໄດ້ອັນດັບທີ 2 ວິຊາພາສາລາວ-ວັນນະຄະດີ 1 ນ້ອງ, ຍິງ 1 ນ້ອງ.

ຊັ້ນມັດທະຍົມສຶກສາ ປີທີ 1 (ມ.1) ມີນັກຮຽນ 71 ນ້ອງ, ຍິງ 37 ນ້ອງ, ສອບເສັງໄດ້ 100%; ມ.2 ມີ ນັກຮຽນ 96 ນ້ອງ, ຍິງ 47 ນ້ອງ, ສອບເສັງໄດ້ 100%; ມ.3 ມີນັກຮຽນ 62 ນ້ອງ, ຍິງ 18 ນ້ອງ, ສອບເສັງໄດ້ 100%; ມ.4 ມີນັກຮຽນ 60 ນ້ອງ, ຍິງ 28  ນ້ອງ, ສອບເສັງໄດ້ 100%. ໃນນີ້, ເສັງໄດ້ຄະແນນເກັ່ງຮອບດ້ານ ມີ 11 ຄົນ, ຍິງ 7 ຄົນ ເທົ່າກັບ 20% ແລະ ສາມາດຍາດໄດ້ໃບປະກາດແດງ 1 ນ້ອງ, ຍິງ 1 ນ້ອງ; ມ.5 ມີນັກຮຽນ 40 ນ້ອງ, ຍິງ 18 ນ້ອງ, ສອບເສັງໄດ້ 100%; ມ.6 ມີນັກຮຽນ 49 ນ້ອງ, ຍິງ 23 ນ້ອງ, ສອບເສັງໄດ້ 100% ແລະ ມ.7 ມີນັກຮຽນ 40 ນ້ອງ, ຍິງ 32 ນ້ອງ, ສອບເສັງໄດ້ 100%.

ຜົນການສົ່ງນັກຮຽນຈໍານວນ 8 ນ້ອງ, ຍິງ 4 ນ້ອງເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບ ມ.4 ຂັ້ນເມືອງ ໃນ 4 ວິຊາ ປະກອບມີ ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ວິຊາເຄມີສາດ ແມ່ນສາມາດຍາດໄດ້ອັນດັບທີ 1 ວິຊາຄະນິດສາດ 1 ນ້ອງ ຄື: ທ້າວ ບາລະມີ ສີອາພອນ, ອັນດັບທີ 3 ວິຊາເຄມີສາດ 1 ນ້ອງ, ອັນດັບທີ 4 ວິຊາພາສາລາວ 1 ນ້ອງ, ຍິງ 1 ນ້ອງ ແລະ ອັນດັບທີ 5 ວິຊາຟິຊິກສາດ 1 ນ້ອງ; ມ.7 ສົ່ງນັກຮຽນເຂົ້າສອບເສັງນັກຮຽນເກັ່ງຈໍານວນ 9 ນ້ອງ, ຍິງ 8 ນ້ອງ ໃນ 4 ວິຊາ ປະກອບມີ ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ວິຊາເຄມີສາດ ຊຶ່ງສາມາດຍາດໄດ້ອັນດັບທີ 1 ວິຊາພາສາລາວ-ວັນນະຄະດີ ຄື: ນາງ ມະຍຸລີ ຈັນສະຫວ່າງ, ອັນດັບທີ 2 ຈໍານວນ 1 ນ້ອງ ແລະ ອັນດັບທີ 5 ຈໍານວນ 1 ນ້ອງ, ວິຊາຄະນິດສາດ ຍາດໄດ້ອັນດັບທີ 1 ຈໍານວນ 1 ນ້ອງ ຄື: ນາງ ອານິດາ ທອງວັນ ແລະ ອັນດັບທີ 2 ຈໍານວນ 1 ນ້ອງ, ວິຊາເຄມີສາດ ໄດ້ອັນດັບທີ 4 ຈໍານວນ 1 ນ້ອງ ແລະ ວິຊາຟິຊິກສາດ ໄດ້ອັນດັບທີ 4 ຈໍານວນ 1 ນ້ອງ. ສ່ວນການສອບເສັງນັກຮຽນເກັ່ງຂັ້ນນະຄອນຫຼວງ ລະດັບ ມ.4 ແມ່ນສາມາດຍາດໄດ້ລາງວັນຊົມເຊີຍ 3 ນ້ອງ, ຍິງ 2 ນ້ອງ; ມ.7 ສອບເສັງໄດ້ລາງວັນຊົມເຊີຍ ມີ 2 ນ້ອງ, ຍິງ 2 ນ້ອງ.

ຂະນະດຽວກັນນີ້, ຍັງໄດ້ສົ່ງນັກຮຽນເຂົ້າຮ່ວມສອບເສັງເລກປິດສະໜາທົ່ວນະຄອນຫຼວງ ແລະ ສາມາດຍາດໄດ້ຫຼຽນເງິນ 1 ນ້ອງ ຄື: ທ້າວ ບາລະມີ ສີອາພອນ (ມ.4), ສົ່ງນັກຮຽນເຂົ້າຮ່ວມກິດຈະກຳຂຽນບົດຄວາມໃນຫົວຂໍ້: ຄຸນປະໂຫຍດຂອງໄຟຟ້າ ແລະ ການປະຢັດໄຟຟ້າ ເນື່ອງໃນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 100 ປີ ຊຶ່ງໄດ້ລາງວັນທີ 1 ທົ່ວປະເທດ ຈໍານວນ 1 ນ້ອງ ຄື: ນາງ ອານິດາ ທອງວັນ (ມ.7).

ນອກຈາກນັ້ນ, ທາງໂຮງຮຽນຍັງໄດ້ມີການເຄື່ອນໄຫວວຽກງານສິລະປະສຶກສາ, ພະລະສຶກສາຢູ່ພາຍໃນໂຮງຮຽນ, ໃນລະດັບເມືອງ ແລະ ນະຄອນຫຼວງ, ເຄື່ອນໄຫວວຽກງານອົງການຈັດຕັ້ງ (ເຍົາວະຊົນ-ຊາວໜຸ່ມ-ແມ່ຍິງ) ແລະ ວຽກງານການເຄື່ອນໄຫວໂຄງການຕ່າງໆ ຊຶ່ງໃນແຕ່ລະການເຄື່ອນໄຫວແມ່ນສາມາດສ້າງຜົນງານໄດ້ໃນລະດັບດີພໍສົມຄວນ.

ແຜນງານປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງການສຶກສາ ແມ່ນທາງໂຮງຮຽນ ໄດ້ມີການພັດທະນາຄູ, ການບັນຈຸ-ການຊັບຊ້ອນຄູໃນແຕ່ລະຊັ້ນ, ແຕ່ລະສາຍ; ການພັດທະນາຫຼັກສູດ ໂດຍໄດ້ຈັດການ​ຮຽນການ​ສອນວິ​ຊາ​ຄອມພິວ​ເຕີ ​ເປັນຫຼັກສູດ​ເສີມ ແຕ່ ມ.1-ມ.7, ປັບປຸງ​ການ​ສອນ​ຕາມ​ແຕ່​ລະວິ​ຊາ​ຂອງ​ແຕ່ລະ​ຂັ້ນ​ຮຽນ ​ເພື່ອ​ເຮັດ​ໃຫ້​ຖືກຕ້ອງ​ ແລະ​   ສອດຄ່ອງ​ກັບ​ເນື້ອ​ໃນ​ສະພາບ​ຄວາມ​ເປັນ​ຈິງ​ໃນ​ແຕ່ລະ​ໄລຍະ​ຂອງ​ແຕ່​ລະເດືອນ, ​ແຕ່​ລະ​ພາກຮຽນ. ພ້ອມກັນນີ້, ຍັງໄດ້ປະຕິບັດວຽກງານນິເທດ, ການສົ່ງເສີມນັກຮຽນເກັ່ງ​ ແລະ​ ຄູດີເດັ່ນອີກດ້ວຍ.

ນອກຈາກນີ້, ໃນພິທີຍັງມີການຍ້ອງຍໍພະນັກງານຫ້ອງການ ແລະ ຮ້ານອາຫານດີເດັ່ນຮອບດ້ານ, ມອບຂອງຂວັນໃຫ້ນັກຮຽນເກັ່ງ ປ.5 ແລະ ຄູສອນບໍາລຸງທີ່ຕິດອັນດັບຂັ້ນເມືອງ, ຍ້ອງຍໍນັກຮຽນດີເດັ່ນຮອບດ້ານຕາມ 5 ຫຼັກມູນການສຶກສາຊັ້ນອະນຸບານ, ຍ້ອງຍໍສະມາຊິກອານຸຊົນ, ເຍົາວະຊົນທີ່ມີຜົນງານການເຄື່ອນໄຫວດີເດັ່ນ, ມອບໃບຢັ້ງຢືນການສຶກສາຈົບຊັ້ນອະນຸບານ 3, ມອບທຶນການສຶກສາໃຫ້ແກ່ນັກຮຽນຊັ້ນປະຖົມ, ມອບຂອງຂວັນໃຫ້ນັກຮຽນເສັງຈົບ ປ.5 ທີ່ຕິດອັນດັບຂັ້ນເມືອງ 1. 2. 3, ມອບໃບປະກາດຈົບຊັ້ນປະຖົມປີທີ 5 (ປ.5), ມອບໃບຍ້ອງຍໍໃຫ້ຈຸງານພາກພິທີການ, ມອບໃບຍ້ອງຍໍໃຫ້ຄູ ແລະ ນັກຮຽນທີ່ມີການເຄື່ອນໄຫວສິລະປະ ແລະ ກິລາ ຊັ້ນອະນຸບານ ແລະ ຊັ້ນປະຖົມ, ມອບຂອງຂວັນໃຫ້ແກ່ນັກຮຽນເສັງຈົບ ປ.5 ທີ່ໄດ້ຄະແນນດີຮອບດ້ານ, ມອບໃບຍ້ອງຍໍໃຫ້ນັກຮຽນດີເດັ່ນຮອບດ້ານຕາມ 5 ຫຼັກມູນການສຶກສາຊັ້ນປະຖົມສຶກສາ, ຍ້ອງຍໍພະນັກງານ ຄູອາຈານທີ່ມີຜົນງານດີເດັ່ນຮອບດ້ານຊັ້ນມັດທະຍົມສຶກສາ, ມອບຂອງຂວັນໃຫ້ນັກຮຽນເກັ່ງ ມ.4, ມ.7 ຕິດອັນດັບຂັ້ນເມືອງ ແລະ ຂັ້ນນະຄອນຫຼວງ, ມອບໃບຍ້ອງຍໍໃຫ້ນັກສະແດງສິລະປະ, ກິລາ ແລະ ຄູນໍາພາຊັ້ນມັດທະຍົມ, ມອບຂອງຂວັນລາງວັນໃຫ້ນັກຮຽນທີ່ສາມາດຍາດໄດ້ລາງວັນທີ 1 ໃນການຂຽນບົດຄວາມພາຍໃຕ້ຫົວຂໍ້ “ຄຸນປະໂຫຍດ ແລະ ການປະຢັດໄຟຟ້າ”, ມອບຂອງຂວັນລາງວັນໃຫ້ນັກຮຽນທີ່ເຂົ້າຮ່ວມແຂ່ງຂັນເລກປິດສະໜາທີ່ຍາດໄດ້ຫຼຽນເງິນ, ມອບຂອງຂວັນລາງວັນໃຫ້ນັກຮຽນທີ່ໄດ້ໃບປະກາດແດງຈົບຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4),  ມອບໃບປະກາດຈົບ ມ.4, ຍ້ອງຍໍສະມາຊິກເຍົາວະຊົນ-ຊາວໜຸ່ມທີ່ມີຜົນງານການເຄື່ອນໄຫວວຽກງານກອງດຸລິຍາງປະຈາໍສົກຮຽນ 2023-2024,  ຍ້ອງຍໍສະມາຊິກອົງການຈັດຕັ້ງມະຫາຊົນດີເດັ່ນ ແລະ ຍ້ອງຍໍນັກຮຽນດີເດັ່ນຮອບດ້ານຕາມ 5 ຫຼັກມູນການສຶກສາ. ພ້ອມກັນນັ້ນ, ຍັງມີການສະແດງສິລະປະ-ວັນນະຄະດີຂອງນ້ອງນັກຮຽນອີກດ້ວຍ.

ສໍາລັບໂຮງຮຽນ ສະຖາພອນ ຕັ້ງຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເປັນໂຮງຮຽນພາກເອກະຊົນ ດຳເນີນການຮຽນການສອນຕາມໂຄງການຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ. ວຽກງານການສຶກສາ ໄດ້ມີການຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບ ເມື່ອທຽບໃສ່ສົກຮຽນຜ່ານມາ. ການສຶກສາໄດ້ຮັບການພັດທະນາຕາມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ ແລະ  3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ; ພັດທະນາທັງຄູອາຈານ, ພະນັກງານ ແລະ ນ້ອງນັກຮຽນໃຫ້ມີທັດສະນະຄຸນສົມບັດ ສິນທຳປະຕິວັດ, ຮັກຄວາມກ້າວໜ້າ ແລະ ພັດທະນາທາງສະຕິປັນຍາຮອບດ້ານ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ