ສສກ ເຜີຍແຜ່ຍຸດທະສາດການສຶກສາຮຽນຮ່ວມຮອດປີ 2030

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ອົງການພັດທະນາພັດທະນາສາກົນ ປະເທດສະຫະລັດອາເມຣິກາ ແລະ ສະພາບເອີຣົບ ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດຍຸດທະສາດການສຶກສາຮຽນຮ່ວມຮອດປີ 2023 ໃນວັນທີ 5 ສິງຫາ ຜ່ານມາ ທີ່ໂຮງແຮມຄຣາວພາຊ່າ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ສິລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິິການ ແລະ ກິລາ, ທ່ານ ນາງ ເອລີສະເບັດ ແຊັມເບີ້ ວ່າການຜູ້ຕາງໜ້າ ອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ, ທ່ານ ນີແອວຣ ເລໂອນາດ ທີ່ປຶກສາທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ມີຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ, ກະຊວງແຮງງານ, ຫົວໜ້າອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດ, ອົງການຈັດຕັ້ງທາງສັງຄົມ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ, ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລຄູ ດົງຄຳຊ້າງ, ພະນັກງານວິຊາການທີ່ກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ສິລິອຸດົງ ສູນດາລາ ໄດ້ກ່າວໃນພິທີເປີດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດຍຸດທະສາດການສຶກສາຮຽນຮ່ວມ ຮອດປີ 2030 ໂດຍທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຢ່າງຍິ່ງມາຍັງອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ໂດຍຜ່ານ “ໂຄງການຮຽນອ່ານ” ແລະ ສະຫະພາບເອີຣົບ ໂດຍຜ່ານໂຄງການ “ສົ່ງເສີມການເຂົ້າເຖິງການສຶກສາຮຽນຮ່ວມຂອງເດັກທີ່ມີຄວາມຫຍຸ້ງຍາກທາງດ້ານພັດທະນາການ” ທີ່ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານເຂົ້າໃນການປັບປຸງ ແລະ ຈັດພິມປຶ້້ມແຜນຍຸດທະສາດດັ່ງກ່າວ. ຂອບໃຈມາຍັງອົງການຊ່ວຍເຫຼືອເດັກ ເວົ້າລວມ, ເວົ້າສະເພາະແມ່ນ ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ ແລະ ສູນສົ່ງເສີມການສຶກສາຮຽນຮ່ວມ ທີ່ໄດ້ຮ່ວມມືກັນທົບທວນ ແລະ ປັບປຸງຍຸດທະສາດດັ່ງກ່າວຢ່າງມີຜົນສຳເລັດ, ເປັນຂີດໝາຍອັນສໍາຄັນທີ່ທຸກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມພຽງກັນສູ້ຊົນ ແລະ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDG 2030) ໂດຍສະເພາະແມ່ນຮັບປະກັນການສະໜອງການສຶກສາໃຫ້ປະຊາຊົນຢ່າງທົ່ວເຖິງ, ເທົ່າທຽມກັນ ໂດຍບໍ່ຈຳແນກເພດ, ເຜົ່າ, ຜູ້ພິການ, ຜູ້ມີບັນຫາທາງດ້ານເສດຖະກິດ-ສັງຄົມ ແລະ ບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ.
ດັ່ງທີ່ພວກເຮົາໄດ້ມາເຕົ້າໂຮມກັນຢູ່ໃນມື້ນີ້ ແມ່ນສະແດງໃຫ້ເຫັນວ່າ ພວກເຮົາໄດ້ຮັບຮູ້ ແລະ ເຂົ້າໃຈວ່າ ການສຶກສາແມ່ນມີບົດບາດອັນສຳຄັນໃນການພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນພົນລະເມືອງດີ ມີຄຸນນະສົມບັດ ສິນທຳປະຕິວັດ ມີຄວາມຮູ້ຄວາມສາມາດ ມີຄວາມຊໍານານ ມີສຸຂະພາບພະລານາໄມແຂງແຮງ ສາມາດເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະກອບສ່ວນເຂົ້າໃນການປົກຮັກສາ ແລະ ສາ້ງສາປະເທດຊາດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຍຸດທະສາດການສຶກສາຮຽນຮ່ວມ ແຕ່ນີ້ຮອດປີ 2030 ນີ້ ບໍ່ພຽງແຕ່ເປັນນິຕິກໍາ ແລະ ສົົ່ງເສີມເດັກຍິງ, ແມ່ຍິງ, ເຜົົ່າ, ຄົນພິການ ແລະ ຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມໃຫ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງທົົ່ວເຖິງ ແລະ ເທົົ່າທຽມເທົ່ານັ້ນ, ແຕ່ຍັງມັນເປັນວິໄສທັດ, ຄວາມຕັ້ງໃຈ ແລະ ເປັນຄຳໝັ້ນສັນຍາໃນການຮັບປະກັນໃຫ້ທຸກເພດ, ທຸກໄວ, ທຸກເຜົ່າ ແລະ ຕະຫຼອດຮອດນັກຮຽນພິການໄດ້ເຂົ້າເຖິງການສຶກໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະພາບ. ນອກຈາກນີ້, ຍຸດທະສາດດັ່ງກ່າວ ຍັງເປັນສັນຍາລັກຜົນສຳເລັດຂອງການຮ່ວມໄມ້ຮ່ວມມື ລະຫວ່າງ ສູນສົ່ງເສີມການສຶກສາຮຽນຮ່ວມ ແລະ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທັງສັງຄົມ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນ, ພໍ່ແມ່ຜູ້ປົກຄອງ ແລະ ພາສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມພຽງກັນກຳນົດທິດທາງ, ເປົ້າໝາຍ, ແຜນປະຕິບັດງານ ແລະ ວຽກຈຸດສຸມ ເພື່ອສ້າງສະພາບແວດລ້ອມທີ່ດີໃຫ້ນັກຮຽນທຸກຄົນ ສາມາດເຂົ້າເຖິງການສຶກສາ ແລະ ພັດທະນາຕົນເອງໃຫ້ເຂັ້ມແຂງ ແລະ ຈະເລີນເຕີບໂຕທາງດ້ານຮ່າງກາຍ ແລະ ສະຕິປັນຍາ. ແຜນປະຕິບັດງານ ແລະ ວຽກຈຸດສຸມທີ່ກໍານົດໄວ້ໃນຍຸດທະສາດນີ້ ແມ່ນເປັນພາລະໜ້າທີ່ອັນໃຫຍ່ຫຼວງ ແລະ ທ້າທ້າຍ, ແຕ່ຖ້າທຸກພາກສ່ວນພ້ອມພຽງກັນ ສາມັກຄີກັນ ຮ່ວມໄມ້ຮ່ວມມືກັນຈັດຕັ້ງປະຕິບັດວຽກງານນີ້ ຈະເຮັດໃຫ້ພວກເຮົາບັນລຸເປົ້າໝາຍ ແລະ ຈຸດປະສົງທີ່ວາງໄວ້. ສະນັ້ນ, ມັນຮຽກຮ້ອງໃຫ້ພວກເຮົາຕ້ອງເຮັດວຽກຮ່ວມກັນຢ່າງມີຫົວຄິດປະດິດສ້າງ, ມີຄວາມອົດທົນພະຍາຍາມສູງ ແລະ ໃຫ້ຄວາມສຳກັນກັບວຽກງານນີ້, ສິ່ງສໍາຄັນທີ່ແມ່ນພ້ອມພຽງກັນສຸມໃສ່ພາກປະຕິບັດຕົວຈິງໃຫ້ຫຼາຍກວ່າການສ້າງນະໂຍບາຍ. ສະນັ້ນ, ໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງນໍາເອົາເນື້ອໃນຍຸດທະສາດດັ່ງກ່າວໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃສ່ວຽກງານຕົວຈິງຂອງຕົນ ແລະ ຂໍຮຽກຮ້ອງໃຫ້ຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາທຸກພາກສ່ວນພິຈາລະນາໃຫ້ການສະໜັບສະໜູນ ບໍ່ວ່າທາງດ້ານວິຊາການ ແລະ ການສະໜັບສະໜູນທາງດ້ານງົບປະມານ ທີ່ໄດ້ຄາດຄະເນໄວ້ໃນແຜນປະຕິບັດງານ ເພື່ອເຮັດໃຫ້ຍຸດທະສາດດັ່ງກ່າວສາມາດຈັດຕັ້ງປະຕິບັດໄປຕາມແຜນທີ່ວາງໄວ້ ໃນແຕ່ລະໄລຍະຢ່າງມີຜົນສໍາເລັດ.
ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການນໍາສະເໜີຍຸດທະສາດການສຶກສາຮຽນຮ່ວມ ຮອດປີ 2030 ໂດຍຫຍໍ້ ແລະ ໄດ້ມີພິທີມອບ-ຮັບປຶ້ມຍຸດທະສາດການສຶກສາຮຽນຮ່ວມ ທີ່ໄດ້ຈັດພິມສໍາເລັດເປັນທີ່ຮຽບຮ້ອຍໃຫ້ກະຊວງ ສສກ ແລະ ແຂກຜູ້ເຂົ້າຮ່ວມອີກດ້ວຍ.
ໂດຍ ບຸນທະວີ
ຂ່າວທີ່ກ່ຽວຂ້ອງ