ສົກສຶກສາ 2024-2025 ສະຖາບັນຣັຕນະບໍລິຫານທຸລະກິດ ສ້າງບຸກຄະລາກອນລະດັບປະລິນຍາຕີ ອອກຮັບໃຊ້ສັງຄົມ ໄດ້ 188 ຄົນ

ສະຖາບັນຣັຕນະບໍລິຫານທຸລະກິດ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດການຮຽນ ການສອນ ປະຈຳສົກສຶກສາ 2024-2025 ແລະ ແຜນການປະຈຳສົກສຶກສາ 2025-2026 ໃນຕອນບ່າຍວັນທີ 18 ຕຸລາ 2025 ທີ່ໂຮງແຮມດອນ ຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າກົມການສຶກສາ ຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ສົມເພັດ ຣັຕນະສິມ ປະທານບໍລິຫານສະຖາບັນຣັຕນະບໍລິຫານທຸລະກິດ ພ້ອມດ້ວຍແຂກຖືກເຊີນ, ຄະນະອຳນວຍການສະຖາບັນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຕະຫຼອດຮອດຍາດຕິພີ່ນ້ອງຜູ້ສຳເລັດການສຶກສາໃໝ່ ຮ່ວມສະແດງຄວາມຍິນດີນຳຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ປອ ບຸນເທືອງ ມູນລາສີ ຜູ້ອຳນວຍການສະຖາບັນຣັຕນະບໍລິຫານທຸລະກິດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດການຮຽນ ການສອນ ປະຈຳສົກສຶກສາ 2024-2025 ແລະ ແຜນການປະຈຳສົກສຶກສາ 2025-2026 ໃຫ້ຮູ້ວ່າ: ສະຖາບັນຣັຕນະບໍລິຫານທຸລະກິດ ປະກອບມີ 3 ສະພາ ຄື: ສະພາສະຖາບັນ, ສະພາບໍລິຫານ ແລະ ສະພາວິຊາການ, ມີອຳນວຍການ 1 ທ່ານ, ຮອງອຳນວຍການ 3 ທ່ານ, ມີ 3 ພະແນກ ແລະ 1 ສູນ, ມີວິທະຍາໄລວິຊາຊີບເຂດອີໄລ 1, ມີ 3 ອົງການຈັດຕັ້ງມະຫາຊົນ, ມີພະນັກງານ, ຄູ-ອາຈານທັງໝົດ 146 ທ່ານ ແລະ ອາຈານຮັບເຊີນ 41 ທ່ານ, ມີນັກສຶກສາທັງໝົດ 2.480 ຄົນ, ຍິງ 1.640 ຄົນ ໃນນີ້ລະດັບປະລິນຍາຕີ ແລະ ຕໍ່ເນື່ອງປະລິນຍາຕີ ມີ 2.470 ຄົນ, ຍິງ 1.631 ຄົນ (ມີນັກສຶກສາຕ່າງປະເທດ 5 ຄົນ). ຊຶ່ງມາຮອດປັດຈຸບັນ ພວກເຮົາມີເຖິງ 11 ຫຼັກສູດ ທີ່ໄດ້ຖືກຮັບຮອງ ແລະ ອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ ຄື: ປະລິນຍາຕີ ມີ 7 ສາຂາວິຊາ ປະກອບມີ ບໍລິຫານທຸລະກິດທົ່ວໄປ, ການເງິນ-ການທະນາຄານ, ການຕະຫຼາດ, ພາສາອັງກິດທຸລະກິດ, ພາສາອັງກິດທົ່ວໄປ, ການທ່ອງທ່ຽວ ແລະ ພາສາຈີນ; ຕໍ່ເນື່ອງປະລິນຍາຕີ ມີ 3 ສາຂາ ຄື: ບໍລິຫານທຸລະກິດທົ່ວໄປ, ການເງິນ-ການທະນາຄານ ແລະ ພາສາອັງກິດທຸລະກິດ; ປະລິນຍາໂທ ມີ 1 ສາຂາ ຄື: ການບໍລິຫານການເງິນ.

ຜ່ານການຈັດຕັ້ງການຮຽນການສອນ ໃນສົກຮຽນ 2024-2025 ຜ່ານມາ ມີນັກສຶກສາສອບເສັງຜ່ານ ແລະ ໄດ້ຮັບປະກາສະນີຍະບັດທັງໝົດ 188 ຄົນ, ຍິງ 119 ຄົນ ໃນນີ້ແບ່ງເປັນລະບົບປະລິນຍາຕີ ຮຸ່ນທີ III ຈຳນວນ 139 ຄົນ, ຍິງ 85 ຄົນ ສະເລ່ຍເທົ່າກັບ 92,1 ເປີເຊັນ ຊຶ່ງປະກອບມີ 4 ສາຂາວິຊາ ຄື: ການເງິນ-ການທະນາຄານ 17 ຄົນ, ຍິງ 11 ຄົນ, ພາສາອັງກິດທຸລະກິດ 32 ຄົນ, ຍິງ 17 ຄົນ, ບໍລິຫານທຸລະກິດທົ່ວໄປ 68 ຄົນ, ຍິງ 40 ຄົນ ແລະ ການຕະຫຼາດ 22 ຄົນ, ຍິງ 17 ຄົນ. ສ່ວນລະບົບຕໍ່ເນື່ອງປະລິນຍາຕີ ຮຸ່ນທີ V ຈຳນວນ 49 ຄົນ, ຍິງ 34 ຄົນ ສະເລ່ຍເທົ່າກັບ 89,1 ເປີເຊັນ ໃນ 3 ສາຂາວິຊາ ຄື: ພາສາອັງກິດທຸລະກິດ 11 ຄົນ, ຍິງ 7 ຄົນ, ບໍລິຫານທຸລະກິດທົ່ວໄປ 16 ຄົນ, ຍິງ 9 ຄົນ ແລະ ການເງິນ-ການທະນາຄານ 22 ຄົນ, ຍິງ 18 ຄົນ.

ທ່ານຜູ້ອຳນວຍການສະຖາບັນຣັຕນະບໍລິຫານທຸລິິດ ໃຫ້ຮູ້ຕື່ມວ່າ: ສຳລັບທິດທາງແຜນການປະຈຳສົກສຶກສາ 2025-2026 ຈະສືບຕໍ່ຮັບເອົານັກຮຽນຈົບ ມ.7 ເຂົ້າຮຽນປະລິນຍາຕີ, ນັກສຶກສາທີ່ຮຽນຈົບຊັ້ນສູງເຂົ້າຮຽນຕໍ່ເນື່ອງປະລິນຍາຕີ ແລະ ນັກສຶກສາທີ່ຮຽນຈົບປະລິນຍາຕີເຂົ້າຮຽນປະລິນຍາໂທ; ນຳສະເໜີຂັ້ນເທິງ ເພື່ອຍົກລະດັບພາກວິຊາ ພາສາອັງກິດທຸລະກິດ ເປັນຫຼັກສູດສາກົນ; ໂຄສະນາ ແລະ ລົງແນະແນວການສຶກສາໃຫ້ນັກຮຽນ ມ.7 ຢູ່ນະຄອນຫຼວງ ວຽງຈັນ ແລະ ຕ່າງແຂວງ; ທົບທວນ ແລະ ປັບປຸງພັດທະນາຫຼັກສູດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຕະ ຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ; ປັບປຸງຄຸນນະພາບການສຶກສາ ຕາມ 10 ມາດຖານ, 50 ຕົວຊີ້ວັດ ແລະ ປະເມີນຄືນບາງຫຼັກສູດທີ່ນຳໃຊ້ໄປແລ້ວໃຫ້ປາກົດຜົນເປັນຈິງ; ປັບປຸງ ແລະ ຂະຫຍາຍຕຶກອາຄານສະຖານທີ່ຮຽນ, ອຸປະກອນການຮຽນການສອນໃຫ້ທັນສະໄໝ; ປັບປຸງການຮຽນການສອນໄປຕາມຍຸກສະໄໝຜ່ານຮູບການປັນຍາປະດິດ (AI) ເຂົ້າໃນການສິດສອນ; ສົ່ງເສີມພະນັກງານ, ຄູ-ອາຈານ ໄປຍົກລະດັບປະລິນຍາໂທ ແລະ ປະລິນຍາເອກ; ປະກອບສ່ວນນຳກິດຈະກຳຂອງພັກ-ລັດ ແລະ ຊ່ວຍເຫຼືອສັງຄົມ; ພົວພັນຮ່ວມມືກັບສະຖາບັນການສຶກສາຢູ່ພາຍໃນ, ພາກພື້ນອາຊຽນ ແລະ ສາກົນ; ນຳສົ່ງນັກສຶກສາ ຈຳນວນ 29 ຄົນ ໄປຮຽນຢູ່ວິທະຍາໄລວິຊາຊີບຫຼົງຫຼິງ ແລະ 5 ຄົນ ໄປຮຽນທີ່ວິທະຍາໄລກວາງໂຈວພານອຸ້ຍ ສປ ຈີນ; ສືບຕໍ່ສະໜັບໜູນ ແລະ ສົ່ງເສີມ 3 ອົງການຈັດຕັ້ງມະຫາຊົນ ໃຫ້ມີການ ເຄື່ອນໄຫວສ້າງກິດຈະກຳຕ່າງໆ ຕາມນະໂຍບາຍຂອງສະຖາບັນ ແລະ ຕາມແນວທາງຂອງພັກ ແລະ ລັດຖະບານ.


ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກ 5 ບັນຫາຕໍ່ກັບບັນດິດທີ່ຮຽນຈົບໃໝ່ທຸກຄົນໃນເທື່ອນີ້ວ່າ: ຄວາມຮູ້ທີ່ທ່ານໄດ້ຮຽນມາ ບໍ່ແມ່ນເພື່ອເກັບໄວ້ໃນຫົວພຽງຢ່າງດຽວ ແຕ່ຕ້ອງນຳມາປະຕິບັດຕົວຈິງ, ນຳມາປັບປຸງ ແລະ ພັດທະນາໃຫ້ທັນກັບຍຸກສະໄໝ, ຢ່າຢຸດພຽງແຕ່ປະລິນຍາຕີ, ຕ້ອງຮຽນຮູ້ຕະຫຼອດຊີວິດ, ເພາະວ່າໂລກກຳລັງປ່ຽນແປງຢ່າງໄວວາ; ເພີ່ມການຫັນປ່ຽນຕາມແນວທາງຂອງພັກ, ນະໂຍບາຍຂອງລັດ ພວກເຮົາຕ້ອງມີການຫັນປ່ຽນທາງດ້ານຈິນຕະນາການ ຊຶ່ງນັ້ນໝາຍຄວາມວ່າ ຕ້ອງມີແນວຄິດສ້າງສັນ, ກ້າຄິດກ້າເຮັດ, ກ້າປ່ຽນແປງສິ່ງເກົ່າໆ ເພື່ອສ້າງສິ່ງໃໝ່ທີ່ດີກວ່າ, ຕ້ອງເປັນຜູ້ທີ່ກ້າປະດິດສ້າງ, ກ້ານຳໃຊ້ເຕັກໂນໂລຊີມາແກ້ໄຂບັນຫາ ແລະ ສ້າງນະວັດຕະກຳໃໝ່ໆ; ຄວາມຮູ້ທີ່ບໍ່ມີສິນທຳກໍຄືຄວາມຮູ້ທີ່ສົ່ງຜົນອັນຕະລາຍ ຕໍ່ຕົນເອງ, ຕໍ່ຄົນອ້ອມຂ້າງ, ຕໍ່ສັງຄົມ ແລະ ຕໍ່ປະເທດຊາດ. ພວກນ້ອງຕ້ອງເປັນຄົນຊື່ສັດ, ຕັ້ງໜ້າເຮັດວຽກ, ມີຈິດສຳນຶກຮັກຊາດຮັກພາສາ, ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ປະເທດຊາດ. ການທີ່ທ່ານໄດ້ຮຽນມາ ກໍເພື່ອນຳມາຮັບໃຊ້ປະຊາຊົນ ບໍ່ແມ່ນເພື່ອຜົນປະໂຫຍດສ່ວນຕົວເທົ່ານັ້ນ; ພວກນ້ອງທັງຫຼາຍໄດ້ຮຽນໃນສາຂາທີ່ມີຄວາມສຳຄັນຫຼາຍຕໍ່ການພັດທະນາປະເທດ ບໍ່ວ່າຈະເປັນເຕັກໂນໂລຊີຂໍ້ມູນຂ່າວສານ, ການສື່ສານ, ການສ້າງໂປຣແກຣມ ຫຼື ການເງິນ-ການທະນາຄານ, ທຸກສາຂາລ້ວນແຕ່ຕ້ອງການນະວັດຕະກຳໃໝ່ໆ ເພື່ອມາແກ້ໄຂບັນຫາຂອງສັງຄົມ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນທົ່ວສັງຄົມໃຫ້ດີຂຶ້ນ; ສິ່ງທີ່ສໍາຄັນຢ່າລືມຮາກເຫງົ້າຂອງຕົນເອງ ພໍ່ແມ່ທີ່ໄດ້ລ້ຽງດູ, ອາຈານທີ່ໄດ້ສິດສອນ, ສັງຄົມທີ່ໄດ້ໃຫ້ໂອກາດ ແລະ ປະເທດຊາດທີ່ໄດ້ສົ່ງເສີມການສຶກສາ ທ່ານຕ້ອງເປັນຄົນດີ, ກາຍເປັນຄວາມພູມໃຈຂອງພໍ່ແມ່, ເປັນແບບຢ່າງທີ່ດີໃຫ້ແກ່ສັງຄົມ ແລະ ເປັນກຳລັງສຳຄັນໃນການພັດທະນາປະເທດຊາດ.
ພ້ອມນັ້ນໃນພິທີ, ຍັງໄດ້ມີການມອບທຶນການສຶກສາ ໃຫ້ກັບນັກສຶກສາທີ່ມີຜົນການຮຽນດີເດັ່ນຮອບດ້ານ, ໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະ ກິລາ ດີເດັ່ນ ອັນດັບທີ 1 ແລະ ອັນດັບທີ 2 ແລະ ນັກສຶກສາທີ່ປະກອບສ່ວນດ້ານກິດຈະກຳຊ່ວຍເຫຼືອສັງຄົມຂອງສະຖາບັນອີກດ້ວຍ.
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ












