ກົມສາມັນສຶກສາ ສຳເລັດການຝຶກອົບຮົມພາສາອັງກິດໃຫ້ຄູສອນພາສາອັງກິດຊັ້ນມັດທະຍົມສຶກສາ 3 ແຂວງ

ກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ສຳເລັດໂຄງການຝຶກອົບຮົມພາສາອັງກິດໃຫ້ແກ່ຄູສອນພາສາອັງກິດຊັ້ນມັດທະຍົມສຶກສາ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ແຂວງວຽງຈັນ (2020-2025) ໃນວັນທີ 17 ຕຸລາ 2025 ທີ່ຫ້ອງປະຊຸມ ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອຸດາລອນ ສີລາວົງ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເຊນ ດອຍຣອນ (Shane DOIRON) ຜູ້ອໍານວຍການສະຖາບັນອັງອິດຈີນ ປະຈໍາ ສປປ ລາວ (ELIC/Laos), ມີແຂກຖືກເຊີນຈາກກົມ ແລະ ກະຊວງກ່ຽວຂ້ອງກ່ຽວຂ້ອງ, ພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍວິທະຍາກອນ ແລະ ບັນດາຫົວໜ້າ-ຮອງຫົວໜ້າຂະແໜງສາມັນສຶກສາ ແລະ ຂະແໜງພັດທະນາຄູ ແລະ ວິຊາການຈາກພະແນກສຶກສາທິການ ແລະ ກິລາແຂວງ ທັງ 3 ແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການ ແຕ່ປີ 2020 ຫາ 2025; ທິດທາງແຜນການຕໍ່ໜ້າ ຈະຈັດຕັ້ງປະຕິບັດໂຄງການດັ່ງກ່າວຢູ່ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ແຂວງບໍລິຄໍາໄຊ; ຕາງໜ້າແຂວງໄດ້ປະກອບຄຳເຫັນໃຫ້ໂຮງການໃນການຈັດຕັ້ງປະຕິບັດການຝຶກອົບຮົມຜ່ານມາວ່າໄດ້ຮັບຜົນດີຫຼາຍ ທີ່ສາມາດຊ່ວຍໃຫ້ຄູສອນພາສາອັງກິດຊັ້ນມັດທະຍົມສຶກສາໄດ້ຮັບເຕັກນິການສອນແບບໃໝ່ທີ່ເນັ້ນນັກຮຽນເປັນໃຈກາງ ແລະ ສາມາດນຳໄປສອນຕົວຈິງໄດ້ ແລະ ຊ່ວຍໃຫ້ນັກຮຽນມີຄວາມສົນໃຈໃນການຮຽນພາສາອັງກິດຫຼາຍຂຶ້ນ. ນອກນັ້ນຄູຍັງສາມາດຜະລິດສື່ການສອນແບບງ່າຍດາຍເພື່ອປະກອບເຂົ້າໃນການສອນ ແລະ ຍັງສາມາດນຳເຕັກນິກການສອນນີ້ເຂົ້າກັບວິອື່ນໆ ໄດ້ເຊັ່ນ ວິຊາພາສາລາວ, ເຄມີສາດ ແລະ ອື່ນໆ. ພ້ອມນັ້ນ, ຜູ້ແທນກອງປະຊຸມຍັງໄດ້ສະເໜີ ແລະ ເຫັນດີໃຫ້ທາງໂຄງການຂະຫຍາຍອອກໄປສູແຂວງອື່ນໆຕື່ມອີກ.

ຢ່າງໃດກໍຕາມ, ຜ່ານການການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ເຫັນວ່າມີຜົນສໍາເລັດຫຼາຍດ້ານ ເຊັ່ນ: ສາມາດຝຶກອົບຮົມຄູສອນພາສາອັງກິດ ຊັ້ນມັດທະຍົມສຶກສາ ທັງໝົດ 25 ເມືອງ ຢູ່ພາຍໃນ 3 ແຂວງ ໄດ້ທັງໝົດ 811 ທ່ານ;ສາມາດສ້າງຄູຝຶກຂັ້ນແຂວງໄດ້ ແຂວງລະ 30 ທ່ານ; ສ້າງວິດີໂອກ່ຽວກັບວິທີການສິດພາສາອກັງກິດເກັບໄວ້ໃນ webpage ຂອງສະຖານບັນ “elttp.org” ຊຶ່ງເປັນເງື່ອນໄຂສະດວກໃຫ້ແກ່ຄູສອນ ແລະ ນັກຮຽນສາມາດເຂົ້າເຖິງແບບງ່າຍດາຍ ແລະ ມາສາດຮຽນຮູ້ພາສາດ້ວຍຕົນເອງໄດ້; ສ້າງປື້ມແນະນໍາການສອນເພີ່ມເຕີມ Supplements ແຕ່ ມ.1-ມ.7. ຊຶ່ງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຕະຫຼອດ 5 ປີ ທາງໂຄງການໄດ້ໃຊ້ງົບປະມານຊ່ວຍເຫຼືອລ້າ ຈໍານວນ 166.883 ໂດລາສະຫະລັດ.
ພາບ-ຂໍ້ມູນ: ກົມສາມັນສຶກສາ
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ












