ມສ ໂພນທອງ ຄວ້າແຊ໋ມເຕະບານນັກຮຽນມັດທະຍົມສຶກສາຕອນຕົ້ນ ຊີງຂັນເຈົ້າແຂວງຈຳປາສັກ
ການແຂ່ງຂັນກິລາເຕະບານລະດັບນັກຮຽນມັດທະຍົມສຶກສາຕອນຕົ້ນ ຊີງຂັນທ່ານເຈົ້າແຂວງຈໍາປາສັກ ປະຈຳປີ 2023 ສຳເລັດລົງຢ່າງຈົບງາມ ໃນວັນທີ 3 ພະຈິກ 2023 ພາຍຫຼັງດໍາເນີນການແຂ່ງຂັນມາແຕ່ວັນທີ 23 ຕຸລາ 2023 ທີ່ສະໜາມກິລາແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກລັດແຂວງ, ຮອງປະທານສະຫະພັນກິລາບານເຕະແຂວງ, ມີ ທ່ານ ເພັດສາຄອນ ຄໍສີສະຫວັດ ຮອງຫົວໜ້າພະແນດອຸດສະຫະກຳ ແລະ ການຄ້າ, ຄະນະບໍລິຫານງານສະຫະພັນກິລາບານເຕະແຂວງ ແລະ ທ່ານ ວຽງຄໍາ ສີລິປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພະແນກການ-ກົມກອງອ້ອມຂ້າງແຂວງ, ຄະນະຈັດການແຂ່ງຂັນ, ຄະນະກໍາມະການ, ຄະນະຄູຝຶກ-ນັກກິລາ ແລະ...








