Skip to main content

ນິວຄາດເຊິນ ໄລ່ຖະຫຼົ່ມ ເປແອັດເຊ 4-1 ຫຍັບຂຶ້ນເປັນທີ 1 ຂອງກຸ່ມ ເຕະບານ ຢູຟາ ແຊ໋ມປ້ຽນລີກ ຮອບແບ່ງກຸ່ມ

ການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2024 ຮອບແບ່ງກຸ່ມ ນັດທີ 2 ເມື່ອຄືນວັນທີ 4 ຕຸລາ 2023 ມີການລົງສະໜາມຫຼາຍຄູ່ ແຕ່ຄູ່ທີ່ໜ້າສົນໃຈ ເປັນການລົງສະໜາມຂອງກຸ່ມ ເອັບ ສະໂມສອນ ນິວຄາດເຊິນ ຢູໄນເຕັດ ທີມນ້ອງໃໝ່ຈາກອັງກິດ ເປີດສະໜາມເຊັນເຈມ ປາກ ຕ້ອນຮັບການມາຢາມຂອງ ສະໂມສອນ ປາຣີດ ແຊງແຊກແມັງ ຫຼື ເປແອັດເຊ ທີມຂາປະຈຳຈາກຝຣັ່ງທີ່ຍັງໄປບໍ່ເຖິງແຊ໋ມລາຍການນີ້ຈັກເທື່ອ ໂດຍເກມໃນເຄິ່ງເວລາທຳອິດເປັນ ນິວຄາດເຊິນ ເຈົ້າຖິ່ນທີ່ໄດ້ປະຕູຂຶ້ນນຳກ່ອນ 2-0 ໂດຍໄດ້ຈາກການຍິງຂອງ ມິເກວ ອັນມິຣອນ ນາທີ 17 ແລະ ແດນ ເບິນ ນາທີ...

Continue reading

5 ຕຸລາ ວັນຄູສາກົນ

ວັນທີ 5 ຕຸລາຂອງທຸກໆປີ ເປັນວັນຄູສາກົນ ເພື່ອເຊີດຊູຄວາມສຳຄັນຂອງອາຊີບ “ຄູ” ທົ່ວໂລກ “ຄູ” ເປັນໜຶ່ງອາຊີບທີ່ສຳຄັນທີ່ຢູ່ເບື້ອງຫຼັງເພື່ອຊຸກຍູ້ໃຫ້ເດັກນ້ອຍ ກ້າວເດີນໄປໃນເສັ້ນທາງທີ່ຖືກຕ້ອງ ພ້ອມກັບໃຫ້ຄຳແນະນຳໃຫ້ຄວາມຮູ້ ແລະ ຍັງເຮັດໜ້າທີ່ປຽບເໝືອນພໍ່ແມ່ຜູ້ທີສອງທີ່ໃຫ້ການຊຸກຍູ້ເດັກໃຫ້ໄປເຖິງຝັ່ງຝັນຢ່າງສົມບູນ. ອົງການ UNESCO ໄດ້ມີການກຳນົດວັນຄູສາກົນ (World Teachers’ Day) ເພື່ອເຊີດຊູ “ຄູ” ຊຶ່ງເປັນບຸກຄົນສຳຄັນຕໍ່ການສ້າງຊີວິດ ແລະ ສັງຄົມ ໂດຍມີເປົ້າໝາຍເຮັດໃຫ້ພົນລະເມືອງໂລກ...

Continue reading

ມຽນມາ ຄວ້າຫຼຽນຄຳກະຕໍ້ ປະເພດ 4 ຄົນ ໃນເອຊຽນ ເກມ 2023

ນັກກິລາກະຕໍ້ຊາຍ ປະເພດ 4 ຄົນ ທີມຊາດມຽນມາ ສາມາດສ້າງປະຫວັດສາດຄວ້າຫຼຽນຄຳ ຫຼຽນທຳອິດໃຫ້ກັບທັບນັກກິລາມຽນມາ ໃນເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ, ມົນທົນເຈີຈຽງ, ສປ ຈີນ ຫຼັງຈາກເອົາຊະນະທີມຊາດອິນໂດເນເຊຍ ໄປໄດ້ແບບຂາດຮອຍ 2 ຕໍ່ 0 ເຊັດ 21-13 ແລະ 24-22 ໃນການແຂ່ງຂັນນັດຊີງຊະນະເລີດ ໃນວັນທີ 3 ຕຸລາ ຜ່ານມາ. ມຽນມາ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມໃນເອຊຽນ ເກມ ຄັ້ງທີ 19 ທັງໝົດ 137 ຄົນ ໃນນັ້ນເປັນ ນັກກິລາຊາຍ 63 ຄົນ ແລະ ນັກກິລາຍິງ  48 ຄົນ ໃນ 7 ປະເພດກິລາ . #ຮຽບຮຽງໂດຍ: ຄົນຂ້າງສະໜາມ ພາບຈາກອິນເທີເນັດ

Continue reading

ສກຂ ຄຳມ່ວນ ຈັດກິດຈະກຳແຂ່ງຂັນກິລາເປຕັງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ຢ່າງຟົດຟື້ນ

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຄຳມ່ວນ ຈັດກິດຈະກຳແຂ່ງຂັນກິລາເປຕັງ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ໃຫ້ເປັນຂະບວນຟົດຟື້ນເບີກບານມ່ວນຊື່ນ ໃນວັນທີ 4 ຕຸລາ 2023 ຢູ່ທີ່ສະໜາມກິລາແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຕາງໜ້າຂະແໜງການທີ່ກ່ຽວຂ້ອງ ຕະຫຼອດເຖິງນັກກິລາຈາກເມືອງອ້ອມຂ້າງ ແລະ ພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ. ການແຂ່ງຂັນກິລາເປຕັງເພື່ອສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ໃນຄັ້ງນີ້...

Continue reading

ແມນຢູ 10 ຄົນ ເສຍຄາບ້ານໃຫ້ ກາລາຕາຊາຣາຍ 2-3 ເຕະບານ ຢູຟາ ແຊ໋ມປ້ຽນລີກ ຮອບແບ່ງກຸ່ມ

Manchester ທັບນັກເຕະຜີສາດແດງ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ຍັງຄົງສ້າງຜົນງານໄດ້ຢ່າງໜ້າຜິດຫວັງຕໍ່ເນື່ອງ ຫຼ້າສຸດເປີດບ້ານເສຍໃຫ້ກັບ ສະໂມສອນ ກາລາຕາຊາຣາຍ ໄປແບບຫວຸດຫວິດ 2-3 ປະຕູ ບໍ່ສາມາດເກັບແຕ້ມໄດ້ເລີຍຈາກ 2 ນັດ ຈົມຢູ່ອັນດັບສຸດທ້າຍຂອງຕາຕະລາງ ໃນການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2024 ນັດທີ 2 ຮອບແບ່ງກຸ່ມ ກຸ່ມ A ຂະນະທີີ່ ກາລາຕາຊາລາຍ ເກັບເພີ່ມເປັນ 4 ຄະແນນ ຈາກ 2 ນັດ ຢູ່ອັນດັບທີ 2 ຂອງຕາຕະລາງ. Manchester...

Continue reading

ຫາລືລະດັບຊາດ ສ້າງແຜນດໍາເນີນການກຽມສະເໜີແຫຼ່ງອຸທິຍານທໍລະນີ ໃນ ສປປ ລາວ

ຫ້ອງ​ການ​ເລ​ຂາ​ຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ຊາດ​ລາວ ເພື່ອ​ອຸຍ​ແນັດສະ​ໂກ ກົມ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ໄດ້ຈັດ​ກອງ​ປະ​ຊຸມ​ປຶດ​ສາ​ຫາ​ລື​ລະ​ດັບ​ຊາດ ເພື່ອ​ສ້າງແຜນດໍາເນີນການກະກຽມສະເໜີແຫຼ່ງອຸທິຍານທໍລະນີ (Geopark) ໃນ ສປປ ລາວ ເມື່ອວັນ​ທີ 27 ກັນ​ຍາ 2023 ທີ່​ເມືອງວັງ​ວຽງ ​ແຂວງວຽງ​ຈັນ ໂດຍພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ຮສ.ປອ ​ພຸດ ສິມ​ມາ​ລາ​ວົງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສ​ທິ​ການ ແລະ ກິ​ລາ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ແຫ່ງ​ຊາດ​ລາວ ເພື່ອ​ອຸຍ​ແນັດ​ສ​ະໂກ, ມີຜູ້ຕາງ​ໜ້າຈາກກົມ​ປ່າ​ໄມ້ ກະ​ຊວງ​ກະ​ສິ​ກຳ ແລ​ະ ປ່າ​ໄມ້, ກົມ​ທໍ​ລະ​ນີ​ສາດ ແລະ ແຮ່​ທາດ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່,...

Continue reading

ເມືອງໄຊເສດຖາ ສຳເລັດງານແຂ່ງຂັນຊ່ວງເຮືອປະເພນີ ເຮືອບໍລິສັດ ພອນວິໄລ ຄວ້າແຊ໋ມປະເພດ 12 ສີພາຍ

ເມືອງໄຊເສດຖາ ແຂວງອັດຕະປື ໄດ້ສຳເລັດການຈັດງານແຂ່ງຂັນຊ່ວງເຮືອປະເພນີ ເນື່ອງໃນບຸນຫໍ່ເຂົ້າສະຫຼາກ ກົງກັບ ຂຶ້ນ15 ຄໍ່າ ເດືອນ 10 ພສ 2566 ເມື່ອວັນທີ 29 ກັນຍາ 2023 ທີ່ທ່າຜາມໄຊ ສາຍນໍ້າເຊກະໝານ ບ້ານຝັ່ງແດງ ໂດຍມີ  ທ່ານ ສີໄລ ສີສະແຫວງສຸກ ເຈົ້າເມືອງໄຊເສດຖາ ພ້ອມດ້ວຍຄະນະນຳຂັ້ນແຂວງ, ອົງການປົກຄອງບ້ານ ຕະຫຼອດຮອດມວນຊົນທຸກພາກສ່ວນເຂົ້າຮ່ວມຢ່າງຫຼວງຫຼາຍ. ງານແຂ່ງຂັນຊ່ວງເຮືອປະເພນີ ຢູ່ເມືອງໄຊເສດຖາ ປີນີ້ ຈັດການແຂ່ງຂັນເຮືອ 2 ປະເພດຄື: ປະເພດ 12 ສີພາຍ ແລະ ປະເພດ 8 ສີພາຍ, ໃນນັ້ນ ເຮືອ 12...

Continue reading

ບ້ານມະນີລາດ ເມືອງໄຊບູລີ ຈັດງານແຂ່ງຂັນຊ່ວງເຮືອ ປະຈຳປີ 2023

  ອົງການປົກຄອງບ້ານມະນີລາດ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຈັດງານແຂ່ງຂັນຊ່ວງເຮືອ ປະຈໍາປີ 2023 ໃນລະຫວ່າງວັນທີ 29 ກັນຍາ ຫາ ວັນທີ 2 ຕຸລາ 2023 ຢູ່ທີ່ສາຍນໍ້າເຊບັ້ງໄຟ ເຂດບ້ານມະນີລາດ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິວົງ ສີວໍລະວົງ ຮອງເຈົ້າເມືອງໄຊບູລີ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ທ່ານ ທົງໄຊ ມັງໜໍ່ເມກ ເຈົ້າເມືອງເຊບັ້ງໄຟ ແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຈາກຂະແໜງການອ້ອມຂ້າງເມືອງ, ອົງການຈັດຕັ້ງບ້ານອ້ອມຂ້າງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມຊົມ-ຮ່ວມເຊຍ...

Continue reading