ແຂ່ງຂັນກິລາຍ່າງ-ແລ່ນ ເພື່ອສຸຂະພາບ ສະຫຼອງວັນສ້າງຕັ້ງ ທຫລ ຄົບຮອບ 55 ປີ
ຂະບວນການແຂ່ງຂັນກິລາຍ່າງ-ແລ່ນ ເພື່ອສຸຂະພາບ ແລະ ຄວາມສາມັກຄີ ໃນໂອກາດວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຫຼື ທຫລ ຄົບຮອບ 55 ປີ (7 ຕຸລາ 1968-7 ຕຸລາ 2023) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ກັນຍາ 2023 ທີ່ເຂດເສດຖະກິດພິເສດ ບຶງທາດຫຼວງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານການນຳ ທັງພາກລັດ ແລະ ພະນັກງານຈາກທະນາຄານພາກລັດ ແລະ ທະນາຄານທຸລະກິດ ທີ່ດຳເນີນທຸລະກິດຢູ່ ສປປ ລາວ...
