ທ່ານຮອງນາຍົກ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມພົບປະຂອງເລຂາທິການໃຫຍ່ອາຊຽນ
ໃນຕອນບ່າຍວັນທີ 25 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ປອ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາເຄື່ອນໄຫວເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22 ທີ່ ສປປ ລາວ ເປັນເຈົ້າພາບ.
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກ່າວມີຄຳເຫັນວ່າ: ດັ່ງທ່ານຮູ້ແລ້ວວ່າ, ກອງປະຊຸມ ລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາອາຊຽນ ຄັ້ງທີ 22 ໃນຄັ້ງນີ້...








